ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ອາຫານສຳຫລັບພັດທະນາການເດັກ

ເດັກນ້ອຍຫລາຍຄົນທີ່ເກີດມາຈາກການວາງແຜນທີ່ດີຂອງພໍ່ກັບແມ່ ເຮັດໃຫ້ມີສຸຂະພາບທີ່ແຂງແຮງສົມບູນ ເພາະໄດ້ຮັບການເອົາໃຈໃສ່ມາຕັ້ງແຕ່ກ່ອນຖືພາ ນັບທັງການເບິ່ງແຍງເລື່ອງອາຫານການກິນ ແລະ ສຸຂະພາບຂອງແມ່ເອງ ສະພາບແວດລ້ອມ ແລະ ຈິດໃຈ ການເອົາໃຈໃສ່ສິ່ງຕ່າງໆ ເຫລົ່ານີ້ຈະເຮັດໃຫ້ລູກນ້ອຍທີ່ຢູ່ໃນທ້ອງນັ້ນມີສຸຂະພາບກາຍ ແລະ ສຸຂະພາບຈິດດີ. ເດັກນ້ອຍທຸກຄົນເມື່ອເກິດມາຈະເປັນເດັກທີ່ມີສຸຂະພາບທີ່ດີ 100%, ຍິ່ງຖ້າມີລະບົບການຈັດການທີ່ດີຕັ້ງແຕ່ຖືພາກໍ່ຈະດີໄປເລື້ອຍໆ ແຕ່ເມື່ອເກີດມາແລ້ວມີປັດໄຈຫລາຍຢ່າງທີ່ເຮັດໃຫ້ 100% ນັ້ນລຸດລົງໄປໄດ້ ບໍ່ວ່າຈະເປັນເລື່ອງຂອງອາຫານ ຫລື ການລ້ຽງດູກໍ່ສາມາດທຳລາຍຄຸນນະພາບຂອງເດັກໄດ້ຄືກັນ ແມ່ນຢູ່ວ່າເມື່ອເດັກນ້ອຍເຂົ້າໂຮງຮຽນແລ້ວຈະມີຄູເບິ່ງແຍງເລື່ອງອາຫານການກິດ ແຕ່ກໍ່ບໍ່ຖືກຕ້ອງປານໃດ ທີ່ພໍ່ແມ່ຈະໂຍນພາລະເລື່ອງນີ້ໄປໃຫ້ໂຮງຮຽນຮັບຜິດຊອບພຽງຜູ້ດຽວ ເພາະພໍ່ແມ່ຄວນຈະເປັນຜູ້ມີບົດບາດຫລາຍທີ່ສຸດໃນການກຳນົດໂພຊະນາການຂອງລູກນ້ອຍ ເນື່ອງຈາກລູກຈະມີເວລາໃນການກິນອາຫານສ່ວນໃຫຍ່ຢູ່ບ້ານຄື: ທັງຄາບເຊົ້າ ແລະ ຄາບແລງ ຫາກພໍ່ແມ່ມີລະບົບການຈັດການດ້ານໂພຊະນາການທີ່ດີ ກໍ່ຈະເຮັດໃຫ້ລູກແຂງແຮງບໍ່ຂາດສານອາຫານ ແລະ ທີ່ສຳຄັນຄືບໍ່ເປັນໂລກໄຂມັນ.

