ເກີດລູກເມື່ອອາຍຸການຖືພາໄດ້
6-7 ເດືອນ
05/18/2005 10:37:33 AM
ຖ້າທ່ານຖືພາໄດ້ປະມານ
6-7 ເດືອນ ແລ້ວເກີດຄອດ ລູກອອກມາຈະມີນ້ຳຫນັກໂຕບໍ່ເຖິງ 1 ກິໂລ
ລູກອາດຈະມີຊີວິດລອດ ແຕ່ສ່ວນຫລາຍຈະເສຍຊີວິດ
ດຽວນີ້ແພດໝໍຍັງບໍ່ຮູ້ສາເຫດຂອງການເກີດ ກ່ອນກຳນົດໄດ້ດີ ແຕ່ບາງສ່ວນອາດຈະເນື່ອງມາຈາກປາກມົດລູກຂອງທ່ານບໍ່ແຂງແຮງ
ຊຶ່ງຖ້າເປັນກໍລະນີນີ້ທ່ານຄວນໄປຮັບການຫຍີບບໍລິເວນປາກມົດລູກ ເມື່ອທ່ານມີອາຍຸການຖືພາປະມານ
4 ເດືອນ ຫລື 16 ອາທິດ, ຈົນເມື່ອທ່ານມີອາຍຸການຖືພາໃກ້ຮອດ 36
ອາທິດ, ໝໍຈຶ່ງຈະຕັດໄໝບໍລິເວນປາກມົດລູກອອກ
ວິທີການນີ້ຈະເຮັດໃຫ້ລູກນ້ອຍໃນມົດລູກໃຫຍ່ ແລະ
ພົ້ນຂີດການເສຍຊີວິດ ວິວັດທະນາການທາງເຄື່ອງມື ແລະ ການເບິ່ງແຍງແອນ້ອຍເຮັດໃຫ້ໝໍສາມາດຊ່ວຍແກ່ຍາວຊີວິດເດັກທາລົກເຫລົ່ານີ້ໄດ້
ໃນອະດີດແອນ້ອຍເຫລົ້ານີ້ມັກຈະຕາຍພາຍໃນ 24ຊົ່ວໂມງ, ແຕ່ໃນປະຈຸບັນ ມີຫລາຍຄົນທີ່ລອດຊີວິດ
ໂດຍສາມາດເຕີບໃຫຍ່ເປັນເດັກນ້ອຍທີ່ແຂງແຮງ ປາດສະຈາກຄວາມພິການອື່ນໆ
ແຕ່ກໍ່ມີເດັກນ້ອຍຈຳນວນຫລວງຫລາຍທີ່ເຖິງວ່າຈະລອດຊີວິດ ແຕ່ອາດຈະມີຄວາມ ພິການຕິດຕົວຕະຫລອດໄປ
ເຮົາຈຶ່ງຄວນປ້ອງກັນບໍ່ໃຫ້ເດັກເກີດກ່ອນກຳນົດ.