ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ການທົດສອບການຖືພາດ້ວຍຕົນເອງ

ຜູ້ຍິງທີ່ມີປະຈຳເດືອນມາສະຫມ່ຳສະເຫມີ ເມື່ອເຖິງມື້ກຳນົດທີ່ຈະມີປະຈຳເດືອນແລ້ວປະຈຳເດືອນຍັງບໍ່ມາ ຄວນນຶກສະເຫມີວ່າອາດຈະຖືພາ ຖ້າບໍ່ໄດ້ຄຸມກຳເນິດ ຫລື ເຖິງວ່າຈະຄຸມກຳເນິດກໍ່ອາດຈະຜິດພາດໄດ້ ອາດຈະເລິ່ມມີອາການແພ້ທ້ອງ ຫລື ບໍ່ມີກໍ່ໄດ້ ຄວາມລໍຖ້າຈັກໄລຍະຫນຶ່ງ ເມື່ອເຖິງ 10 ວັນ ຫລັງຈາກຕົນເອງທີ່ຄວນຈະມີປະຈຳເດືອນແລ້ວຍັງບໍ່ມາ ທ່ານອາດຈະໄປຫາທ່ານໝໍເພື່ອໃຫ້ກວດປັດສາວະ ເພື່ອທົດສອບວ່າມີການຖືພາຫລືບໍ່? ຫລື ອາດຈະກວດທົດສອບການຖືພາດ້ວຍຕົນເອງ ໂດຍຫາຊື້ຊຸດກວດການຖືພາຈາກຮ້ານຂາຍຢາ ແລ້ວອ່ານວິທີໃຊ້ໃຫ້ລະອຽດ ຄວນເອົາປັດສາວະຄັ້ງທຳອິດຫລັງການຕື່ນນອນເພື່ອນຳມາກວດ ເພາະປັດສາວະນີ້ຈະມີໂຮໂມນ  HCG ສູງຊຶ່ງໂຮໂມນນີ້ຈະບົ່ງເຖິງການຖືພາ ນ້ຳຢາໃນເຄື່ອງກວດຈະທຳປະຕິກິຣິຍາກັບໂຮໂມນ HCG ນີ້ ແຜ່ນຊຸດກວດບາງຊະນິດຈະໃຫ້ຜົນບວກ ເມື່ອເກິດການຕົກຕະກອນ ບາງຊະນິດໃຫ້ຜົນບວນເມື່ອບໍ່ມີຕະກອນ ຈຶ່ງຄວນອ່ານວິທີການໃຊ້ ແລະ ວິທີການແປຜົນໃຫ້ດີ ແຕ່ປະຈຸບັນມີການພັດທະນາໃຫ້ອ່ານໄດ້ງ່າຍຂື້ນ ຊຶ່ງທົດລອງເອງໄດ້ງ່າຍຫລາຍ ຖ້າກວດປັດສາວະໄດ້ຜົນລົບແຕ່ມີອາການແພ້ທ້ອງອາດຈະຕ້ອງລໍຖ້າກວດທົດລອງຕື່ມອີກໃຫມ່ 3-4 ວັນ, ຫລື ໄປປຶກສາກັບແພດໝໍເພື່ອກວດຢືນຢັນ ແລະ ຖ້າມີທັງອາການແພ້ທ້ອງ ແລະ ກວດປັດສາວະໄດ້ຜົນບວກແລ້ວ ຄວນຟ້າວໄປຝາກທ້ອງເລີຍ.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005