ເຕັກນິກການລ້ຽງລູກນ້ອຍໃຫ້ມີສຸຂະພາບດີ ແລະ ແຂງແຮງ
ຫລັກການສຳຄັນໃນການຈະລ້ຽງລູກໃຫ້ມີສຸຂະພາບສົມບູນແຂງແຮງນັ້ນ ແມ່ນຢູ່ທີ່ອາຫານທີ່ມີຄຸນຄ່າ
ແລະ ການອອກກຳລັງກາຍຢ່າງເຫມາະສົມ ສະນັ້ນຈະມີແນວໃດແນ່ເຮົາມາຕິດຕາມກັນໄດ້ເລີຍ ດັ່ງນີ້:
-
ເລິ່ມຕົ້ນມື້ໃຫມ່ດ້ວຍອາຫານເຊົ້າທີ່ມີຄຸນຄ່າ:
ອາຫານເຊົ້າເປັນອາຫານຄາບທີ່ມີຄວາມສຳຄັນທີ່ສຸດໃນແຕ່ລະວັນ ເປັນການຕຽມຮ່າງກາຍລູກນ້ອຍໃຫ້ພ້ອມກັບການຮຽນ
ສຳຫລັບພໍ່ແມ່ ທີ່ບໍ່ມີເວລາຫລາຍປານໃດ ນົມຈັກຈອກ, ຂະໜົມປັງທາງເນີຍຖົ່ວ
ປິດທ້າຍດ້ວຍໝາກໄມ້ຊຳນີ້ກໍ່ພຽງພໍແລ້ວ.
-
ພະຍາຍາມໃຫ້ລູກໄດ້ເຄື່ອນໄຫວຮ່າງກາຍ: ບໍ່ວ່າຈະເປັນການແລ່ນ, ຂີ່ລົດຖີບ, ຫລື
ຍ່າງຫລີ້ນ ໂດຍທ່ານຄວນຈະເຮັດກິດຈະກຳເຫລົ່ານັ້ນກັບລູກນຳ ອາດຈະໃຊ້ເວລາພຽງແຕ່ 10 ນາທີ,
ຫລັງຈາກທີ່ລູກໄດ້ວຽກບ້ານແລ້ວໆກໍ່ພຽງພໍໃນແຕ່ລະວັນ
ນອກຈາກນັ້ນຄວນຈະຝຶກນິໄສໃຫ້ລູກຍ່າງຂື້ນຂັ້ນໃດ ແທນການຂື້ນລິບ ຫລື ຂັນໃດເລື່ອນ,
ຖ້າເປັນໄປໄດ້ຄວນຈະຈັດເວລາໃຫ້ກັບການອອກກຳລັງກາຍຂອງລູກວັນລະເຄິ່ງຊົ່ວໂມງ.
-
ກິນອາຫານວ່າງຢ່າງສະຫລາດ: ພວກຂະໝົມຕ່າງໆ ຄວນເລືອກແຕ່ສິ່ງທີ່ມີປະໂຫຍດ,
ມີຄຸນຄ່າອາຫານ ເຊັ່ນ: ນົມ, ຂະໜົມປັງກອບສອດໄສ້, ຂະໜົມປັງທາເນີຍຖົ່ວ, ຫລື ແຍມໝາກໄມ້,
ແຊນວິດ ເປັນຕົ້ນ.
-
ສ້າງຄວາມກະສັບກະເສັງວ່ອງໄວໃຫ້ກັບລູກ: ການອອກກຳລັງກາຍ ແລະ ການອົບອຸ່ນຮ່າງກາຍ
ຈະເຮັດໃຫ້ລູກໆ ມີຄວາມແຂງແຮງວ່ອງໄວ ເວລາອອກກຳລັງກາຍ ກໍ່ຄວນຈະມີ Warm up
ກັນຈັກຫນ່ອຍກ່ອນ ເມື່ອຮ່າງກາຍພ້ອມຈຶ່ງອອກກຳລັງກາຍຢ່າງຈິງຈັງ ແລະ ເມື່ອຈະເລິກກໍ່ຕ້ອງຄ່ອຍໆ
ເຮັດໃຫ້ຮ່າງກາຍຜ່ອນຄາຍລົງເທື່ອລະຫນ້ອຍ ແລະ ຢ່າລືມຝຶກໃຫ້ລູກຫາຍໃຈລຶກໆ ນຳ.
