ໃຫ້ທ່ານໝໍກວດພາຍໃນຫລັງກຳລູກ
ການຖືພາ ແລະ
ການຄອດທີ່ຜ່ານມາມີຜົນເຮັດໃຫ້ອະໄວຍະວະພາຍໃນຊ່ອງຄອດລວມທັງບໍລິເວນເຕົ້ານົມ
ເກິດການປ່ຽນແປງເນື່ອງຈາກຮໍໂມນຕ່າງໆ ທີ່ເພີ່ມຫລາຍຂື້ນໃນໄລຍະນີ້
ດັ່ງນັ້ນຫລັງເກີດລູກປະມານ 4-6 ອາທິດ
ຈຶ່ງຄວນໃຫ້ໝໍທຳການກວດເຕົ້ານົມເພື່ອຄຳຫາກ້ອນຜິດປົກກະຕິທີ່ອາດເກິດຂື້ນໄດ້
ແລ້ວໃຫ້ໝໍກວດພາຍໃນ ໂດຍເລິ່ມກວດຕັ້ງແຕ່ບໍລິເວນບ່ອນທີ່ຫຍີບໃກ້ປາກຊ່ອງຄອດ
ໃນກໍລະນີທີ່ຄອດເອງ ຫລື ກວດບາດແຜທາງຫນ້າທ້ອງໃນກໍລະນີຕ້ອງຜ່າຄອດ
ກວດຊ່ອງຄອດ, ປາກມົດລູກ ແລະ
ຄຳເບິ່ງຂະຫນາດມົດລູກວ່າມີຂະໜາດປົກກະຕິແລ້ວຫລືບໍ່ ເມື່ອກວດພົບວ່າທຸກສ່ວນປົກກະຕິ
ບໍ່ມີການອັກເສບໃດເລີຍ
ທ່ານໝໍຈະກວດເຊັກມະເຮັງບໍລິເວນປາກມົດລູກໃຫ້ນຳເລີຍ ເຖິງວ່າການກວດພາຍຫລັງເກີດລູກຈະບໍ່ຄ່ອຍ
ພົບເຫັນຄວາມຜິດປົກກະຕິກໍ່ຕາມ ແລະ
ຈະໃຫ້ຄຳແນະນຳການຄຸມກຳເນີດຄວບຄູ່ໄປນຳ
ປົກກະຕິແລ້ວຄວນເວັ້ນຫ່າງການມີລູກຄົນຕໍ່ໄປປະມານ 1 ປີເປັນຢ່າງຕ່ຳ.