ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ການລ້ຽງລູກດ້ວຍນົມແມ່ "ຟັງເບິ່ງແລ້ວຄືເປັນເລື່ອງທີ່ງ່າຍດາຍ ແຕ່ຄວາມເປັນຈິງແລ້ວ ແມ່ນມີຄວາມຫມາຍທີ່ເລີກເຊິ່ງ ມີຫລາຍເຫດຜົນທີ່ແມ່ທຸກຄົນຄວນ
ສຶກສາໃຫ້ເຂົ້າໃຈ, ຫລາຍຄົນອາດຄິດວ່າ ການໃຫ້ລູກກິນນົມເປັນເລື່ອງຫຍຸ້ງຍາກສັບສົນ ເຮັດໃຫ້ຕົນບໍ່ໄດ້ພັກຜ່ອນພຽງພໍ ເສຍຮູບເສຍຊົງ ຫລື ເຫດຜົນ
ຕ່າງໆນາໆ ເຊິ່ງນັ້ນແມ່ນຄວາມຄິດທີ່ຜິດພາດທີ່ສຸດ ເພາະຄວາມຈິງແລ້ວ ການໃຫ້ນົມລູກ ແມ່ນສະດວກງ່າຍດາຍ ປະຢັດ ບໍ່ໄດ້ເສຍເວລາໃນການປຸງແຕ່ງ
ໃດໆ ແລະ ທີ່ສຳຄັນແມ່ນມີຄຸນປະໂຫຍດຢ່າງໃຫຍ່ຫລວງສຳຫລັບລູກ ໂດຍສະເພາະ ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວໃນ 6 ເດືອນທຳອິດຂອງຊີວິດ
ໂດຍບໍ່ໃຫ້ອາຫານອື່ນໆ ແມ່ນມີຄວາມສຳຄັນຫລາຍ.
   
ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ແມ່ນປອດໄພ: ນ້ຳນົມແມ່ມີຄຸນຄ່າເຫນືອກວ່າອາຫານອື່ນໆ ເພາະນ້ຳນົມແມ່ມີພູມຕ້ານທານພະຍາດ ເຊິ່ງຊ່ວຍປົກປ້ອງຮ່າງກາຍຂອງເດັກ ຈາກພະຍາດຊຶມເຊື້ອຕ່າງໆໃນບໍ່ເທົ່າໃດມື້ຫລັງເກີດ ແມ່ໄດ້ໃຫ້ພູມຕ້ານທານພະຍາດແກ່ລູກດ້ວຍ ການໃຫ້ກິນຫົວນ້ຳນົມ ຫລື ນ້ຳນົມເຫລືອງ ເຊິ່ງມີທາດກາຍຕ້ານຫລາຍທີ່ສຸດ ທາດກາຍ
ຕ້ານດັ່ງກ່າວສາມາດຕໍ່ສູ້ ແລະ ຂ້າເຊື້ອພະຍາດໄດ້ຫລາຍຢ່າງ ເຖິງວ່າປະລິມານຫົວນ້ຳນົມຈະຫນ້ອຍ ແຕ່ວ່າພຽງພໍ ແລະ ເຫມາະສົມກັບຄວາມຕ້ອງການຂອງເດັກໃນໄລຍະນັ້ນ ເດັກທີ່ຖືກລ້ຽງດ້ວຍນົມແມ່ພຽງຢ່າງດຽວ ຈະແຂງແຮງດີກວ່າ ເດັກອ່ອນທີ່ຖືກລ້ຽງດ້ວຍນົມຝຸ່ນ ຫລື ນົມປະສົມ ແມ່ນມັກເຈັບປ່ວຍລື້ອຍໆ ດ້ວຍພະຍາດຖອກທ້ອງ ອັກເສບປອດ ຫລື ພະຍາດຊືມເຊື້ອອື່ນໆ.
ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ລູກຈະມີຮ່າງກາຍແຂງແຮງ ເພາະນ້ຳນົມແມ່ໃຫ້ພະລັງງານ ມີທາດໂປຣຕີນ ວິຕາມິນ ນ້ຳ ແລະ ສານອາ
ຫານອື່ນໆ ໃນຈຳນວນທີ່ເຫມາະສົມກັບຄວາມຕ້ອງການຂອງຮ່າງກາຍເດັກໃນໄລຍະ 6 ເດືອນທຳອິດ ສານອາຫານທີ່ມີໃນນ້ຳນົມແມ່ກໍມີຄຸນນະພາບດີ ພ້ອມສົມບູນແບບສຳລັບເດັກ ແລະ ທັງຍ່ອຍງ່າຍກວ່ານ້ຳນົມຊະນິດອື່ນໆ ຫລື ອາຫານອື່ນໆ ເດັກອາຍຸ
ຫລາຍຂື້ນກໍຈະບໍ່ຕຸ້ຍໂພດ ຄືກັບເດັກທີ່ກິນນົມຝຸ່ນ ເດັກຈະມີພູມຕ້ານທານສູງ ແລະ ມີຄວາມສະຫລາດ
ສູງກວ່າ.

  ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ແມ່ນຍືນຢົງ ເພາະແມ່ສາມາດຮັບປະກັນວ່າໄດ້ມີນ້ຳນົມກຽມພ້ອມ ທຸກເວລາໃຫ້ລູກກິນນ້ຳນົມແມ່ທີ່ດີມາຈາກໂພຊະນາການທີ່ດີຂອງແມ່ ດັ່ງນັ້ນ ແມ່ບໍ່ຄວນຄະລຳອາຫານ ຄວນກິນອາຫານໃຫ້ຄົບຫມົດທຸກຫມວດ ເຊັ່ນ: ອາຫານພວກຊີ້ນ, ປາ, ນົມ, ໄຂ່, ທາດແປ້ງ, ພຶດ, ນ້ຳມັນພຶດ, ຜັກ ແລະ ຫມາກໄມ້ ເຊິ່ງອາຫານທີ່ກ່າວມານັ້ນ ລ້ວນແຕ່ມີໃນທ້ອງຖິ່ນທີ່ສາມາດຊອກຫາໄດ້ງ່າຍ ແລະ ລາຄາບໍ່ແພງ ຖ້າແມ່ບໍລິໂພກອາຫານຄົບພຽງພໍ ນົມແມ່ກໍຈະມີພຽງພໍສຳລັບລູກນ້ອຍ ບໍ່ມີຄວາມຈຳເປັນທີ່ຈະຕ້ອງກັງວົນໃນການຊອກເງິນຊື້ນົມຝຸ່ນໃຫ້ລູກກິນອີກ.

* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 04-08-2005, ໂດຍ: ພູຄຳ

 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 021 263 563 ແຟັກ: 021 263564 ອີເມລ໌: info@mahasan.com

Last Update: Thursday, March 20, 2008