ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
Windows XP SP3 ໃກ້ສົມບູນແລ້ວ
image/winXP.jpg ໃນວັນອັງຄານທີ່ຜ່ານມາ, ໄມໂຄຣຊອຟໄດ້ເປີດໃຫ້ດາວໂຫລດເວີຊັ່ນທົດລອງ ເວີຊັ່ນໃຫມ່ ສຸດ ຂອງລະບົບປະຕິບັດການ Windows XP Service Pack 3

ໂດຍໄມໂຄຣຊອຟໄດ້ກ່າວເຖິງລະບົບປະຕິບັດການ Windows XP Service Pack 3  ເວີຊັ່ນທົດລອງນີ້ວ່າ ໄດ້ມີການເພີ່ມການສະໜັບສະໜູນສຳຫລັບຮູບແບບສຽງແບບ HD Audio high-definition ພ້ອມກັບແກ້ໄຂບັນຫາທີ່ເກີດຂື້ນກັບການບໍລິການ Windows Update service ນອກຈາກນີ້ ໄມໂຄຣຊອຟຍັງໄດ້ເຕືອນໃຫ້ຜູ້ໃຊ້ທີ່ໃຊ້ລະບົບປະຕິບັດການ Windows XP SP3 ເວີຊັ່ນທົດລອງນີ້ວ່າ ຊອຟແວຣ໌ທີ່ໄດ້ເປີດໃຫ້ດາວໂຫລດນີ້ ເປັນພຽງເວີຊັ່ນທົດລອງເທົ່ານັ້ນ ຊຶ່ງຈະມີໄລຍະເວລາໃນການໃຊ້ງານແບບຈຳກັດ ໂດຍຄາດວ່າພາຍໃນເຄິ່ງປີ 2008 ນີ້ ລະບົບປະຕິບັດການ Windows XP SP3 ຈະພ້ອມໃຫ້ບໍລິການຢ່າງສົມບູນແບບ ຊຶ່ງXP SP3  ນີ້ ຈະມີປະສິດທິພາບໃນການທຳງານທີ່ດີຂື້ນ ແລະ ຍັງມີການເພີ່ມຟັງຊັ່ນການທຳງານບາງຢ່າງເຂົ້າໄປນຳອີກ ເຊັ່ນ: Network Access Protection (NAP) ຊຶ່ງເອົາມາຈາກ ລະບົບປະຕິບັດການ Windows Vista ເວີຊັ່ນລ່າສຸດ ໂດຍ NAP  ຈະຊ່ວຍໃຫ້ຄອມພິວເຕີຂອງທ່ານມີຄວາມປອດໄພ ຫລາຍຂື້ນ ເພາະຈະຊ່ວຍເຮັດໃຫ້ແນ່ໃຈວ່າ ສິ່ງໆນັ້ນເປັນ bug ຫລື virus  ກ່ອນຈະອະນຸຍາດໃຫ້ເຂົ້າເນັດເວິກໄດ້ ນອກຈາກນີ້ ຍັງພັດທະນາໃນສ່ວນຂອງ black hole ຊຶ່ງຈະຊ່ວຍກວດຈັບ router ແບບອັດຕະໂນມັດໄດ້

* ຄັດຈາກ: ສູນ IT ພັນທິບ, ວັນທີ 28-03-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564