ຂະນະທີ່ຖືພາຈະກິນຢາບຳລຸງແນວໃດດີ?
ເມື່ອທ່ານໄດ້ຫມັ່ນເບິ່ງແຍງສຸຂະພາບຂອງຕົນເອງທັງຕອນຍັງບໍ່ທັນຖືພາ
ແລະ ຕອນຖືພາ ໂດຍການກິນອາຫານທີ່ບຳລຸງຮ່າງກາຍດັ່ງໄດ້ກ່າວມາແລ້ວ ໃນຂະນະທີ່ຖືພາໂດຍການກິນອາຫານທີ່ບຳລຸງຮ່າງກາຍດັ່ງໄດ້ກ່າວມາແລ້ວ
ໃນຂະນະທີ່ທ່ານຖືພາຄວນກິນຢາບຳລຸງຮ່າງກາຍເສິມ ໂດຍໃນໄລຍະທາລົກຍັງອ່ອນ
ແລະ ຍັງມີອາການແພ້ທ້ອງຢູ່
ຄວນຫລີກເວັ້ນຢາທີ່ມີທາດເຫລັກເປັນສ່ວນປະສົມ ເພາະຈະລົບກວນກະເພາະອາຫານຫລາຍ
ໄລຍະນີ້ຈຶ່ງຄວນກິນພຽງໂຟເລດ ແລະ ວິຕາມິນລວມຄື: ວິຕາມິນບີ 1,
ວິຕາມິນບີ 6 ແລະ ວິຕາມິນບີ 12 ແຕ່ເມື່ອທ້ອງໃຫຍ່ຂື້ນລູກໃນທ້ອງເລິ່ມໃຫຍ່ຂື້ນນຳ
ຫລື ເມື່ອຖືພາໄດ້ປະມານ 4 ເດືອນຂື້ນໄປອາການແພ້ທ້ອງມັກຈະດີຂື້ນ
ຈຶ່ງຄວນກິນຢາບຳລຸງທີ່ມີເຫລັກ ແລະ ແຄລຊຽມເພິ່ມຂື້ນ ໂດຍອາດຈະເລືອກດື່ມນົມງົວທີ່ປຸງແຕ່ງໃຫ້ເຫມາະສົມສຳຫລັບທ່ານ
ໃນເວລາຖືພາ ແລະ ຂະນະທີ່ໃຫ້ນົມລູກ
ຖ້າທ່ານບໍ່ມີບັນຫາທາງດ້ານການດື່ມນົມ
ກໍ່ສາມາດກິນນົມເຫລົ່ານີ້ເປັນອາຫານເສິມວັນລະ 1-2 ຈອກ, ແລະ
ຄວນກິນຢ່າງສະຫມ່ຳສະເຫມີຕະຫລອດໄລຍະເວລາການຖືພາ.