* ວາງແຜນກ່ອນການຖືພາໃຫ້ດີ
ສິ່ງມີຊີວິດໂດຍສະເພາະມະນຸດເຮົານັ້ນຫລັງປະຕິສົນທິແລ້ວ ອະໄວຍະແລກທີ່ຫນ້າສົນໃຈຄືສະຫມອງ ເພາະຈະມີການສ້າງໄວຫລາຍໄປເລື້ອຍໆ ຈົນເຖິງ 2-3 ປີຫລັງເກີດ ບາງຄັ້ງຜູ້ຍິງຍັງບໍ່ຮູ້ວ່າຕົວເອງຖືພາ ກໍ່ບໍ່ໄດ້ເບິ່ງແຍງຕົນເອງ ເຄີຍປະຕິບັດແນວໃດກໍ່ເຮັດແນວນັ້ນ ເຄີຍກິນເຫລົ້າ, ສູບຢາ, ກໍ່ຍັງເຮັດຢູ່ ບໍ່ມີການຈັດການເລື່ອງໂພຊະນາການທີ່ດີ ເຮັດໃຫ້ເກີດຜົນກະທົບຕໍ່ສະຫມອງຂອງລູກ ສະນັ້ນການທີ່ຈະມີລູກ ຄວນຈະວາງແຜນເອົາໄວ້ແລ້ວຕັ້ງແຕ່ຕົ້ນ ຄວນອອກກຳລັງກາຍດ້ວຍການເຄື່ອນໄຫວ ເພື່ອໃຫ້ເລືອດໄປລ້ຽງມົດລູກ ເຮັດໃຫ້ມົດລູກແຂງແຮງ, ສິ່ງທີ່ສຳຄັນອັນດັບຕໍ່ມາຄືອາຫານ ສານອາຫານຊະນິດໜື່ງທີ່ເອີ້ນວ່າ: ສານໂຟເລທ ເປັນສານອາຫານຕົວໜື່ງທີ່ສຳຄັນຫລາຍຫາກຂາດແລ້ວ ຈະເຮັດໃຫ້ສະຫມອງຂອງລູກບໍ່ປິດ ຜູ້ເປັນແມ່ນັ້ນຕ້ອງການໂຟເລທນັ້ນເຫັນໄດ້ຫລາຍກັບຜັກກາດນາ ຊຶ່ງສາມາດຫາກິນໄດ້ງ່າຍ ນອກຈາກໂຟເລທແລ້ວ ໃນຜັກກາດນາຍັງມີແຄລຊຽມ ແລະ ວິຕາມິນຊີທີ່ສູງຫລາຍກວ່າໝາກກ້ຽງ ຫລື ຫມາກນາວ ອີກ.

* ເຊລສະຫມອງ
ຫລັງຈາກຄອດມາແລ້ວພົບວ່າເດັກນ້ອຍມີເຊລສະຫມອງຄົບຖ້ວນ ແຕ່ຜັດພົບວ່າໃນວັຍຜູ້ໃຫຍ່ມີເຊລສະຫມອງແຕກຂະແຫນງສາຂາອອກມາ ນ້ອຍກວ່າຕອນ 2 ປີ, ເຫດໃດຈຶ່ງເປັນແບບນັ້ນ ກໍ່ເພາະວ່າໃນວັຍເດັກນັ້ນຮ່າງກາຍສ້າງເຊລສະຫມອງມາຮອງຮັບການພັດທະນາໃນຫລາຍໆ ດ້ານ ແຕ່ຫາກເຄືອຂ່າຍໃດທີ່ບໍ່ໄດ້ໃຊ້ກໍ່ຈະລຸດນ້ອຍຖອຍລົງ ຫາກເຮົາໄດ້ກະຕຸ້ນຖືກຈຸດນີ້ໃນໄລຍະ 3-4 ປີ, ເດັກນ້ອຍຄົນນັ້ນກໍ່ຈະມີພັດທະນາການທີ່ດີ ແລະ ໄດ້ໄວ ເຊັ່ນ: ເລື່ອງດົນຕີ ຫາກໄດ້ຮັບການພັດທະນາເດັກນ້ອຍຈະຊ່ຽວຊານ ສາມາດໃຊ້ສອງມືໄດ້ ແລະ ມີສະມາທິສູງ, ສະຫມອງຂອງມະນຸດນັ້ນສະຫລາດຫລາຍ ຖືກຂົດເອົາໄວ້ຢ່າງດີ ມີໜ່ວຍຄວາມຈຳຫລວງຫລາຍ ສະນັ້ນເລື່ອງຂອງອາຫານຕັ້ງແຕ່ກ່ອນຖືພາຈົນເຖິງຫລັງເກີດໄດ້ 2-3 ປິ, ຈຶ່ງເປັນເລື່ອງສຳຄັນຫລາຍ ເມື່ອຖືພາແລ້ວບໍ່ຄວນປ່ອຍໃຫ້ລູກໃນທ້ອງຂາດສານອາຫານ ແຕ່ຖ້າກ່ອນຖືພາແມ່ຕຸ້ຍເກີນໄປກໍ່ຄວນລຸດອາຫານ ເພາະເມື່ອຖືພາແລ້ວກໍ່ຕ້ອງຕຸ້ຍຂື້ນອີກ ເຮັດໃຫ້ຫາຍໃຈບໍ່ສະດວກ ເລືອດໄປລ້ຽງລູກນ້ອຍລົງ ເດັກນ້ອຍເກີດມາອາດຈະໂຕນ້ອຍ ແລະ ມີບັນຫາຕາມມາ.

