ການຖືພາຄັ້ງທຳອິດ
ຖ້າກາຍມາຫລາຍວັນຂອງປະຈຳທີ່ເຄີຍມາຍັງບໍ່ມາ
ທ່ານຄວນເອ໊ະໃຈໄດ້ວ່າອາດຈະເລີ່ມຖືພາ ໂດຍສະເພາະຖ້າມີເພດສຳພັນປະມານກາງຮອບເດືອນ
ແລະ ບໍ່ໄດ້ຄຸມກຳເນິດໄວ້ ປະມານ 5 ວັນຫລັງການບໍ່ມາຂອງປະຈຳເດືອນ
ທ່ານອາດຈະເລີ່ມມີອາການອາຈຽນ, ວິນວຽນ ແລະ
ປວດເມື່ອຍຕາມຕົນໂຕເລັກຫນ້ອຍ
ຕໍ່ມາຈະເລິ່ມຮູ້ສຶກວ່າເຕົ້ານົມຄັດຂືນປະມານມື້ທີ 7
ຫລັງປະຈຳເດືອນ ການກວດຍ່ຽວເພື່ອຢືນຢັນວ່າຖືພາ
ຄວນເຮັດຫລັງປະຈຳເດືອນບໍ່ມາ 7 ວັນ, ແຕ່ບາງຄົນພຽງ 5 ວັນ
ກໍ່ກວດໄດ້ແລ້ວ ເນື່ອງຈາກປະຈຸບັນຊຸດການກວດທົດສອບການຖືພາມີການພັດທະນາດີຂື້ນ
ມີຄວາມໄວໃນການກວດຫລາຍ ແລະ ຄວນກວດເວລາເຊົ້າຫລັງຈາກຕື່ນນອນໃຫມ່ໆ
ທາງທີ່ດີຄວນກວດຫລັງຂາດລະດູ 14 ວັນ ຈະໄດ້ຜົນທີ່ແນ່ນອນກວ່າ,
ທ່ານສາມາດກວດຍ່ຽວດ້ວຍຕົນເອງພຽງໄປຊື້ຊຸດກວດຕາມວິທີທີ່ຂຽນແນະນຳໄວ້
ເມື່ອຮູ້ວ່າຖືພາແລ້ວ ຄວນຟ້າວໄປປຶກສາກັບແພດໝໍ ເພື່ອຝາກທ້ອງ,
ກວດຮ່າງກາຍ ກວດເລືອດເບິ່ງຄວາມສົມບູນຂອງຮ່າງກາຍ ລວມທັງກວດເລືອດ
ເພື່ອຫາພູມຄຸ້ມກັນສຳຫລັບໂລກຫັດເຢຍລະມັນ ໂລກຕັບອັກເສບບີ ແລະ
ກວດເຊັກການຕິດເຊື້ອວ່າມີເອດສ໌ຫລືບໍ່ ຫລັງຈາກນັ້ນຄວນກິນຢາບຳລຸງ
ແລະ ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ໄປກວດທ້ອງຕາມການນັດ ແຕ່ຖ້າມີສິ່ງຜິດປົກກະຕິຄວນໄປກ່ອນການນັດໝາຍຂອງໝໍ.