ກາເຟມີຜົນເສຍຕໍ່ລູກໃນທ້ອງ
ສຳຫລັບຄົນທີ່ດື່ມກາເຟເປັນປະຈຳ ເມື່ອຖືພາຄວນງົດເວັ້ນ ຫລື
ຖ້າງົດເວັ້ນບໍ່ໄດ້ກໍ່ຄວນດື່ມອັນທີ່ບໍ່ມີຄາເຟອີນ ແລະ
ຄ່ອຍໆລຸດປະລິມານລົງຈະເປັນການດີຕໍ່ແອນ້ອຍໃນທ້ອງ
ຍ້ອນພົບເຫັນວ່າໃນໄລຍະອາຍຸການຖືພາຂອງ 3 ເດືອນຂື້ນໄປຈົນເຖິງກ່ອນເກີດ
ກາເຟທີ່ທ່ານດື່ມຈະສະສົມຢູ່ໃນຮ່າງກາຍທ່ານດົນກວ່າປົກກະຕິເຖິງ 3
ເທົ່າ, ຊຶ່ງເຮັດໃຫ້ລະດັບຄາເຟອີນໃນຕົວລູກ ແລະ ໃນໂຕທ່ານສູງຂື້ນຫລາຍ
ລະດັບຄາເຟອີນທີ່ສູງນີ້ຈະມີຜົນຕໍ່ລູກ ເພາະລູກນ້ອຍໃນທ້ອງຍັງທຳລາຍຄາເຟອີນບໍ່ໄດ້ດີ
ເມື່ອລູກເກີດອອກມາ ລູກທ່ານອາດຈະມີອາການກະວົນກະວາຍ,
ຮ້ອງກວນເຫມືອນຄົນຕ້ອງການກາເຟ ໃຊ້ເວລາປະມານ 1-2
ອາທິດຈຶງຈະດີຂື້ນ ເຖິງວ່າລູກຈະກວນປະມານ 2 ອາທິດ, ແຕ່ກໍ່ດົນພໍທີ່ຈະເຮັດໃຫ້ຄົນໃນບ້ານວຸ້ນວາຍໄດ້.