|
ໃນວັນອັງຄານທີ່ຜ່ານມາ
ໄມໂຄຣຊອຟໄດ້ເປີດໃຫ້ດາວໂຫລດຊອຟແວຣ໌
ອັບເດດການເຮັດ
ວຽກຂອງໂປຣແກຣມ Office 2008 ສຳຫລັບຄອມພິວເຕີ
Mac ເຊິ່ງເປັນຊອຟແວຣ໌ອັບເດດ
ການທຳງານຂອງ Office 2008 ໂຕທຳອິດ
ທີ່ໄດ້ມີການແກ້ໄຂໃນສ່ວນລະບົບຮັກສາຄວາມປອດໄພໃຫ້ດີຂື້ນ
ຊອຟແວຣ໌ອັບເດດການທຳງານຂອງໂປຣແກຣມ Office
2008 ສຳຫລັບຄອມພິວເຕີ Mac ເວີຊັ້ນ 12.0.1
ນີ້ ມີຂະ
ໜາດໄຟລ໌ ດາວໂຫລດ ປະມານ 114.1 MB
ທີ່ໄດ້ພັດທະນາການທຳງານຫລັກໆ ໃນສ່ວນຂອງລະບົບຮັກສາຄວາມ
ປອດໄພ ແລະ
ມີປະສິດທິພາບການປະຕິບັດງານດີຂື້ນ ເຊັ່ນ: ໂປຣແກຣມ
Word ຈະບໍ່ມີການປິດໂປຣມແກຣມລົງ ໃນລະຫວ່າງການເປີດໂປຣແກຣມ
ຫລື ລະຫວ່າງກວດກາຜິດ ແລະ ໜ້າເອກະສານເປົ່າ
ຈະບໍ່ໄດ້ພິມເມື່ອໃຊ້ປິ້ນເຕີທີ່ມີ
ຄວາມລະອຽດສູງ, ໂປຣແກຣມ Excel
ຈະມີລະບົບປ້ອງກັນການປິດໂປຣມແກຣມແບບໄວວາ,
ນອກນີ້ ຍັງໄດ້ເພີ່ມຟັງຊັ່ນ
ການເຮັດວຽກເຂົ້າໄປອີກ ເຊັ່ນ:
ມີການສະໜັບສະໜູນ secondary displays
ທີ່ດີກວ່າໃນເວີຊັ່ນເກົ່າ ອີກທັງຍັງມີ
ການແກ້ໄຂຮູບແບບສຳຫລັບການໝູນໂຕອັກສອນ ອີກ,
ໂປຣແກຣມ Powerpoint
ສາມາດເປີດໂປຣແກຣມໄດ້ໄວຂື້ນ
ມີການປັບປຸງຊ່ອງວ່າງລະຫວ່າງໂຕ ລວມທັງແກ້ໄຂ
layout ໃໝ່ໃຫ້ດີຂື້ນ,
ນອກນີ້ຍັງສາມາດບັນທຶກໄຟລ໌ຂໍ້ມູນໄປຫາ SMB
network volume
ພ້ອມກັບການບັນທຶກຂໍ້ມູນໃນຮູບແບບຂອງໄຟລ໌
PowerPoint 97-2004 ໂດຍຊອຟແວຣ໌ Office
2008 ສຳຫລັບ Mac ນີ້.
*
ຄັດຈາກ: ສູນ IT ພັນທິບ, ວັນທີ
13-03-2008 |