* ຢ່າປ່ອຍໃຫ້ຂາດສານອາຫານລະຫວ່າງຖືພາ
ການຂາດສານອາຫານຈະເຮັດໃຫ້ເດັກນ້ອຍເກີດມາໂຕນ້ອຍ ມີງານວິໄຈອອກມາຢືນຢັນວ່າເດັກນ້ອຍທີ່ເກີດອອກມາໂຕໃຫຍ່ກວ່າ 3.500 ກຣັມ, ຈະມີໄອຄິວສູງ ທີ່ປະເທດອັງກິດມີການຕິດຕາມເບິ່ງເດັກນ້ອຍທີ່ເກີດອອກມາໃນປີ 2500 -2520 ໄປຈົນເຖິງເຂົ້າມະຫາວິທະຍາໄລ ພົບວ່າເດັກນ້ອຍທີ່ມີນ້ຳຫນັກຕົວຕອນເກີດອອກມາຫລາຍກວ່າ 3.500 ກຣັມ, ຈະເຂົ້າມະຫາວິທະຍາໄລຊັ້ນນຳໄດ້ຈຳນວນຫລາຍ ໂດຍສະເພາະສາຂາທີ່ມີການຄຳນວນ ເຊັ່ນ: ການແພດ ຫລື ວິສະວະກຳ.
ພົບວ່າເດັກນ້ອຍທີ່ເກີດອອກມາແລ້ວໂຕນ້ອຍນັ້ນ ເມື່ອໃຫຍ່ຂື້ນມີສິດຈະເປັນໂລກຫົວໃຈ, ໂລກຄວາມດັນໂລຫິດ ແລະ ໂລກເບົາຫວານຫລາຍກວ່າ ເດັກທີ່ເກີດອອກມາແລ້ວໂຕໃຫຍ່ ການທີ່ອາຫານໄປລ້ຽງດູເດັກນ້ອຍບໍ່ພຽງພໍມີຜົນກະທົບຕັ້ງແຕ່ສະຫມອງໄປຈົນເຖິງໂລກຕ່າງໆ ໃນໄລຍະທີ່ຢູ່ໃນທ້ອງເມື່ອເລືອດໄປລ້ຽງເດັກນ້ອຍບໍ່ພໍ ກໍ່ຈະເຮັດໃຫ້ຮ່າງກາຍເດັກນ້ອຍສ້າງເສັ້ນເລືອດຫົວໃຈໃຫ້ນ້ອຍລົງ ສ້າງຮ່າງກາຍນ້ອຍລົງ, ສ້າງອິນຊູລິນນ້ອຍລົງ, ລະບົບຫລອດເລືອດນ້ອຍລົງ, ສະນັ້ນອາຫານສຳລັບການຖືພາຈຶ່ງມີຄວາມສຳຄັນຫລາຍ.

