ກິນເຂົ້າເຊົ້າເປັນສິ່ງສຳຄັນຫລາຍ
ມື້ນີ້ທ່ານກິນເຂົ້າເຊົ້າຫລືຍັງ ຂໍບອກວ່າມັນສຳຄັນຫລາຍ
ທ່ານຫມໍຢູ່ທີ່ໂຮງຫມໍອົບຮົມວ່າທຸກຄົນຕ້ອງກິນອາຫານເຊົ້າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້
ເພາະເມື່ອຮ່າງກາຍບໍ່ມີພະລັງງານຈາກອາຫານເຊົ້າໄປໃຊ້
ຮ່າງກາຍຈະດຶງສານອາຫານຈາກອະໄວຍະວະສ່ວນອື່ນອອກມາ (ບໍ່ແມ່ນໄຂມັນໆ ຍັງຢູ່ຄືເກົ່າ),
ຊຶ່ງພາຍໃຕ້ກະບວນການນີ້ຈະເກິດທາດກົດຊະນິດຫນື່ງອອກມານຳ
ຊຶ່ງການທີ່ເຮົາບອກວ່າບໍ່ກິນເຂົ້າເຊົ້າ ກໍ່ຍັງເຮັດວຽກໄດ້ເປັນປົກກະຕິມາຫລາຍປີແລ້ວ
ນັ້ນຄືຮ່າງກາຍໄດ້ນຳເອົາກົດທີ່ເກິດຂື້ນມາໃຊ້ແທນພະລັງງານທຸກວັນ ເຮົາຈຶ່ງເຮັດວຽກໂດຍໃຊ້ກົດແທນພະລັງງານ
ແລະ ເມື່ອຮ່າງກາຍຕ້ອງຜະລິດກົດອອກມາເລື້ອຍໆ
ພໍເຖິງອາຍຸຫລາຍຂື້ນເຮົາກໍ່ຈະເປັນໂລກຫລາຍຢ່າງຕາມມາ ນອກຈາກນີ້ເຮົາຮູ້ຫລືບໍ່ວ່າ: ໂດຍປົກກະຕິແລ້ວຮ່າງກາຂອງມະນຸດເຮົາຜະລິດສານພິດຢູ່ພາຍໃນຮ່າງກາຍຕະຫລອດເວລາ
ເປັນຂອງເສດ ຄືລົດທີ່ຕື່ມນ້ຳມັນເຂົ້າໄປແລ້ວກໍ່ຈະມີຄວັນອອກມາ ພາສາທາງການແພດເອີ້ນວ່າ:
ຂອງເສດເຫລືອໃນຮ່າງກາຍນີ້ວ່າ ສານອະນຸມູນອິດສະ (oxidant)
ເກິດຈາກການສັນດານພະລັງງານຂອງຮ່າງກາຍ ແລ້ວປ່ອຍຂອງເສຍອອກມາ (ບໍ່ແມ່ນອຸດຈາລະ ແນວລະຢ່າງກັນ),
ນອກຈາກນີ້ຮ່າງກາຍຈະເລັ່ງຜະລິດສານອະນຸມູນອິດສະລະອີກກໍ່ເມື່ອເວລາທີ່ເຮົາອາລົມບໍດີ ຫລື
ຕ້ອງເຮັດວຽກຫນັກໃຊ້ສະຫມອງປະກອບກັບການພົບມົນລະພາວະຕ່າງໆ ສະພາບແວດລ້ອມທີ່ເປັນພິດ ຫລື
ອຸປະນິໄສການດື່ມເຫລົ້າ, ສູບຢາ, ກໍ່ແຮ່ງເປັນຕົວສ້າງໃຫ້ເກິດສານພິດນີ້ຫລາຍ,
