ລະວັງຫລຸລູກ
Wednesday May 18, 2005 10:33:14 AM
"ກ່ອນຈະຖືພາໄດ້ແຕ່ລະຄັ້ງມັນແສນຍາກ
ແຕ່ການຫລຸລູກ(ແທ້ງລູກ)ມັນງ່າຍອີກຫລີ"
ທ່ານຄວນລະມັດລະວັງໃນໄລຍະເລິ່ມຖືພາໃໝ່ໆ ເພາະລູກນ້ອຍທີ່ຍັງເປັນຕົວອ່ອນຢູ່ໃນທ້ອງຍັງເກາະໂພ່ງມົດລູກບໍ່ແໜ້ນດີ
ການກະທົບກະເທືອນບໍລິເວນທ້ອງນ້ອຍອາດຈະເຮັດໃຫ້ຫລຸລູກໄດ້ ຫລື
ບາງຄັ້ງອາດເນື່ອງຈາກການມີຮໍໂມນບາງຊະນິດນ້ອຍກວ່າປົກກະຕິ
ກໍ່ອາດຈະເຮັດໃຫ້ຫລຸລູກໄດ້
ທ່ານບໍ່ອາດຮູ້ລ່ວງໜ້າໄດ້ວ່າຈະເກິດການຫລຸລູກເມື່ອໃດ
* ຂໍໃຫ້ສັງເກດອາການເຫລົ່ານີ້:
ເລິ່ມເຄັ່ງຕຶງໆ ຢູ່ບໍລິເວນທ້ອງນ້ອຍ
ມີເລືອດອອກມາບໍລິເວນຊ່ອງຄອດ
* ວິທີປະຕິບັດ
- ພັກຜ່ອນໃຫ້ຫລາຍ
- ຄວນຟ້າວໄປຫາໝໍ
* ການຮັກສາຂອງຂະແໜງປະສູດ
- ກວດພາຍໃນ ເພື່ອໃຫ້ແນ່ໃຈວ່າປາກມົດລູກຍັງບໍ່ເປິດ
- ກວດດ້ວຍອັລຕຣາຊາວ ເພື່ອເບິ່ງວ່າມີແອນ້ອຍໃນທ້ອງຈິງຫລືບໍ່ ແລະ
ມີຊີວິດຢູ່ຫລືບໍ່ ເພາະບາງຄັ້ງອາດເປັນການຖືພາທີ່ມີແຕ່ ຖົງນ້ຳຄ່ຳ
ໂດຍບໍ່ມີຕົວລູກອ່ອນກໍ່ມີ.
- ໃຫ້ຢາຊະນິດກິນເພື່ອຫລຸດການບີບຮັດຕົວຂອງມົດລູກ
- ສັກຮໍໂມນ ຄື: ຂະໜາດ 25 ຫລື 250 ມິລິກັມ ໃຫ້ແກ່ແມ່ຍິງທີ່ມີອາການຈະຫລຸລູກ
ໂດຍອາດຈະສັກທຸກມື້, ເວັ້ນມື້ຫນື່ງ ຫລື ອາທິດລະ 1 ຄັ້ງກໍ່ໄດ້
ທັງນີ້ແລ້ວແຕ່ການພິຈາລະນາຂອງແພດໝໍ ບາງເທື່ອມີເລືອດອອກມາຫລາຍ
ທ່ານຢ່າຟ້າວນ້ອຍໃຈວ່າຈະຫລຸລູກແລ້ວ ໃຫ້ຟ້າວໄປຫາໝໍບ່ອນທີ່ທ່ານໄປຝາກທ້ອງໄວ້
ໝໍຈະເບິ່ງລູກອ່ອນໃນທ້ອງໂດຍໃຊ້ເຄື່ອງອັລຕຣາຊາວວ່າຍັງຢູ່ ແລະ
ມີຊີວິດຫລືບໍ່ ຖ້າຍັງຢູ່ ແລະ ມີຊີວິດ
ໝໍຈະໄດ້ຊ່ວຍເຫລືອຈົນສຸດຄວາມສາມາດ ແລະ ໃນກໍລະນີລູກອ່ອນຫລຸດອອກມາແລ້ວ
ຫລື ເສຍຊີວິດຢູ່ໃນມົດລູກ ໝໍກໍ່ຈະຂູດມົດລູກໃຫ້ເພື່ອຫ້າມເລືອດ ຫລື
ຢຸດການຖືພາຄັ້ງນີ້ ເພື່ອກຽມຕົວສຳຫລັບການມີຖືພາທີ່ສົມບູນກວ່າໃນຄັ້ງຕໍ່ໄປ.