* ເມື່ອເກີດລູກມາແລ້ວຄວນເຮັດແນວໃດ?
ຫລັງຄອດເຖິງວ່າລູກຈະມີນ້ຳຫນັກເຖິງ 3.500 ກຣັມ ກໍ່ຈະຕ້ອງເບິ່ງແຍງຢ່າໃຫ້ຂາດສານອາຫານ ຫາກເດັກນ້ອຍໄດ້ຮັບນົມແມ່ຈະໄດ້ຮັບສານອາຫານຄົບຖ້ວນ ເພາະມີສານອາຫານຫລາຍໃນນົມແມ່ ສ່ວນນົມງົວນົມປ໋ອງຍີ່ຫໍ້ດີໆກໍ່ບໍ່ມີ ສິ່ງສຳຄັນທີ່ຄວນເອົາໃຈໃສ່ສະເຫມີຄືຄວນເບິ່ງແຍງລູກບໍ່ໃຫ້ຕຸ້ຍເກີນໄປ ແລະ ບໍ່ໃຫ້ຈ່ອຍເກີນໄປ ຕອນຍັງນ້ອຍ ຈະຄວບຄຸມໄດ້ງ່າຍແຕ່ເມື່ອໃຫຍ່ຂື້ນມາເຖິງວັຍຮຽນຫນັງສືຈະຍາກຂື້ນ ເພາະສັງຄົມປະຈຸບັນບໍ່ຄືຍຸກເກົ່າແລ້ວ ສະໄໝກ່ອນເມື່ອເດັກນ້ອຍເລີກຈາກໂຮງຮຽນກໍ່ໄປຫລີ້ນກັບໝູ່, ຫລີ້ນໝາກລີ້, ກະໂດດເຕັ້ນ, ແຕ່ເດັກນ້ອຍສະໄໝນີ້ບໍ່ມີແບບນັ້ນ ກັບມາກໍ່ເບິ່ງທໍລະທັດ, ທີ່ມີການໂຄສະນາອາຫານຕ່າງໆ ເຮັດໃຫ້ເກິດຄວາມຢາກກິນຕາມມາ.
ຫລັງຄອດເມື່ອກິນນົມແມ່ແລ້ວ ຄວນໄດ້ຮັບອາຫານເສິມຕາມເວລາ ຄື:
ອາຍຸ 4 ເດືອນ 1 ຄາບ
ອາຍຸ 8 ເດືອນ 2 ຄາບ
ອາຍຸ 10-12 ເດືອນ 3 ຄາບ
ອາຫານເສິມຈະເຮັດໃຫ້ລູກນ້ອຍບໍ່ຂາດທາດເຫລັກ ເຮົາສາມາດນຳເອົາເຂົ້າມາປຸງແຕ່ງເປັນອາຫານເສິມໃນແຕ່ລະອາຍຸໄດ້ ເຊັ່ນ: ເຂົ້າຕົ້ມ, ແລະ ປະສົມຖົ່ວບົດ ຫລື ເຂົ້າຕົ້ມ ແລະ ປະສົມໝາກອຶ, ສ່ວນຊິ້ນໝູ, ຊີ້ນໄກ່, ຊີ້ນປາກໍ່ຄ່ອຍໆ ຕື່ມເຂົ້າໄປຕາມອາຍຸ ລວມທັງໄຂ່ແດງ ແລະ ຕັບ ລູກນ້ອຍຈະເປັນຄົນກິນເກັ່ງ ຫລືບໍ່ແມ່ນຂື້ນຢູ່ກັບອາຫານເສິມ, ຢ່າທໍ້ຖອຍໃນເລື່ອງການໃຫ້ອາຫານເສິມ ເພາະວິທີການທີ່ເດັກນ້ອຍກິນນົມແມ່ກັບການທີ່ເດັກນ້ອຍ ກິນເຂົ້າຈາກບ່ວງຈະບໍ່ຄືກັນ ເດັກນ້ອຍອາດຈະຕິດວິທີຈາກການດູດນົມແມ່ມາກ່ອນ ພໍ່ແມ່ຕ້ອງມີວິທີຫລອກລໍ້ ແລະ ຄ່ອຍໆ ແອບໃຫ້ລູກຮຽນຮູ້ວີທີກິນເຂົ້າຈາກບ່ວງໄປເລື້ອຍໆ.

