ການກຽມຕົວກຽມໃຈກ່ອນການໃຊ້ຊີວິດຄູ່
ຄູ່ຮັກແຕ່ລະຄູ່ໃຊ້ເວລາເບິ່ງໃຈ ແລະ ບົ່ມຄວາມຮັກໃຫ້ສຸກງອກບໍ່ເທົ່າກັນ ບາງຄູ່ບໍ່ເຖິງປີ,
ບາງຄູ່ເປັນປີ ແລະ ບາງຄູ່ກໍ່ຫລາຍປີ ແຕ່ບໍ່ວ່າທ່ານຈະໃຊ້ເວລາຫລາຍປານໃດກໍ່ຕາມ
ກ່ອນທີ່ທ່ານຈະໃຊ້ຊີວິດຄູ່ໄດ້ຜ່ານການກຽມຕົວກຽມໃຈກັນແລ້ວຫລືຍັງ?
ທ່ານຄົງສົງໄສແລ້ວເນາະວ່າ: ພຽງຮັກກັນ, ເຂົ້າໃຈກັນ, ຮຽນຮູ້ນິໄສໃຈຄໍເຊິ່ງກັນແລະກັນຍັງບໍ່ພໍບໍ?
ຈະຕ້ອງມານັ່ງກຽມຕົວກຽມໃຈໃນເລື່ອງອັນໃດອີກ.
ອັນທີ່ຈິງແລ້ວການກຽມຕົວກຽມໃຈ ເປັນເລື່ອງຂອງການຄິດແບບ "ດັກບັນຫາ" ແລະ
ປູແນວທາງການໃຊ້ຊີວິດຄູ່ຮ່ວມກັນລະຫວ່າງຄົນສອງຄົນ ເອີ້ນວ່າ:
ກຽມຕົວກຽມໃຈໃຫ້ພ້ອມກ່ອນຈະຮັບຮັກເປັນຄູ່ຄຽງນັ້ນເອງ ເພາະຄູ່ທີ່ມີການກຽມຄວາມພ້ອມກ່ອນຕົກລົງປົງໃຈແຕ່ງງານ
ຈະປັບຕົວເຂົ້າຫາກັນເພື່ອລະລາຍ ຄວາມຂັດແຍ້ງໄດ້ໄວ ແລະ
ມີແນວໂນ້ມທີ່ຈະປັບປຸງຊີວິດຄູ່ໃຫ້ດີຂື້ນເລື້ອຍໆ
ຢາກໃຫ້ທ່ານຄິດທວນຄືນວ່າ: ໄດ້ເຄີຍເວົ້າຕົກລົງກັບຄົນຮັກໃນເລື່ອງລຸ່ມນີ້ແດ່ຫລືບໍ່?
-
ເລື່ອງບ້ານ ຫລັງແຕ່ງງານແລ້ວຈະຢູ່ຮ່ວມກັນກັບຄອບຄົວເກົ່າ ຫລື ແຍກຄອບຄົວ
ຈະຊື້ເຮືອນຢູ່ໃຫມ່ຫລືເຊົ່າ.
-
ເລື່ອງເງິນ ໃຜຈະເປັນຄົນຖືເງິນ ຈະເກັບໄວ້ຈັກສ່ວນ ໃຜຈະຮັບຜິດຊອບລາຍຈ່າຍອັນໃດແດ່? ລາຍຈ່າຍທີ່ຈຳເປັນໃນແຕ່ລະເດືອນມີອັນໃດແດ່? ຈະເຮັດບັນຊີລາຍຮັບ ລາຍຈ່າຍຂອງຄອບຄົວຫລືບໍ່?
-
ເລື່ອງລູກຈະມີເມື່ອໃດ ຈະຊ່ວຍກັນລ້ຽງລູກແນວໃດ?
