ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ເຈັບຫົວນົມຫລືເປັນບາດແຜ
ຫົວນົມເຈັບຫລືເປັນບາດແຜ: ຈະເຫັນໃນໄລຍະຕົ້ນໆ ຂອງການໃຫ້ນົມແມ່

ເວລາລູກດູດນົມ ຄວນໃຫ້ຮິມປາກລູກງັບເຖິງລານຫົວນົມທັງດ້ານເທິງ ແລະ ດ້ານລຸ່ມ ເພາະບໍລິເວນກ້ອງລານຫົວນົມຈະມີກະເປາະນ້ຳນົມຢູ່ກ້ອງຜິວໜັງ ເມື່ອລູກເອົາເຫງືອກເທິງ ແລະ ລຸ່ມງັບລົງມາທີ່ລານຫົວນົມ ນ້ຳນົມແມ່ຈະໄຫລຈາກກະເປາະນ້ຳນົມອອກມາທາງຫົວນົມ ແຕ່ຖ້າລູກງັບບໍ່ເລິກ ຄື:ງັບພຽງຫົວນົມແມ່ແລ້ວດູດ ລູກຈະບໍ່ໄດ້ນ້ຳນົມ ເມື່ອບໍ່ໄດ້ນ້ຳນົມລູກຈະຫງຸດຫງິດຫລາຍ ລູກຈຶ່ງດູດຫົວນົມແຮງຂື້ນ ເຮັດໃຫ້ຫົວນົມທ່ານອັກເສບເປັນແຜໄດ້.
ອີກກໍລະນີໜື່ງທີ່ອາດຈະເຮັດໃຫ້ຫົວນົມເປັນແຜຄື: ເມື່ອລູກດູດນົມຈົນຫລັບທ່ານຈະເອົາປາກລູກອອກຈາກເອິກຂອງທ່ານ ເວລາທີ່ປາກລູກອົມຫົວນົມ ແລະ ລານຫົວນົມຢູ່ ບໍ່ຄວນຈະດຶງຫົວລູກອອກທັນທີ ແຕ່ທ່ານຄວນຈະສໍນິ້ວຊີ້ຂອງທ່ານແຊກເຂົ້າໄປລະຫວ່າງປາກລູກ ກັບລານຫົວນົມ ເພື່ອລຸດການເປັນສູນຍາກາດກ່ອນແລ້ວ ຈຶ່ງຄ່ອຍດຶງຫົວລູກອອກຈາກບໍລິເວນໜ້າເອິກວິທີນີ້ຈະຊ່ວຍປ້ອງກັນ ການອັກເສບຂອງຫົວນົມໄດ້.
ແລະ ສຸດທ້າຍ ເມື່ອລູກເຊົາດູດນົມແມ່ ຄວນຜືຫົວນົມ ແລະ ລານຫົວນົມຂອງທ່ານໃຫ້ຖືກອາກາດຈັກໜ່ອຍຫນຶ່ງໃຫ້ແຫ້ງກ່ອນ ໂດຍບໍ່ຈຳເປັນຕ້ອງເຊັດຄາບນ້ຳນົມອອກ ຄວາມແຫ້ງຈະຊ່ວຍປ້ອງກັນບໍ່ໃຫ້ຜິວຫນັງບໍລິເວນຫົວນົມເປັນບາດແຜ ແລະ ຄາບນ້ຳນົມຂອງທ່ານຈະຊ່ວຍປ້ອງກັນຜິວໜັງອັກເສບໄດ້ນຳ.
* ປ້ອງກັນບໍ່ໃຫ້ຫົວນົມເຈັບຫລືເປັນບາດແຜ: ຈະພົບເຫັນໃນໄລຍະຕົ້ນໆ ຂອງການໃຫ້ນົມແມ່
ເວລາລູກດູດນົມ ຄວນໃຫ້ຮີມປາກລູກງັບເຖິງລານຫົວນົມທັງດ້ານເທິງ ແລະ ດ້ານລຸ່ມ ເພາະບໍລິເວນກ້ອງລານຫົວນົມຈະມີກະເປາະນ້ຳນົມຢູ່ກ້ອງຜິວຫນັງ ເມື່ອລູກເອົາເຫງືອກເທິງ ແລະ ລຸ່ມງັບລົງມາທີ່ລານຫົວນົມ ນ້ຳນົມແມ່ຈະໄຫລຈາກກະເປາະນ້ຳນົມອອກມາທາງຫົວົນມລູກຈະຫງຸດຫງິດຫລາຍ ລູກຈຶ່ງດູດຫົວນົມແຮງຂື້ນ ເຮັດໃຫ້ຫົວນົມທ່ານອັກເສບເປັນແຜໄດ້
ອີກກໍລະນີຫນຶ່ງທີ່ອາດຈະເຮັດໃຫ້ຫົວນົມເປັນແຜຄື: ເມື່ອລູກດູດນົມຈົນຫລັບ ທ່ານຈະເອົາລູກອອກຈາກເອິກຂອງທ່ານ ຂະນະທີ່ປາກລູກຍັງອົມຫົວນົມ ແລະ ລານຫົວນົມຢູ່ ບໍ່ຄວນຈະດຶງຫົວລູກອອກຈາກເອິກທັນທີ ແຕ່ທ່ານຄວນຈະສອດນິ້ວຊີ້ຂອງທ່ານແຊກເຂົ້າໄປລະຫວ່າງປາກລູກ ກັບລານຫົວນົມຂອງທ່ານ ເພື່ອລຸດການເປັນສຸນຍາກາດກ່ອນ ແລ້ວຈຶ່ງຄ່ອຍດຶງຫົວລູກອອກຈາກບໍລິເວນຫນ້າເອິກທ່ານ ວິທີນີ້ຈະຊ່ວຍປ້ອງກັນການອັກເສບຂອງຫົວນົມໄດ້.
ແລະ ສຸດທ້ານເມື່ອລູກເຊົາດູດນົມແມ່ ຄວນຜືຫົວນົມແລະ ລານຫົວນົມຂອງທ່ານກັບອາກາດບຶດໜື່ງເພື່ອໃຫ້ແຫ້ງກ່ອນ ໂດຍບໍ່ຈຳເປັນຕ້ອງເຊັດຄາບນ້ຳນົມອອກ ຄວາມແຫ້ງຈະຊ່ວຍປ້ອງກັນບໍ່ໃຫ້ຜິວຫນັງບໍລິເວນຫົວນົມເປັນແຜ ແລະ ຄາບນ້ຳນົມຂອງທ່ານຈະຊ່ວຍປ້ອງກັນຜິວຫນ້ງອັກເສບໄດ້ນຳ.

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005