ອາຫານສຳລັບແມ່ລູກອ່ອນ
ອາຫານສຳລັບແມ່ລູກອ່ອນ ຄວນຈະເປັນອາຫານທີ່ເຫມາະສົມສຳຫລັບແມ່ ຄວນເນັ້ນອາຫານສົດໆ,
ອາຫານສຳເລັດຮູບທີ່ໂຄສະນາວ່າບຳລຸງຮ່າງກາຍ ເຊັ່ນ: ຊຸບໄກ່ ແລະ
ຮັງນົກ ຊະນິດຕ່າງໆ ມີປະໂຫຍດຫນ້ອຍກວ່າໄຂ່ໄກ່ 1 ໜ່ວຍ,
ອາຫານເປັນຂວດເຫລົ່ານີ້ບໍ່ມີກາກໃຍອາຫານ
ຊຶ່ງທ່ານຕ້ອງການຫລາຍໃນໄລຍະນີ້ ເພື່ອຊ່ວຍໃນການຂັບຖ່າຍ ໃນໄລຍະຫລັງເກີດລູກໃຫມ່ບໍ່ວ່າທ່ານຈະຄອດທາງຊ່ອງຄອດ
ຫລື ໂດຍການຜ່າຕັດລູກອອກທາງໜ້າທ້ອງ
ທ່ານຈະມີຄວາມລຳບາກໃນການຂັບຖ່າຍອຸດຈາລະ ຖ້າອອກລູກທາງຊ່ອງຄອດ
ທ່ານຈະປວດບໍລິເວນບາດແຜທີ່ຫຍີບຫລາຍ ເຮັດໃຫ້ເວລານັ່ງຖ່າຍອຸດຈາລະລຳບາກ
ຖ້າຜ່າທ້ອງທ່ານຈະປວດແຜບໍລິເວນຜ່າຕັດ ຈຶ່ງບໍ່ຄວນໃຫ້ທ້ອງຜຸກ
ທ່ານຄວນກິນໝາກໄມ້ສົດ ທີ່ມີກາກຫລາຍ ເຊັ່ນ: ໝາກຊີດາ, ໝາກກ້ຽງ,
ສົ້ມໂອ, ແອບເປີ້ລ ເປັນຕົ້ນ.
ນອກຈາກນີ້ໝາກໄມ້ເຫລົ່ານີ້ຍັງໃຫ້ວິຕາມິນ ແລະ ທາດເກືອແຮ່ຕ່າງໆ
ຫລາຍ
ນອກຈາກຈະເປັນປະໂຫຍດຕໍ່ທ່ານຍັງຊ່ວຍໃຫ້ນົມແມ່ມີຄຸນຄ່າທີ່ເຫມາະສຳຫລັບລູກນ້ອຍຂອງທ່ານ
ກະເຊົ້າຂອງຝາກໃຫ້ແມ່ຄົນໃໝ່
ຈຶ່ງຄວນເນັ້ນໃຫ້ເປັນໝາກໄມ້ສົດໃຫ້ຫລາຍຈະດີກວ່າອາຫານແນວອື່ນ ຫລື
ອາຫານກະປ໋ອງຕາມການໂຄສະນາຕ່າງໆ ທີ່ເຫັນກັນຕາມສັບພະສິນຄ້າທົ່ວໄປ.