ຢາກໄດ້ລູກຊາຍ
ຫລື ລູກສາວ
ຈົນເຖິງເວລານີ້ຍັງບໍ່ມີໝໍທ່ານໃດສາມາດກຳຫນົດລູກຊາຍ ແລະ
ລູກສາວໄດ້ຢ່າງແນ່ນອນ ສຳຫລັບການຖືພາໃນແຕ່ລະຄັ້ງ
ມີທ່ານໝໍຫລາຍຄົນພະຍາຍາມຄັດເລືອກຕົວອະສຸຈິຂອງຜູ້ຊາຍ ເພື່ອໃຫ້ໄດ້ເພດຜູ້
ແລ້ວສັກເຂົ້າໄປໃນໂພງມົດລູກຂອງຜູ້ຍິງ ແຕ່ຜົນທີ່ໄດ້ຍັງບໍ່ແນ່ນອນ
ຖ້າເກິດໄດ້ເພດຊາຍຈິງມັກເກິດຈາກດວງຫລາຍກວ່າ ຄື: ໂອກາດ 50:50
ຈຶ່ງບໍ່ແນະນຳໃຫ້ເຮັດ ຄວນປ່ອຍໄປທຳມະຊາດ ເພື່ອໃຫ້ຕົວອະສຸຈິທີ່ແຂງແຮງເທົ່ານັ້ນ
ປະສົມກັບໄຂ່ທີ່ສຸກແລ້ວ ແຕ່ມີຂໍ້ແນະນຳບາງປະການໃນການເລືອກເພດລູກໂດຍວິທີທຳມະຊາດ
ຊຶ່ງຈະຂໍບອກດັ່ງນີ້:
* ຕ້ອງການລູກຜູ້ຊາຍ
ການຈະໄດ້ລູກຊາຍຈະຕ້ອງເກິດຈາກຕົວອະສຸຈິເພດຜູ້ (23, Y)
ປະສົມກັບໄຂ່ທີ່ສຸກແລ້ວ (23,X) ເມື່ອປະສົມແລ້ວຈະໄດ້ລູກທີ່ມີໂຄຣໂມໂຊມ
(46,XY) ນັບໄດ້ 46 ອັນ ຫລື 23 ຄູ່, ໂດຍຄູ່ XY
ຈະບົ່ງບອກວ່າລູກເປັນເພດຊາຍ
ດັ່ງນັ້ນຖ້າຕ້ອງການໄດ້ລູກຊາຍຈຶ່ງຄວນໃຫ້ຕົວອະສຸຈິເພດຜູ້ມີໂອກາດປະສົມກັບໄຂ່ໃຫ້ຫລາຍທີ່ສຸດ
ເນື່ອງຈາກຕົວອະສຸຈິເພດຜູ້ມັກບໍ່ແຂງແຮງ
ຈຶ່ງບໍ່ຄວນໃຫ້ຕົວອະສຸຈິເພດຜູ້ນີ້ແລ່ນໄລຍະທາງໄກ
ຈຶ່ງຄວນມີເພດສຳພັນໃນຊ່ວງວັນທີ່ໄຂ່ຕົກ ຄື: ປະມານວັນທີ 14
ຫລັງຈາກມີປະຈຳເດືອນວັນທຳອິດ ໃນກໍລະນີທີ່ທ່ານມີຮອບປະຈຳເດືອນສະຫມ່ຳສະເຫມີທຸກ
28 ວັນ, ຫລື ຖ້າທ່ານແທກອຸນນະພູມຂອງທາງຊ່ອງຄອດ ທຸກມື້ກ່ອນນອນ
ຈະເຫັນວ່າມື້ທີ່ອຸນນະພູມຕ່ຳທີ່ສຸດ ຈະມີໄຂ່ຕົກຈາກຮັງໄຂ່ ແລະ
ນອກຈາກນີ້ເວລາທີ່ມີເພດສຳພັນ ເມື່ອຜົວທ່ານຈະຫລັ່ງນ້ຳອະສຸຈິເວລາມີເພດສຳພັນພະຍາຍາມໃຫ້ຝ່າຍຍິງເຖິງຈຸດສຸດຍອດກ່ອນ
ແລ້ວຝ່າຍຊາຍຄ່ອຍຫລັ່ງນ້ຳອະສຸຈິ ແລະ
