ເມື່ອໃດພ້ອມຈະມີລູກ
"ລູກ" ຄືດວງໃຈຂອງພໍ່
ແລະ ແມ່ ລູກເປັນສົມບັດຂອງທັງສອງຄົນ
ຈຶ່ງຄວນພ້ອມກັນທັງສອງຝ່າຍກ່ອນຈະມີລູກ ຄວນພ້ອມໃນທຸກໆດ້ານ ແລະ
ພ້ອມຕະຫລອດໄປ ເພື່ອການລ້ຽງດູລູກນຳ ໃນນີ້ຈະກ່າວເຖິງຄວາມພ້ອມກ່ອນຈະມີລູກ
-
ສຸຂະພາບແມ່
ຖ້າທ່ານທີ່ຍັງຢູ່ໃນຊ່ວງວັຍລຸ້ນຍັງບໍ່ສົມຄວນຈະມີລູກ ເພາະລຳພັງຕົວທ່ານເອງຍັງມີການຈະເລີນເຕີບໃຫຍ່ອີກຫລາຍ
ທ່ານຈຶ່ງຕ້ອງການອາຫານຫລາຍ ແລະ ຫລາຍຊະນິດ
ຖ້າທ່ານຖືພາໃນໄລຍະນີ້ແທ້ໆ
ທ່ານຈຳເປັນຕ້ອງໄດ້ຮັບການເບິ່ງແຍງທາງດ້ານອາຫານເປັນກໍລະນີພິເສດ ເພື່ອປ້ອງກັນບໍ່ໃຫ້ຮ່າງກາຍຂອງທ່ານຊຸດໂຊມຫລາຍ
ແລະ ລູກທີ່ເກິດມາຈະບໍ່ແຂງແຮງ ຈຶ່ງຄວນປ້ອງກັນ ແລະ
ວາງແຜນຄອບຄົວໃຫ້ດີທີ່ສຸດໃນຊ່ວງເປັນວັຍລຸ້ນ ຖ້າທ່ານມີພະຍາດປະຈຳຕົວທີ່ຍັງຢູ່ລະຫວ່າງການປິ່ນປົວ ເຊັ່ນ: ໂລກເບົາຫວານ,
ໂລກຄວາມດັນໂລຫິດສູງ, ຫລື ໂລກຕ່ອຍໄທລອຍເປັນພິດ
ທ່ານຄວນໄດ້ຮັບການຮັກສາຈົນສາມາດຄວບຄຸມຄວາມຜິດປົກກະຕິພາຍໃນຮ່າງກາຍໄດ້ສາກ່ອນ
ຈຶ່ງຄ່ອຍເລິ່ມມີການຖືພາ ນອກຈາກນີ້ທ່ານຄວນໄປກວດສຸຂະພາບແຂ້ວ ແລ ເຫງືອກນຳ
ເມື່ອພົບວ່າແຂ້ວເລິ່ມເປັນແມງ ຄວນໄດ້ຮັບການອັດຮູແຂ້ວແມງ ຫລື
ຖອນອອກ ຄວນຂູດຫີນປູນທີ່ຕິດຕາມຮອບແຂ້ວ ເພື່ອປ້ອງັກນຖານແຂ້ວ ແລະ
ປ້ອງກັນໂລກເຫງືອກ ຄວນກິນອາຫານທີ່ມີແຄລຊຽມຫລາຍເປັນປະຈຳ ເຊັ່ນ:
ນົມ ຫລື ຜັກໃບຂຽວ ແລະ ກິນອາຫານທີ່ບຳລຸງເລືອດຢ່າງສະຫມ່ຳສະເຫມີ ເຊັ່ນ:
ຕັບ, ເລືອດໝູ ແລະ ຊີ້ນ ຕ່າງໆ
-
ເວລາ ແລະ ຖານະເສດຖະກິດ
ການທີ່ທ່ານຈະມີລູກເພິ່ມຂື້ນ 1 ຄົນ