* ຕຸ້ຍເອາະເບາະ ຫນ້າຮັກແທ້ຫລືບໍ່?
ລະຫວ່າງທີ່ລູກຢູ່ໃນວັຍເດັກນັ້ນ ພໍ່ແມ່ມັກຈະມີຄວາມເຊື່ອວ່າລູກຕຸ້ຍເອາະເບາະ ຈະເປັນເດັກທີ່ຫນ້າຮັກ ແຕ່ແທ້ທີ່ຈິງແລ້ວຄວາມຄິດທີ່ວ່ານີ້ ຄວນຈະໄດ້ຮັບການປ່ຽນແປງໃໝ່ ເພາະເດັກນ້ອຍຕຸ້ຍຈະມີບັນຫາຕາມມາທັງໄລຍະສັ້ນ ແລະ ຍາວ ຈຶ່ງບໍ່ຄວນລ້ຽງໃຫ້ເດັກນ້ອຍຕຸ້ຍເກີນໄປຫລາຍ

- ບັນຫາຂອງເດັກນ້ອຍຕຸ້ຍໃນໄລຍະສັ້ນ ໄດ້ແກ່:
1. ອຶດອາດ
2. ປວດຂໍ່
3. ການທຳງານຂອງປອດລຸດລົງ
4.ສະຫມອງຂາດເລືອດເວລານອນ
5. ໂລກເບົາຫວານ ຊະນິດ 2
- ສ່ວນບັນຫາທີ່ຈະເກີດກັບເດັກຕຸ້ຍໃນໄລຍະຍາວໄດ້ແກ່:
1. ໂລກຫລອດເລືອດ ແລະ ໂລກຫົວໃຈ
2. ຫົວເຂົ່າອັກເສບ, ຫົວເຂົ່າອ່ອນແຮງ
3. ນັ່ງຫລັບ, ໄອຊຳເຮື້ອ
4. ສະຕິປັນຍາລຸດລົງ
5. ໄຂມັນເລືອດສູງ, ໂລກຫົວໃຈ, ໂລກຜິວຫນັງ

ພໍ່ແມ່ສາມາດກວດສອບນ້ຳຫນັກໂຕຂອງລູກໄດ້ວ່າຫລາຍ ຫລື ຫນ້ອຍເກິນໄປ ໂດຍເບິ່ງຈາກກຣາຟການຈະເລີນເຕີບໃຫຍ່ ຊຶ່ງຈະຊ່ວຍໃຫ້ພໍ່ແມ່ຕິດຕາມເບິ່ງການຈະເລີນເຕີບໃຫຍ່ຂອງລູກນ້ອຍໄດ້ຢ່າງໃກ້ຊິດ.