ຜົວຄວນຈະສອດອະໄວຍະເພດເຂົ້າໄປໃນຊ່ອງຄອດໃຫ້ເລິກທີ່ສຸດ ເພື່ອໃຫ້ນ້ຳອະສຸຈິຖືກສັກເຂົ້າປາກມົດລູກ
ຕົວອະສຸຈິເພດຜູ້ຈະໄດ້ເຂົ້າໄປໃນມົດລູກທັນທີ ເນື່ອງຈາກຕົວອະສຸຈິເພດຜູ້ຈະແລ່ນໄດ້ໄວກວ່າເພດແມ່
ຖ້າຫລັງນ້ຳອະສຸຈິພາຍໃນບໍລິເວນຊ່ອງຄອດ
ຕົວອະສຸຈິເພດຜູ້ນີ້ຈະພົບສານເມືອກໃນຊ່ອງຄອດ
ທີ່ມີຄຸນສົມບັດເປັນກົດຈະເຮັດໃຫ້ອ່ອນແຮງໄດ້ງ່າຍ ແລະ
ຈະເຫລືອແຕ່ຕົວອະສຸຈິເພດແມ່ (22,X) ເທົ່ານັ້ນ
ທີ່ເຂົ້າໄປໃນໂພງມົດລູກ
ນອກຈາກນັ້ນຍັງມີຄວາມເຊື່ອເລື່ອງຄວາມເປັນກົດດ່າງໃນຊ່ອງຄອດ ໂດຍທີ່ອະສຸຈິເພດຜູ້ຈະຕາຍງ່າຍໃນສະພາວະເປັນກົດ
ດັ່ງນັ້ນໃນຄົນທີ່ຢາກໄດ້ລູກຊາຍກໍ່ອາດຈະມີການແນະນຳໃຫ້ລ້າງຊ່ອງຄອດດ້ວຍດ່າງ
ເປັນຕົ້ນ.
ຕ້ອງການລູກຜູ້ຍິງ
ລູກຜູ້ຍິງຈະເກິດຈາກຕົວອະສຸຈິເພດແມ່ (23,X)
ປະສົມກັບໄຂ່ທີ່ສຸກແລ້ວ (23,X) ຈະໄດ້ລູກທີ່ມີໂຄຣໂມໂຊມ (46,XX)
ນັບໄດ້ 46 ອັນ ຫລື 23 ຄູ່ ຄືກັນ, ໂດຍຄູ່ XX
ຈະບົ່ງບອກວ່າລູກເປັນເພດຍິງ ຖ້າຕ້ອງການລູກສາວກໍ່ຄວນເຮັດດັ່ງນີ້
ຄື:
ຄວນຫລັບນອນຫ່າງຈາກມື້ທີ່ໄຂ່ຕົກມາໄດ້ 3-4 ວັນ,
ຈະກ່ອນຫລືຫລັງກໍ່ໄດ້ຕົວຢ່າງເຊັ່ນ:
- ມື້ທຳອິດຂອງການມີປະຈຳເດືອນ (ສົມມຸດຄື: ວັນທີ 1)
- ມື້ໄຂ່ຕົກ ບວກໄປ 15 ວັນ (ຄືວັນທີ 16)
- ຄວນຫລັບນອນວັນທີ 11-12 ຫລື 19-20 ເປັນຕົ້ນ.
ແລະ ເມື່ອຝ່າຍຊາຍຈະຫລັ່ງນ້ຳອະສຸຈິ
ບໍ່ຄວນສອດອະໄວຍະວະເຂົ້າໃນຊ່ອງຄອດໃຫ້ເລິກ ຄວນຫລັ່ງບໍລິເວນກາງໆ
ຂອງຊ່ອງຄອດ ເພື່ອໃຫ້ເມືອກໃນຊ່ອງຄອດຂັດຂວາງຕົວອະສຸຈິ
ຄ້າຍຄືການແລ່ນແຂ່ງກັນ ແຕ່ເປັນການແຂ່ງກັນຕາມຫລັກເກນທາງທຳມະຊາດ
ວິທີທີ່ເລົ່າມານີ້ຄິດວ່າຈະເຫມາະສົມກວ່າວິທີອື່ນໆໄດ້.