ຕຳລາການເລືອກຊາຍ
-
BODY ພ້ອມ.... ສຸຂະພາບກາຍດີ, ແຂງແຮງ,
ຫນ້າຕາດີ, ຫຸ່ນດີ, ມີກິ່ນຫອມ.
-
ບຸກຄະລິກດີ, ແຕ່ງຕົວມີລົດສະນິຍົມພໍສົມຄວນ ແຕ່ບໍ່ງານເກິນແມ່ຍິງ
-
ບໍ່ເປັນໂລກຕິດຕໍ່ ຫລື ໂລກຫນ້າລັງກຽດ
-
ເປັນຄົນສະອາດ ແຕ່ບໍ່ເກິດພໍດີຈົນເບິ່ງຜິດສັງເກດ
-
ຈິດໃຈດີງາມ, ຊື່ສັດ, ມີນ້ຳໃຈ, ສຸຂະພາບຈິດແຂງແຮງ, ບໍ່ບ້າ, ວິປະລິດ.
-
ບໍ່ມີຊື່ສຽງໃນທາງບໍ່ດີ, ບໍ່ມີປະຫວັດເປັນເສືອຜູ້ຍິງ (ນັບປະຫວັດຖອຍຫລັງໄປເຈັດຊົ່ວໂຄດ)
ມີສິລະທຳ
-
ເວົ້າຈາສຸພາບດີ, ເວົ້າຫນ້ອຍ, ກິລິຍາບໍ່ເບີ່ນ, ບໍ່ຝຶດ, ແຕ່ບໍ່ຕະລົກຈົນເປັນຕາຊັງ,
ບໍ່ປາກເສຍມັກນິນທາຜູ້ຍິງ, ແລະ ບໍ່ປາກຫາເລື່ອງເພາະອາດຖືກນັກເລັງຟາດປາກຕາຍກ່ອນເຖົ້າ.
-
ເຊ໊ກກຳລັງເຫມາະ, ບໍ່ອ່ອນ ແລະ ບໍ່ຈັດຈົນເກິນໄປ
-
ຮັກດຽວໃຈດຽວສະເຫມີຕົ້ນສະເຫມີປາຍ ບໍ່ມັກຫຶງ
-
ເຮັດເປັນທຸກຢ່າງ, ບໍ່ຂີ້ຄ້ານ, ຮູ້ຈັກເອົາອົກເອົາໃຈສະຫມ່ຳສະເຫມີທັງກ່ອນ ແລະ ຫລັງ
-
ຖານະດີ, ມີນ້ຳໃຈ, ບໍ່ເຮັດໃຫ້ເຮົາເສຍຟອຣ໌ມຕໍ່ຫນ້າຫມູ່ເພື່ອນ
ລັບຫລັງຈະປະຫຍັດແນ່ບໍ່ເປັນຫຍັງ
-
ຊາດກຳເນິດພໍສືບໄດ້ ຮູ້ຄວາມເປັນມາຜົງພັນເລົ່າກໍ ໂດຍສະເພາະພໍ່ແມ່ຖ້າຍັງມີຊີວິດຢູ່ຕ້ອງບໍ່ປາກຮ້າຍ,
ບໍ່ຂີ້ຖີ່, ບໍ່ຈູ້ຈີ້
-
ຫນ້າທີ່ການງານດີມີອະນາຄົດ ສາມາດລ້ຽງຕົວເອງ ແລະ ຄອບຄົວໄດ້ຢ່າງສຸກສະບາຍ
ຖ້າບໍ່ມີອາຊີບຄວນມີມໍລະດົກ
-
ບໍ່ກົດຂີ່ທາງເພດ ບໍ່ຍາດເບິ່ງລະຄອດຫລັງຂ່າວ
-
ບໍ່ເຄີຍມີປະຫວັດເສື່ອມເສຍກັບເພດດຽວກັນ ຫລື ມີແນວໂນ້ມວ່າຈະມີໃນອະນາຄົດ
-
ຮັກເດັກນ້ອຍ ຫມາຍເຖິງຮັກສົງສານເດັກນ້ອຍແທ້ໆ ບໍ່ມີແນວອື່ນແອບແຝງຢູ່
-
ບໍ່ສູບຢາ, ກິນເຫລົ້າເປັນແຕ່ບໍ່ເມົາ ບໍ່ຕິດການພະນັນບໍ່ເວັ້ນທັງຫວດລັດຖະບານ
-
ມັກຜູ້ຍິງຫລາຍກວ່າຜູ້ຊາຍ
-
ເປັນໂສດ
-
ອາຍຸບໍ່ຈຳກັດ ແຕ່ຖ້າອາຍຸເກິນ 35 ປີ ຄວນມີຖານະດີເປັນພິເສດ
-
ມີບ່ອນຢູ່ອາໄສ, ລົດລາພາຫະນະ ລວມທັງສັງຫາລິມະຊັບ ແລະ
ອະສັງຫາລິມະຊັບເປັນຂອງຕົນເອງ ບໍ່ຢູ່ໃນລະຫວ່າງຈ່າຍຜ່ອນ
-
ບໍ່ມີຫນີ້ສິນລົ້ນຫົວ
-
ບໍ່ມີພີ່ນ້ອງເປັນປອບເປັນກະສື
-
ບໍ່ມັກຈົ່ມ, ບໍ່ມັກເບື່ອ, ບໍ່ຂັດໃຈ.
-
ອື່ນໆ............... (ຕື່ມໄດ້ຕາມໃຈມັກ)
ສູດເລືອກຜູ້ຊາຍທັງ 25 ຂໍ້ນີ້ແມ່ນໃຊ້ໄດ້ຜົນດີແທ້ໆ ເພາະການເລືອກຜູ້ຊາຍທີ່ຈະມາຢູ່ໃນຊີວິດຄູ່ຂອງເຮົາຕ້ອງເບິ່ງໃຫ້ລະອຽດ
ແລະ ລຶກຊຶ່ງສາກ່ອນ ຖ້າເຮົາມີຄວາມພ້ອມ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດດີ,
ກໍ່ສາມາດເລືອກເອົາຄົນດີໆທີ່ຈະມາໃຊ້ກັບຊີວິດຄູ່ຂອງເຮົາໄດ້ຕາມຄວາມຫວັງ ແລະ
ປາດຖະຫນາເພື່ອສ້າງຊີວິດຄອບຄົວໃຫ້ມີຄວາມສົມບູນພູນສຸກ ແລະ ເອື້ອອາທອນຕໍ່ກັນຈິງໃຈໃນການແກ້ໄຂທຸກໆອຸປະສັກທີ່ຜ່ານເຂົ້າມາໃນຊີວິດ
ນີ້ແຫລະຄວາມສຸກຂອງມະນຸດເຮົາປາດຖະຫນາກັນ. (ກໍ່ລອງເອົາໄປໃຊ້ເບິ່ງໄດ້ເດີ້ສາວທັງຫລາຍທີ່ຄິດຢາກໄດ້ຄູ່ຄອງທີ່ດີ)
|
|
|
2003-2005 ©
ສະຫງວນລິຂະສິດ,
ມະຫາສານ.ຄອມ
(ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌:
info@mahasan.com
Last Update:
Wednesday, May 18, 2005
|
|