ເມື່ອໃດຈະມີລູກຄົນທີສອງ
ຄວາມພ້ອມຂອງຝ່າຍຊາຍ
ແລະ ຝ່າຍຍິງ ມີສ່ວນສຳຄັນຫລາຍໃນການຕັດສິນໃຈທີ່ຈະມີລູກຄົນທີສອງ
ຢ່າລືມວ່າລູກຄົນທຳອິດຍັງເປັນເດັກນ້ອຍ ຍັງຕ້ອງການຄວາມຮັກ ແລະ
ຄວາມເອົາໃຈໃສ່ຢ່າງຕໍ່ເນື່ອງ
ດັ່ງນັ້ນກ່ອນທີ່ທ່ານຈະມີລູກຄົນທີສອງ
ທ່ານຄວນໝັ້ນໃຈວ່າການມີລູກຄົນທີສອງຈະບໍ່ມີຜົນກະທົບຕໍ່ການລ້ຽງດູລູກຄົນທີຫນື່ງ
ມີຫລາຍເທື່ອທີ່ພໍ່ ຫລື ແມ່ຂອງເດັກນ້ອຍມາເລົ່າໃຫ້ຟັງວ່າ "ລູກຄົນທີຫນື່ງນີ້ດື້ຫລາຍ
ເຄີຍຊ່ວຍຕົວເອງໄດ້ຫລາຍຢ່າງ ດຽວນີ້ເຮັດຫຍັງບໍ່ໄດ້" ຫລື "ລູກຄົນທີ່ຫນື່ງຫັນກັບມາດູດເຕົ້ານົມອີກ"
ຄວາມເປັນຈິງແລ້ວຈະມີລູກຄົນທີ່ສອງເມື່ອໃດກໍ່ໄດ້
ຖ້າທ່ານເຂົ້າໃຈຄວາມຮູ້ສຶກຂອງລູກຄົນທີຫນື່ງ
ມີເວລາໃຫ້ແກ່ລູກຄົນທຳອິດ ແລະ ໃຫ້ການເບິ່ງແຍງເທົ່າກັນ ແຕ່ໃນທາງປະຕິບັດແລ້ວເຮັດໄດ້ຍາກ
ເພາະເວລາທີ່ອຸ້ມນ້ອງ ຜູ້ເປັນອ້າຍຫລືເອື້ອຍກໍ່ຢາກໃຫ້ອຸ້ມ
ທ່ານອາດຈະອຸ້ມທັງສອງຄົນບໍ່ໄດ້
ຄົນທີ່ຫນື່ງຢາກນອນເທິງຕັກຂອງແມ່ແນ່
ຈຶ່ງຂໍເຕົ້ານົມແລ້ວມານອນເທິງຕັກແມ່ ເປັນຕົ້ນ,
ບັນຫາເຫລົ່ານີ້ຈະລຸດຫນ້ອຍລົງ ຖ້າຄົນທີສອງມີອາຍຸໄດ້ 4
ປີຂະນະທີ່ໃຫ້ກຳເນິດນ້ອງ ແລະ
ລະຫວ່າງຖືພາທ່ານຄວນພະຍາຍາມເວົ້າໂນ້ມນ້າວ ໃຫ້ແກ່ອ້າຍຟັງສະເຫມີວ່າຕໍ່ໄປຄອບຄົວເຮົາຈະມີອ້າຍນຳກັນ
2 ຄົນ, ໄປໃສມາໃດນຳກັນ ແລະ ເມື່ອເກີດນ້ອງອອກມາໃຫມ່ໆ
ທ່ານຄວນໃຫ້ອ້າຍມາຊ່ວຍເບິ່ງແຍງນ້ອງແນ່
ຈະເຮັດໃຫ້ຜູ້ເປັນອ້າຍຮູ້ສຶກວ່າຕົວເອງໃຫຍ່ຂື້ນ
ມີຫນ້າທີ່ຕ້ອງຊ່ວຍເບິ່ງນ້ອງແນ່
ທ່ານອາດຈະເວັ້ນການມີລູກຄົນທີ່ສອງເມື່ອລູກຄົນຫນື່ງອາຍຸໄດ້ 1-3
ປີ, ທັງນີ້ເພາະເດັກນ້ອຍໃນອາຍຸຊ່ຳນີ້ມັກຈະມີນິໄສອິດສາ ແລະ
ດື້ເປັນທຳມະດາຢູ່ແລ້ວ ຖ້າຜ່ານພົ້ນໄລຍະນີ້ໄດ້
ບັນຫາເລື່ອງນ້ອງຄົງຈະນ້ອຍລົງ ແຕ່ທັງຫມົດນີ້ຍັງຂື້ນກັບອຸປະນິໄສສ່ວນຕົວຂອງອ້າຍເປັນສຳຄັນ
ຊຶ່ງອຸປະນິໄສສ່ວນຕົວນີ້ຖ່າຍທອດທາງກຳມະພັນ ເດັກນ້ອຍບາງຄົນດີຕັ້ງແຕ່ກຳເນີດ
ຫລື ບາງຄົນກໍ່ດື້ມາແຕ່ກຳເນິດຄືກັນ
ທ່ານຈຶ່ງຫມັ່ນສັງເກດອຸປະນິໄສລູກນ້ອຍແຕ່ລະຄົນໆ