ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
 

ວິທີຊົງນົມ

ນົມປະສົມສຳຫລັບແອນ້ອຍຫາກໍ່ເກິດເກືອບທຸກຊະນິດຈະມີບ່ວງນ້ອຍສຳຫລັບຕວງນົມ ຢູ່ໃນກະປ໋ອງ ບ່ວງຕັກນົມມີ 3 ແບບ: ແຕ່ສັດສ່ວນການປະສົມມີພຽງ 2 ແບບຄື: 1 ຕໍ່ 1 ຫລື 1 ຕໍ່ 2.
ການປະສົມຄວນເຮັດຕາມຂັ້ນຕອນດັ່ງນີ້ ໃສ່ນ້ຳຮ້ອຍປະມານຫນື່ງໃນສາມຂອງບໍລິມາດທີ່ຕ້ອງການ ເຊັ່ນ: ຕ້ອງການກຽມນົມ 3 ອອນຊ໌ ຫລື ມິລິລິດ ໃຫ້ໃສ່ນ້ຳຮ້ອນລົງໄປໃນຂວດນົມປະມານ 1 ອອນຊ໌ ຫລື 30 ມິລິລິດ ເມື່ອຕຽມແລ້ວ ໃຫ້ທ່ານໃສ່ນົມຝຸ່ນລົງໄປ 3 ບ່ວງ (ສຳຫລັບບ່ວງຂະຫນາດ 1 ຕໍ່ 1) ຫລື ໃສ່ນົມຝຸ່ນ 1 ບ່ວງເຄິ່ງ (ສຳຫລັບບ່ວງຂະຫນາດ 1 ຕໍ່ 2) ເມື່ອໃສ່ແລ້ວໃຫ້ອັດຈຸກນົມແລ້ວສັ່ນໃຫ້ແຮງໆ ເພື່ອໃຫ້ນົມລະລາຍເຂົ້າກັບນ້ຳຮ້ອຍ ເມື່ອນົມລະລາຍແລ້ວ ໃຫ້ຕື່ມນ້ຳສະອາດທີ່ບໍ່ຮ້ອນຫລືເຢັນເກິນໄປ ລົງໄປຈົນຄົບ 3 ອອນຊ໌ ຫລື 90 ມິລິລິດ, ແລ້ວສັ່ນຄ່ອຍໆ ໃຫ້ເຂົ້າກັນ, ກ່ອນທີ່ຈະໃຫ້ລູກກິນ ທ່ານຄວນຢອດນົມລົງໃສ່ຫລັງມືທ່ານວ່າ ອຸ່ນພໍດີຫລືບໍ່ ຖ້າຮູ້ສຶກວ່າຮ້ອນໄປ ອາດຕັ້ງປະໄວ້ຈັກບຶດຫນື່ງ ຫລື ນຳຂວດນົມນັ້ນໄປແຊ່ນ້ຳທີ່ມີອຸ່ນຫະພູມປົກກະຕິຈັກບຶດ ຈຶ່ງໃຫ້ລູກນ້ອຍດື່ມກິນ.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005