-
ເລືອກອາຫານຫລາຍໆຊະນິດໃຫ້ກິນຢ່າງສົມດູນ: ໃນແຕ່ລະວັນລູກຄວນຈະໄດ້ຮັບອາຫານຫລາຍໆຢ່າງ
ບໍ່ແມ່ນວ່າເດັກມັກແຮມເບີເກີ ແລະ ມັນຝັ່ງທອດ ກໍ່ປອ່ຍໃຫ້ກິນແຕ່ແນວນັ້ນຕິດໆ ກັນຫລາຍໆ
ຄາບ ການກິນອາຫານຫລາຍຢ່າງທີ່ມີຄຸນຄ່າອາຫານຕ່າງກັນ
ຈະເຮັດໃຫ້ຮ່າງກາຍໄດ້ຮັບອາຫານຢ່າງຄົບຫມວດໝູ່.
-
ຖ້າຕ້ອງການໃຫ້ລູກມັກກິດຈະກຳຫລືການຫລີ້ນນອກບ້ານຄວນຈະຫາໝູ່ເພື່ອນໃຫ້ລູກນຳ: ເດັກນ້ອຍໆ
ຈະຮູ້ສຶກມ່ວນຊື່ນຫລາຍຖ້າຫາກມີໝູ່ເພື່ອນຫລີ້ນນຳກັນ ອາດຈະເປັນໝູ່ເພື່ອນວັຍດຽວກັນ ຫລື
ສະມາຊິກໃນຄອບຄົວກໍ່ໄດ້ ຖ້າຫາກມີລູກຄົນດຽວ ໃນແຕ່ລະອາທິດຄວນຫາເວລາພິເສດ ໃຫ້ລູກໄດ້ໄປເຂົ້າກຸ່ມຫລີ້ນກັບໝູ່ເພື່ອນໃນວັຍໃກ້ຄຽງກັນນຳ.
-
ພະຍາຍາມໃຫ້ລູກໄດ້ກິນຜັກ ໝາກໄມ້: ໃນອາຫານກໍ່ຄວນຈະມີຜັກທີ່ເປັນຕາກິນໃຫ້ລູກໆ ໄດ້ກິນນຳ
ເຊັ່ນ: ໃນສະປາເກດຕີ້ ກໍ່ອາດຈະໃສ່ຫມາກເລ່ນ, ໃນໄອສະຄຣີມໃສ່ກ້ວຍຫອມ, ໃສ່ໝາກໄມ້ ເພື່ອໃຫ້ລູກໄດ້ມີໂອກາດຫລາຍທີ່ສຸດໃນການກິນອາຫານຈຳພວກນີ້.
-
ພາລູກເຂົ້າຮ່ວມເກມການແຂ່ງຂັນ ຫລື ກິລາ:
ການໃຫ້ໂອກາດເດັກນ້ອຍໄດ້ເຂົ້າໄປຢູ່ໃນທີມການແຂ່ງຂັນເກມ ຫລື ກິລາ
ຈະເຮັດໃຫ້ເດັກນ້ອຍມີຄວາມຮູ້ສຶກທີ່ດີ
ອີກທັງຍັງເຮັດໃຫ້ຮ່າງກາຍຂອງເຂົາສົມສ່ວນແຂງແຮງອີກດ້ວຍ.
-
ຈັດອາຫານແຕ່ລະຄາບໃຫ້ສົມດູນກັນ: ເຊັ່ນວ່າ ຖ້າຫາກອາຫານມື້ນີ້ ມີໄຂມັນຫລາຍແນ່
ມື້ຫນ້າກໍ່ລົດໄຂມັນລົງແນ່ຈະເປັນການດີ
-
ເຮັດໃຫ້ການກິນອາຫານ ແລະ ການເຮັດກິດຈະກຳຮ່ວມກັນນັ້ນມີຄວາມສຸກ:
ບໍ່ວ່າຈະເປັນການຫລີ້ນກິລາ, ການແລ່ນເກມ ຫລື ການກິນອາຫານ
ຖ້າສ້າງບັນຍາກາດທີ່ມ່ວນຊື່ນໃຫ້ກັບເດັກນ້ອຍ ເດັກຈະມີຄວາມຮູ້ສຶກມີຄວາມສຸກຕໍ່ການເຮັດກິດຈະກຳນັ້ນໆ
ຂໍ້ແນະນຳທັງ 10 ຂໍ້ນີ້: ອາດຈະເປັນປະໂຫຍດ ແລະ
ຊ່ວຍເສິມສ້າງສຸຂະພາບຮ່າງກາຍໃຫ້ກັບເດັກອາຍຸ 9-15 ປີໄດ້
ຂໍ້ມູນມາຈາກ The American Dietetic Association
|
|
|
2003-2005 ©
ສະຫງວນລິຂະສິດ,
ມະຫາສານ.ຄອມ
(ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌:
info@mahasan.com
Last Update:
Wednesday, May 18, 2005
|
|