* ເມື່ອລູກນ້ອຍດື່ມນົມຝຸ່ນມັນເນີຍ
ເມື່ອລູກນ້ອຍມີອາຍຸເຖິງໄລຍະຫນຶ່ງທີ່ມີນ້ຳຫນັກເຖິງຈຸດຫັກເຫແລ້ວ ອາດປ່ຽນຈາກການດື່ມນົມແບບປົກກະຕິເປັນແບບຜອງມັນເນີຍ ແຕ່ຊະນິດຝຸ່ນອາດຫາຍາກກວ່າຊະນິດນ້ຳ ສ່ວນຫລາຍທີ່ມີຢູ່ໃນຕະຫລາດຄືນົມຜອງມັນເນີຍແຄລຊຽມສູງ ຊຶ່ງເດັກນ້ອຍບໍ່ຄວນດື່ມເກີນວັນລະ 1-2 ຈອກ, ນົມບັນດາຍີ່ຫໍ້ຕ່າງໆ ທີ່ເສິມແຄລຊຽມຈະເຮັດໃຫ້ເຮົາກິນນົມໄດ້ຫນ້ອຍລົງ ຖ້າເປັນໄປໄດ້ຄວານກິນຊະນິດທີ່ບໍ່ຂາດແຄລຊຽມ ແລະ ບໍ່ຈຳເປັນຕ້ອງດື່ມນົມແຄລຊຽມສູງ, ພໍ່ແມ່ສ່ວນຫລາຍຢາກໃຫ້ລູກສູງ ແຕ່ແຄລຊຽມຫລາຍໄປກໍ່ບໍ່ດີຈະເຮັດໃຫ້ທ້ອງຜຸກໄດ້ ເດັກນ້ອຍບາງຄົນອາດແພ້ນົມງົວ ຫລື ນົມຖົ່ວເຫລືອງ ຊຶ່ງເປັນບັນຫາທີ່ພົບໄດ້ເພິ່ມຂື່ນໃນປະຈຸບັນ ໂດຍອາດເປັນການແພດທັງຕະກຸນ ຊຶ່ງຖ້າຮູ້ຕັ້ງແຕ່ຕົ້ນກໍ່ພະຍາຍາມສົ່ງເສິມໃຫ້ກິນນົມແມ່ໃຫ້ຫລາຍຂື້ນ ຫລື ໃຫ້ນົມທີ່ຍ່ອຍໂປຣຕີນຊຶ່ງລາຄາອາດແພງ ແລະ ຄວນຈະໃຫ້ອາຫານເສິມຕາມອາຍຸ

* ສະຫລຸບ
ເປັນທີ່ຮູ້ກັນດີແລ້ວວ່າ ການລ້ຽງລູກບໍ່ແມ່ນເລື່ອງງ່າຍແຕ່ກໍ່ບໍ່ໄດ້ຍາກຈົນເກີນຄວາມສາມາດຂອງພໍ່ແມ່ ແຕ່ລະຄົນມີວິທີລ້ຽງທີ່ແຕກຕ່າງກັນໄປ ຂື້ນຢູ່ກັບວ່າມີຄວາມເຂົ້າໃຈ ແລະ ມີມູມມອງແຕກຕ່າງກັນພຽງໃດ ພໍ່ແມ່ບາງຄົນຢາກໃຫ້ລູກທັນສະໄໝຢູ່ສະເຫມີ ພະຍາຍາມຈະໃຫ້ລູກມີຊີວິດທີ່ທັນສະໄໝທຸກຢ່າງບໍ່ວ່າຈະເປັນເລື່ອງອາຫານ, ການໃຊ້ຊີວິດ, ຫລື ຄວາມເປັນຢູ່ ແຕ່ຫາຮູ້ບໍ່ວ່າສິ່ງຕ່າງໆ ເຫລົ່ານີ້ມີສ່ວນບັນທອນສຸຂະພາບຮ່າງກາຍຂອງລູກ ບັນດາອາຫານບໍ່ດີຕ່າງໆ ທີ່ພໍ່ແມ່ແອບໃຫ້ລູກຕິດນິໄສກິນສິ່ງເຫລົ່ານີ້ຕັ້ງແຕ່ຍັງນ້ອຍ ກາຍເປັນສິ່ງທີ່ມີຜົນເສຍຕໍ່ລູກຢ່າງຫລວງຫລາຍ ໂລກຕ່າງໆ ພາກັນສຸມໃສ່ໂດຍທີ່ພໍ່ແມ່ບໍ່ຮູ້ຕົວ, ສະນັ້ນ ໂພຊະນາການທີ່ດີສຳຫລັບລູກນັ້ນຄວນຂື້ນຢູ່ກັບພໍ່ແມ່ວ່າຈະມີວິທີເບິ່ງແຍງ ແນວໃດ ເພື່ອໃຫ້ລູກເຕີບໃຫຍ່ມາເປັນເດັກທີ່ແຂງແຮງ ແລະ ປາດສະຈາກໂລກຕ່າງໆ
* ທ່ານໝໍ ພິພົບ ຈິຣະພິນໂຍ (ຜູ້ອຳນວຍການສູນຄຸມນ້ຳຫນັກເພື່ອສຸຂະພາບ)

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005