ຈະເປັນພາວະເຮັດໃຫ້ຄ່າໃຊ້ຈ່າຍພາຍໃນຄອບຄົວເພິ່ມຫລາຍຂື້ນ
ຊຶ່ງຈະລວມທັງອາຫານ, ເສື້ອຜ້າ, ເຄື່ອງໃຊ້ຕ່າງໆ ແລະ
ຄ່າປິ່ນປົວໃນຍາມລູກບໍ່ສະບາຍ ນອກຈາກນັ້ນຍັງຕ້ອງມີເວລາໃຫ້ແກ່ລູກນຳ
ບໍ່ຄວນປະປ່ອຍໃຫ້ຄົນອື່ນເບິ່ງແຍງແທນ
ບໍ່ຄວນຝາກລູກໃຫ້ບ່ອນລ້ຽງເດັກເບິ່ງແຍງ ໂດຍສະເພາະໃນໄລຍະທີ່ລູກອາຍຸໄດ້
1 ເດືອນ, ຈົນລູກອາຍຸເກືອບຮອດ 1 ປີ ຈະເປັນຕາອິໂຕນຫລາຍ, ເພາະເດັກນ້ອຍຈະຂາດການກະຕຸ້ນທາງພັດທະນາການ,
ຂາດຄວາມຮັກ ແລະ ຄວາມອົບອຸ່ນ, ບໍ່ມີຄວາມຮູ້ສຶກຂອງຄວາມເປັນ ແມ່-ລູກ
ຫລື ພໍ່-ລູກ ແວວຕາຂອງເດັກນ້ອຍເຫລົ່ານີ້ບໍ່ບົ່ງບອກເຖິງການມີຄວາມສຸກຄືກັບຄົນອື່ນເລີຍ
ເຫັນໃຜກໍ່ຢາກໃຫ້ອຸ້ມ, ກິນອາຫານ ແລະ ນົມບໍ່ເກັ່ງ
ມີການຈະເລີນເຕີບໃຫຍ່ ແລະ ພັດທະນາການຕ່າງໆ ຊ້າ
ສະຫມອງຈະນ້ອຍກວ່າເດັກນ້ອຍທົ່ວໄປ
ດັ່ງນັ້ນເວລາຂອງທ່ານທີ່ໃຫ້ແກ່ລູກຈຶ່ງມີຄວາມສຳຄັນຫລາຍກວ່າເງິນຫລາຍ
ແຕ່ຄົນສ່ວນໃຫຍ່ເລືອກທີ່ຈະຫາເງິນໃຫ້ຫລາຍໄວ້ກ່ອນ ໂດຍເອົາເງິນສ່ວນທີ່ຫາມາໄດ້ຈ້າງຄົນອື່ນລ້ຽງລູກແທນ
ເມື່ອປຽບທຽບກັບອີກຄອບຄົວໜື່ງ
ທີ່ແມ່ລາອອກຈາກວຽກມາລ້ຽງລູກດ້ວຍຕົນເອງ ເດັກນ້ອຍເຫລົ່ານີ້ຈະມີສຸຂະພາບຈິດດີ,
ຄອບຄົວມີຄວາມເບິກບານມ່ວນຊື່ນ ແລະ ມີຄວາມອົບອຸ່ນຫລາຍກວ່າ. ດັ່ງນັ້ນເມື່ອທ່ານມີສຸຂະພາບ ແລະ ມີເວລາສຳຫລັບລູກແລ້ວ ໂດຍບໍ່ມີຫນີ້ສິນຫລວງຫລາຍ
ກໍ່ຄວນຈະເລີ່ມມີລູກໄດ້.
|
|
|
2003-2005 ©
ສະຫງວນລິຂະສິດ,
ມະຫາສານ.ຄອມ
(ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌:
info@mahasan.com
Last Update:
Wednesday, May 18, 2005
|
|