ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ຫລັງເກີດລູກຈະເຮັດອັນໃດດີ?

ເມື່ອກຳລູກອອກມາແລ້ວ ທ່ານໝໍທີ່ທຳຄອດຈະຕັດສາຍແຮ່, ເຊັດຕາໃສ່ຢາຂ້າເຊື້ອໃຫ້ລູກ, ຢ່າຟ້າວນອນລັບ ຄວາມໂອບອູ້ມເອົາລູກນ້ອຍທັນທີເມື່ອໝໍເຊັດໂຕລູກນ້ອຍຮຽບຮ້ອຍແລ້ວ ຂໍໂອບອຸ້ມເອົາລູກໃຫ້ຊື້ນໃຈ ທັງຕົວທ່ານເອງ ແລະ ລູກນ້ອຍຈະໄດ້ອົບອຸ່ນທັນທີຫລັງຈາກຄອດແລ້ວ ນາງພະຍາບານຈະເອົາແອນ້ອຍໄປອາບນ້ຳ ຊັ່ງນ້ຳຫນັກ ແລ້ວໃຫ້ຄວາມອົບອຸ່ນ ລະຫວ່າງນີ້ທ່ານຄວນພັກຜ່ອນຈັກເຄິ່ງຊົ່ວໂມງ ແລ້ວຂໍໃຫ້ທ່ານໝໍເອົາລູກມາດູດນ້ຳນົມແມ່ທັນທີ ເຖິງວ່ານ້ຳນົມຂອງທ່ານຍັງບໍ່ໄຫລອອກມາການດູດນົມແມ່ຂອງລູກໄລຍະນີ້ ຈະຊ່ວຍກະຕຸ້ນໃຫ້ສ້າງນ້ຳນົມໄດ້ໄວຂື້ນ ແລ້ວທ່ານຍັງໄດ້ຢູ່ກັບລູກນ້ອຍທີ່ທ່ານໄດ້ອຸ້ມທ້ອງຖືພາຕະຫລອດ 9 ເດືອນເຕັມ, ແລ້ວພິຈາລະນາເບິ່ງແຕ່ລະສ່ວນຂອງລູກເລີຍວ່າມີສ່ວນໃດຄືກັບທ່ານແນ່ ແລະ ສ່ວນໃດທີ່ຄືກັບຜົວຂອງທ່ານແນ່ ຄວນອຸ້ມລູກ ແລະ ສົບສາຍຕາລູກໃນໄລຍະຫ່າງປະມານ 50 ຊັງຕີແມັດ, ຊຶ່ງຈະເປັນໄລຍະທີ່ລູກນ້ອຍເບິ່ງເຫັນໄດ້ຊັດເຈນທີ່ສຸດ ລູກນ້ອຍຈະເບິ່ງເຫັນພາບຂອງທ່ານສີລາງໆ ລູກຈຶ່ງຮັບຮູ້ດ້ວຍການສຳຜັດ, ກິ່ນ ແລະ ສຽງ, ເວົ້າຄ່ອຍໆ ກັບລູກນ້ອຍ ແລະ ລູບຕົວລູກນ້ອຍດ້ວຍຄວາມນຸ້ມນວນ ແລະ ຢ່າລືມໃຫ້ລູກດູດນົມອີກ, ດູດທັງສອງເຕົ້າເລີຍ ເຖິງວ່າຈະມີນ້ຳນົມພຽງໜ້ອຍດຽວ ຫລື ບໍ່ມີເລີຍ ແຕ່ຈະເປັນຫົວນ້ຳນົມທີ່ມີພູມຕ້ານທາງໂລກໄດ້ສູງຫລາຍ ແລ້ວໃຫ້ລູກນ້ອຍນອນໃນອູ່ກ່ວຍສຳລັບເດັກນ້ອຍເກີດໃໝ່ໃກ້ໆ ທ່ານ ຖ້າເປັນໄປໄດ້, ແຕ່ຖ້າເປັນໂຮງໝໍອາດເປັນໄປໄດ້ຍາກ ເພາະນາງພະຍາບານຕ້ອງເອົາໄປທີ່ຫ້ອງລວມເດັກນ້ອຍ ຖ້າມີໂອກາດໃຫ້ໂອບອຸ້ມລູກນ້ອຍ ເວົ້າ, ລູບໄລ້ລູກ ແລະ ໃຫ້ດູດນົມແມ່ທຸກໆ ຊົ່ວໂມງ ລູກນ້ອຍຈະຈື່ສຽງ, ກິ່ນ, ການໂອບອຸ້ມ ແລະ ຫົວນົມແມ່ໄດ້ເປັນຢ່າງດີ ແລະ ພຽງບໍ່ເກີນ 24 ຊົ່ວໂມງ ນ້ຳນົມແມ່ກໍ່ຈະໄຫລຫລາຍຂື້ນ ທ່ານ ແລະ ລູກນ້ອຍຈະເລີ່ມເຂົ້າກັນໄດ້ດີ ຊີວິດຂອງລູກນ້ອຍຈຶ່ງຄ່ອຍໆມີສາຍສຳພັນກັບແມ່ເທື່ອລະກ້າວໄປ.
 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005