ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ເປັນເບົາຫວານຂະນະທີ່ຖືພາ

ຖ້າທ່ານໝໍກວດພົບວ່າເປັນເບົາຫວານກໍ່ບໍ່ຕ້ອງຕົກໃຈ ລູກໃນທ້ອງຈະເຕີບໃຫຍ່ໄດ້ເປັນປົກກະຕິ ຖ້າຮູ້ຈັກຮັກສາ, ການເບິ່ງແຍງຕົນເອງ ແລະ ກິນອາຫານໃຫ້ພໍເຫມາະ ເມື່ອທ່ານເປັນເບົາຫວານໃນຂະນະຖືພາ ນ້ຳຫນັກຂອງທ່ານອາດຈະຂື້ນຫລາຍ ແລະ ມີຜົນເຮັດໃຫ້ລູກໃນທ້ອງໃຫຍ່ໄວ ໂຕຈະໃຫຍ່ຫລາຍ ຊຶ່ງບໍ່ມີຜົນດີ ເພາະນອກຈາກຈະເຮັດໃຫ້ອອກຍາກ, ອັນເຍືອງຈາກບັນຫາຕິດບາໄລ່ຄອດບໍ່ອອກ ອາດຕ້ອງໃຊ້ວິທີຜ່າຕັດເອົາເດັກອອກ ຫລັງເກີດລູກອາດຈະປະສົບກັບພາວະນ້ຳຕານໃນເລືອດຕ່ຳ ແລະ ອາດຈະເຮັດໃຊ້ຊັກໄດ້ ວິທີງ່າຍໆ ຄວນເບິ່ງແຍງຄວບຄຸມນ້ຳຫນັກບໍ່ໃຫ້ຂື້ນໄວກວ່າເກນທີ່ໄດ້ກ່າວມາແລ້ວ ພະຍາຍາມຫລີກລ້ຽງອາຫານທີ່ມີນ້ຳຕານ ລວມທັງອາຫານທີ່ເພິ່ມນ້ຳຫນັກໂຕໄວ ຕົວຢ່າງເຊັ່ນ: ອາຫານທີ່ມີໄຂມັນປົນຫລາຍ ເຊັ່ນ: ໄກ່ທອດ, ຂາໝູ, ເຂົ້າມັນໄກ່ ແລະ ພິດຊ້າ, ໃນກໍລະນີທີ່ນ້ຳຫນັກໂຕຂອງທ່ານເກິນກວ່າປົກກະຕິຢູ່ແລ້ວ ຄວນຈຳກັດອາຫານປະເພດເຂົ້າ ຫລື ແປ້ງນຳ ນອກເໜືອຈາກຈຳກັດອາຫານມັນໆ ແລະ ອາຫານຫວານໆ ອາຫານທີ່ເຫມາະສົມສຳຫລັບຄົນທີ່ເປັນເບົາຫວານ  ແລະ ຕຸ້ຍໃນເວລາຖືພາ ຈຶ່ງເປັນອາຫານທີ່ມີໂປຣຕີນສູງ ໂດຍບໍ່ຜ່ານການຈືນທອດ ໃຊ້ວິທີຫນື້ງແທນ ເຊັ່ນ: ປາຫນື້ງ, ໄກ່ໜື້ງ, ແລະ ໝູໜື້ງ ເປັນຕົ້ນ. ແລະ ກິນຜັກຫລາຍໆຊະນິດ ໂດຍສະເພາະຜັກໃບຂຽວເປັນປະຈຳທຸກວັນ ເມື່ອກິນອາຫານເຊັ່ນນີ້ທ່ານກໍ່ສາມາດກິນໝາກໄມ້ໄດດີ ແຕ່ບໍ່ຕ້ອງກິນມາດ ແລະ ທີ່ສຳຄັນທ່ານຕ້ອງໄປຫາໝໍເປັນໄລຍະໆ ເພື່ອໃຫ້ໝໍກວດນ້ຳຕານໃນເລືອດເປັນໄລຍະໆ ເພາະໃນບາງຄັ້ງການຈຳກັດອາຫານອາດບໍ່ພໍ ໃນທີ່ສຸດອາດຕ້ອງໃຫ້ຢາສັກອິນຊູລີນ ເພື່ອລຸດນ້ຳຕານໃນເລືອດ ຫລື ອາດຕ້ອງໃຫ້ນອນໂຮງໝໍເພື່ອຄວບຄຸມລະດັບນ້ຳຕານໃນເລືອດ ເພາະບໍ່ເຊັ່ນນັ້ນຈະມີຜົນຕໍ່ລູກໃນທ້ອງໄດ້ ແລະ ທີ່ສຳຄັນທີ່ສຸດທ່ານໝໍຕ້ອງກວດເບິ່ງທ່າງອັນຕຣາຊາວ ເພື່ອເບິ່ງລູກໃນທ້ອງເປັນໄລຍະໆ ທັງນີ້ແລ້ວແຕ່ຄວາມຮຸນແຮງຂອງໂລກເບົາຫວານວ່າເປັນຫນ້ອຍຫລາຍປານໃດ.

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005