-
ເລື່ອງເວລາ ຕົກລົງກັນໄວ້ຫລືບໍ່ວ່າ ແຕ່ລະຄົນຄວນມີເວລາໃຫ້ແກ່ກັນພຽງໃດ
ມີເວລາໃຫ້ຄອບຄົວເກົ່າຂອງແຕ່ລະຝ່າຍຫລືບໍ່?
-
ເລື່ອງວຽກບ້ານ ຈະແບ່ງເບົາພາລະກັນແນວໃດ? "ເຈົ້າເປັນຄົນລີດເສື້ອຜ້າ
ຂ້ອຍຈະຊັກເສື້ອຜ້າໃຫ້ເອງ" ຂ້ອຍຈະເປັນຜູ້ອອກຕະຫລາດສ່ວນ ເຈົ້າເປັນຜູ້ຄົວກິນກໍ່ແລ້ວກັນ.
-
ກຳໜົດແຜນຊີວິດໄວ້ຂ້າວໆ ຫລືບໍ່ວ່າ ຈັກປີເຮົາຈະມີລົດຂີ່ ມີບ້ານເປັນຂອງຕົວເອງ.
-
ເລື່ອງບັນຫາ "ລິ້ນກັບຟັນ
ຫລື ຖ້ວຍກັບບ່ວງ" ຖ້າເກີດຂື້ນຕ້ອງລົມກັນກ່ອນ ເວົ້າກັນດ້ວຍເຫດຜົນ
ຫ້າມໃຊ້ວິທີຫອບຜ້າຫອບແພກັບບ້ານ ຫລື ຫ້າມໃຈຮ້ອນຫນີຈາກບ້ານ.
-
ເລື່ອງທີ່ຕ່າງຄົນຕ່າງບໍ່ມັກຫລືທົນບໍ່ໄດ້ຄືອັນໃດ? ເປັນຂໍ້ຕົກລົງທີ່ຕ່າງຝ່າຍຈະພະຍາຍາມຫລີກລ້ຽງ
ຫລື ຊ່ວຍກັນກຳຫນົດເປັນກົດຫລັກປະຈຳໃຈ.
ແລະ ເຄີຍກຽມໃຈໄວ້ຫລືບໍ່ວ່າ:
-
ເມື່ອແຕ່ງງານແລ້ວຄວາມເປັນອິດສະລະໃນການຕາມໃຈຕົວເອງຈະລົດລົງເຄິ່ງຫນຶ່ງ
ຈະມີອີກຄົນເຂົ້າມາແບ່ງປັນເວລາ ແບ່ງປັນຊີວິດຮ່ວມກັນ
-
ກຽມພ້ອມທີ່ຈະມີຄວາມຮັບຜິດຊອບຕໍ່ກັນ ພ້ອມທີ່ຈະປະເຊີນກັບສິ່ງຕ່າງໆ ໂດຍບໍ່ຫວັ່ນໄຫວ
-
ກຽມໃຈທີ່ຈະຕ້ອງປ່ຽນກິດຈະກຳປະຈຳວັນ ເຊັ່ນ: ຜູ້ຊາຍທີ່ເຄີຍໄປທ່ຽວຫລີ້ນກັບໝູ່ເພື່ອນດຸໆ
ເມື່ອຕອນເປັນໂສດ ກໍ່ຕ້ອງຜ່ອນລົງຫລັງຈາກແຕ່ງງານ, ຜູ້ຍິງໂສດທີ່ເຄີຍຕື່ນນອນສວຍ
ກໍ່ຕ້ອງປ່ຽນມາຕື່ນແຕ່ເຊົ້າ ເພື່ອລຸກຂື້ນມາເບິ່ງແຍງອີກຝ່າຍໜື່ງ.