ການນອນຫລັບພັກຜ່ອນໃຫ້ພຽງພໍຕອນກາງຄືນເປັນຫົນທາງ ແລະ ເວລາສຳຄັນທີ່ຮ່າງກາຍຈະສ້າງສານຕໍ່ຕ້ານສານອະນຸມູນອິດສະລະ (anti-oxidant)
ເພື່ອກຳຈັດສານອະນຸມູນອິດສະລະທີ່ເກິດຕອນກາງເວັນ ການນອນໃຫ້ພຽງພໍ ແລະ
ຫລັບດີຈະເປັນປະໂຫຍດ ບໍ່ສະເພາະການກຳຈັດສິ່ງເສດເຫລືອ ແຕ່ຍັງຊ່ວຍໃຫ້ເມັດເລືອດແດງຂອງຄົນເຮົາແຂງແຮງ
ສ້າງຮໍໂມນເພດເຮັດໃຫ້ຮ່າງກາຍສົມບູນ ມີນ້ຳມີນວນ
ທ່ານຫມຊເອົາພາບຂະຫຍາຍເມັດເລືອດແດງຂອງຜູ້ຈັດການຊາຍອາຍຸ 35 ປີ
ຄົນຫນື່ງຊຶ່ງເປັນໄຂ້ມາໃຫ້ເບິ່ງປຽບທຽບກັນ 2 ພາບ
ກັບຜູ້ຊາຍຄົນນີ້ເຫມືອນມະນຸດເຮັດວຽກທົ່ວໄປ, ເຮັດວຽກຫນັກ ແລະ
ອາລົມບໍ່ດີຂາດການພັກຜ່ອນທີ່ພຽງພໍ
ປະກົດວ່າຈຳນວນເມັດເລືອດແດງຂອງເຂົາມີລັກສະນະເປັນກ້ອນລຸບໂນນບໍ່ເປັນຮູບຊົງມົນ ເຫມືອນກຸ່ມເມັດເລືອດແດງທີ່ຄວນເປັນ
ເກິດຄວາມຜິດປົກກະຕິຂື້ນເນື່ອງຈາກສານອະນຸມູນອິດສະລະທີ່ເກິດຂື້ນຈຳນວນຫລາຍ ໄປທຳລາຍເຊລເມັດເລືອດແດງໃນຮ່າງກາຍ
ຊຶ່ງກໍ່ຈະນຳໂລກຮ້າຍຈຳນວນຫລາຍຢ່າງທີ່ຄົນລາວນິຍົມຢູ່
1. ກິນອາຫານເຊົ້າແບບລາຊາ, ອາຫານຕອນສວນພໍປະມານ ແລະ ອາຫານແລງແບບຄົນຈົນ ຫລີກລ້ຽງໄຂມັນ
ແລະ ຂອງຫວານ ອອກກຳລັງກາຍໃຫ້ໄດ້ວັນລະຢ່າງຫນ້ອຍ 30-40 ນາທີ (20
ນາທີທຳອິດຮ່າງກາຍຈະເຜົາຜານຄາຣ໌ໂບໄຮເດຣດ ອີກ 10-20 ນາທີ
ຕໍ່ມາຮ່າງກາຍຈຶ່ງຈະຄ່ອຍເຜົາໄຂມັນ)
2. ນອນຫລັບ ຫລື ຫລັບນອນກໍ່ໃຫ້ພຽງພໍ
3. ຮັບແສງແດດ ໄລຍະ 8.00-9.00 ຊຶ່ງມີ UV ທີ່ເປັນປະໂຫຍດ
4. ພະຍາຍາມເລິ່ມຕົ້ນມື້ໃຫມ່ດ້ວຍການຫົວ, ຍິ້ມແຍ້ມແຈ່ມໃສ ຖ້າບ້າໄດ້ກໍ່ດີ
ຊີວີຈະເປັນສຸກ
* ຫມາຍເຫດ: ສະຫລຸບບາງສ່ວນຈາກການຟັງສຳມະນາ, ໂດຍ ທ່ານຫມໍ ພັນສັກ ສຸກະລິກ