ການເກັບມ້ຽນຢາ
ການເກັບມ້ຽນຢານ້ຳ ແລະ
ຢາເມັດບໍ່ຄືກັນ ຢານ້ຳຄວນເກັບໄວ້ບ່ອນທີ່ເຢັນ, ບໍ່ຄວນຖືກແສງແດດ
ຖ້າເປິດໃຊ້ແລ້ວຄວນເກັບໄວ້ໃນຕູ້ເຢັນ ເພື່ອຄົງສະພາບຢາໃຫ້ຢູ່ໄດ້ດົນ
ແລະ ບໍ່ໃຫ້ເຊື້ອໂລກ ເຊັ່ນ: ເຊື້ອລາ, ຂື້ນບໍລິເວນອ້ອມແກ້ວຢາ ຫລື
ຕົກລົງໄປໃນໂຕຢາ
ສຳຫລັບຢາເມັດນັ້ນຖ້າມີເຈ້ຍຫໍ່ຢູ່ແລ້ວກໍ່ບໍ່ຄວນແກະອອກ ແຕ່ຖ້າບໍ່ມີ
ແລະ ຕ້ອງການເກັບໄວ້ດົນ ຄວນມີຫໍ່ສານດູດຄວາມຊຸ່ມປະສົມໃນແກ້ວຢາ
ບໍ່ຄວນເກັບຢາໄວ້ໃນບ່ອນປຽກຊຸ່ມ ແລະ ໃນບ່ອນທີ່ຮ້ອນ ເພາະຈະເຮດໃຫ້ຢາເສຍຄຸນງ່າຍ
ສິ່ງທີ່ສຳຄັນອັນດັບຕໍ່ມາຄື:
ການຊື້ຢາຢ່າໃຫ້ເກິດການສະລັບກັນຂອງຢາໃນແຕ່ລະແກ້ວຢາ
ຄວນຂຽນບອກຊື່ຢາ, ຂະຫນາດການໃຊ້ຢາ ແລະ ກິນໄດ້ມື້ລະຈັກເທື່ອ
ນອກຈາກນັ້ນຄວນບອກວັນທີທີ່ຜະລິດ ແລະ ວັນທີ່ຫມົດອາຍຸ ແຕ່ເມື່ອນຳຢາເມັດອອກຈາກແຂ້ວມາໃສ່ໃນຊອງຢາ
ມື້ຫມົດອາຍຸຂອງຢາຈະປ່ຽນໄປ ຄື: ອາຍຸຈະສັ້ນເຂົ້າ
ຈຶ່ງຄວນເກັບໄດ້ໃຫ້ດີ ອາດຈະສັງເກດໄດ້ງ່າຍໆ
ວ່າຢາເມັດຫມົດອາຍຸຫລືບໍ່ ໂດຍທີ່ສີຂອງຢາຈະປ່ຽນໄປ ຫລື
ມີຈຸດປະກົດຂື້ນຢູ່ເມັດຢາ ໃນກໍລະນີນ້ຳສີອາດຈະປ່ຽນໄປ ຫລື ເກິດການແຍກຊັ້ນຂອງຢາທີ່ເກົ່າບໍ່ເຄີຍແຍກຊັ້ນມາກ່ອນ
ແຕ່ຢາບາງຢ່າງແຍກຊັ້ນຢູ່ກ່ອນແລ້ວ
ກໍ່ບໍ່ໄດ້ຫມາຍຄວາມວ່າຢາຈະຫມົດອາຍຸ
ຖ້າເປັນຢານ້ຳທີ່ບໍ່ມີສານຕົກຄ້າງ ເມື່ອເກັບໄວ້ຕະກອນຂື້ນກໍ່ຫມາຍຄວາມວ່າຢາຫມົດອາຍຸຄືກັນ