-
ກຽມຮັບກັບຄວາມປ່ຽນແປງທັງຝ່າຍເຮົາ ແລະ ຝ່າຍເຂົາ
ຊຶ່ງເປັນເລື່ອງປົກກະຕິທີ່ມັກຈະເກີດຂື້ນ ເຊັ່ນ: ເອົາອົກເອົາໃຈກັນຫນ້ອຍລົງ ເພື່ອເມື່ອຕອນເປັນຄູ່ຮັກ
ຕ່າງກໍ່ຢາກເບິ່ງແຍງກັນ ແຕ່ເມື່ອຢູ່ນຳກັນແລ້ວຕ່າງກໍ່ລໍຖ້າໃຫ້ອີກຝ່າຍມາເອົາໃຈ
-
ມອງເຫັນຂໍ້ເສຍຂອງແຕ່ລະຝ່າຍຊັດເຈນຂື້ນ ຫລາຍຂື້ນ ເພາະຢູ່ໃກ້ຊິດກັນທຸກວັນ
ຕ່າງກໍ່ເຮັດຕົວຕາມສະບາຍ, ເກງອົກເກງໃຈກັນຫນ້ອຍລົງ, ເອົາແຕ່ໃຈ ບໍ່ລະມັດລະວັງໂຕ ແລະ
ເປັນຕົວຂອງຕົວເອງຫລາຍກວ່າຕອນເປັນຄູ່ຮັກກັນ.
-
ຕ່າງຄົນຕ່າງເວົ້າຢ່າງອິດສະຫລະ ແລະ ປ່ອຍອາລົມຫລາຍຂື້ນ
ບໍ່ລະມັດລະວັງຄືຕອນຍັງບໍ່ທັນໄດ້ແຕ່ງງານກັນ.
-
ຄວາມຫວານຊື່ນຈະລົດລົງ ເພາະມີຄວາມຮັບຜິດຊອບເຂົ້າມາແທນບ່ອນ
ຄວາມຮູ້ສຶກຕື່ນເຕັ້ນເປັນສຸກເມື່ອຢູ່ໃກ້ກັນກໍ່ຈະກາຍເປັນຄວາມເຄີຍຊີນ ແລະ ຮູ້ສຶກເສີຍໆ
-
ເລີ່ມມີການພະຍາຍາມຄວບງຳ ສະແດງຄວາມເປັນເຈົ້າຂອງກັນແລະກັນຫລາຍຂື້ນ
"ເຈົ້າຈະໄປໃສ?
ບອກຂ້ອຍມາກ່ອນ"
ຄົນເຮົານັ້ນຄວາມປ່ຽນແປງຂອງຕົນເອງມັກຈະບໍ່ຄ່ອຍຮູ້ສຶກ ແຕ່ຈະສຶກວ່າອີກຝ່າຍປ່ຽນໄປ
ເມື່ອເກິດຄວາມຮູ້ສຶກແບບນີ້ ມັກຈະເຮັດໃຫ້ເກິດຄວາມຜິດຫວັງ ບໍ່ພໍໃຈ ແລະ ນ້ອຍອົກນ້ອຍໃຈ
ຫາກທຳໃຈບໍ່ໄດ້ ຄວາມຮູ້ສຶກດັ່ງກ່າວກໍ່ຈະສະສົມ ແລະ ສັ່ນຄອນໃຈທັງສອງຝ່າຍໄປເລື້ອຍໆ.
ແຕ່ຖ້າມີການກຽມຕົວກຽມໃຈກັນໄວ້ກ່ອນ ເລື່ອງທີ່ຈະກາຍເປັນບັນຫາກໍ່ຈະບໍ່ເປັນບັນຫາອີກຕໍ່ໄປ
ແລະ ບໍ່ເຮັດໃຫ້ເສຍຄວາມຮູ້ສຶກກັນຫລາຍ ເພາະຄາດເອົາໄວ້ວ່າແລ້ວມັນຈະເກິດຂື້ນ.
ຄູ່ຮັກທີ່ມີການກຽມຕົວກຽມໃຈ ຍ່ອມໄດ້ກຳໄລໃນການໃຊ້ຊີວິດຄູ່