ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
Flash Drive ລຸ້ນໃໝ່ ສ້າງຄວາມປອດໄພໃຫ້ກັບຂໍ້ມູນ

Flash Drive ຫຼື USB Drive ຫຼື Trump Drive ຫຼື Handy Drive ເຊິ່ງມີວັດທະນາການຢ່າງວ່ອງໄວ ບໍ່ແພ້ Storage ອື່ນໆ ເພາະມັນມີຂະໜາດທີ່ນ້ອຍແຕ່ຂີດຄວາມສາມາດໃນການບັນຈຸໄດ້ຫຼາຍເທົ່າ ແຕ່ດ້ວຍຂະໜາດທີ່ນ້ອຍອາດເປັນບັນຫາ ເພາະວ່າມັນມີໂອກາດທີ່ຈະເຮັດໃຫ້ຕົກເຮ່ຍເສຍຫາຍໄດ້ງ່າຍ

Flash Drive ເປັນອຸປະກອນໃນການເກັບຂໍ້ມູນຊະນິດໜື່ງທີ່ສາມາດເກັບໄຟລ໌ຂໍ້ມູນສຳຄັນຕ່າງໆ ທີ່ເປັນຂໍ້ມູນສ່ວນຕົວ ຫຼື ສ່ວນລວມ ຖ້າຫາກຫຼົງລືມ ຫຼື ຕົກເຮ່ຍເສຍຫາຍຂື້ນມາ ອາດໜີບໍ່ພົ້ນມືຄົນໃນສັງຄົມທີ່ຈະເປີດເບິ່ງໄຟລ໌ຂໍ້ມູນ ແລະ ນຳໄປໃຊ້ໃນທາງທີ່ຜິດ ແລະ ເກີດໂທດກັບເຈົ້າຂອງຂໍ້ມູນໄດ້, ດຽວນີ້ມີ Flash Drive ສາຍພັນໃໝ່ທີ່ຖືກກຳເນີດພ້ອມກັບລະບົບຄວາມປອດໄພ ພ້ອມທັງຍັງສາມາດຈັດການເລື່ອງ Partition ຂອງ Flash Drive ແລະ ຍັງ Sync ຂໍ້ມູນໄດ້ ນອກຈາກນັ້ນ ເມື່ອໃສ່ລະຫັດຜ່ານບໍ່ຖືກຫຼາຍໆ ຄັ້ງ ກໍ່ຈະມີການທຳລາຍຂໍ້ມູນດ້ວຍຕົວມັນເອງ


ຮູບ Iron Key

  • Iron Key ມີຄວາມແຂງທົນທານ ເພາະສາມາດທົນຕໍ່ແຮງກະທົບ ແລະ ກັນນ້ຳໄດ້ Iron Key ນີ້ກ່າວກັນວ່າເປັນໂຕການ ໃນການເຂົ້າລະຫັດທາງດ້ານ Hard ware ມີຈຸດກຳເນີດມາຈາກທາງການຂອງທະຫານ ຊຶ່ງຕ້ອງມີລະຫັດຜ່ານເພື່ອປົດລ໊ອກ ຖ້າໃສ່ລະຫັດບໍ່ຖືກກ່າຍ 10 ເທື່ອລະບົບຈະທຳລາຍຂໍ້ມູນທີ່ຢູ່ພາຍໃນໂດຍບໍ່ສາມາດ ເກັບກູ້ຄືນໄດ້

  • Corsair Flash Pad lock ມີ key Pad ຫຼືປຸ່ມກົດໄວ້ກຳນົດລະຫັດຜ່ານ ແລະ ໃຊ້ຕອນ Login ກ່ອນຈະເຂົ້າເຖິງຂໍ້ມູນທີ່ເກັບໄວ້ໃນເຄື່ອງ ສາມາດຕັ້ງ Pin Code ໄດ້ສູງສຸດ 10 Digit ແລະ ຍັງມີຄຸນສົມບັດອື່ນໆ ເຊັ່ນ: Auto Locking ຖ້າຖອດອອກຈາກເຄື່ອງຄອມພິວເຕີແລ້ວ ມັນຈະ Lock ຕົວເອງໂດຍອັດຕະໂນມັດ ບໍ່ຈຳເປັນຕ້ອງຕິດຕັ້ງ Software ອື່ນໆ ເລີຍ ເນື່ອງຈາກເປັນການຮັກສາຄວາມປອດໄພດ້ວຍ Hardware, Platform independent ໃຊ້ໄດ້ກັບທຸກ OS ແລະ Plug & Play, ສ່ວນລາຄາ 1GB = US$ 30 and 2GB = US$ 40


ຮູບ Corsair Flash Padlock

  • Imation Disk Manager ມາກັບ Flash Drive ຂອງ Imation ແລະ ໃຊ້ໄດ້ສະເພາະກັບ Imation ເທົ່ານັ້ນ ລັກສະນະສຳຄັນຄື: ຕ້ອງ Login ຈຶ່ງຄ່ອຍສາມາດເຂົ້າເຖິງຂໍ້ມູນ (ໃນສ່ວນທີ່ເຮົາກຳນົດ) ແລະ ສາມາດແບ່ງ Partition ໄດ້ ເນື່ອງຈາກມີໂຕເລືອກໃຫ້ເຮົາກຳນົດວ່າຈະໃຫ້ເປັນ Partition ດຽວແລ້ວໃສ່ລະຫັດປ້ອງກັນ ຫຼື ແບ່ງເປັນຫຼາຍໆ Partition ເຊັ່ນ: Partition ແບບທົ່ວໄປກັບ Partition ທີ່ໃສ່ລະຫັດ


Login ກ່ອນເຂົ້າເຖິງຂໍ້ມູນ Imation Disk Manager


ແບ່ງ Partition ເທິງ Imation Disk Manager

  • Migo ມາກັບ Flash Drive ຂອງ Kingston ເຊິ່ງສາມາດໂຫຼດໄດ້ຄືກັບ Migo ນອກຈາກການສ້າງຄວາມປອດໄພໃຫ້ຂໍ້ມູນ ດ້ວຍການ Login ກ່ອນເຂົ້າເຖິງຂໍ້ມູນແລ້ວ ຍັງເພີ່ມອິດສະລະໃຫ້ກັບເຄື່ອງຄອມພິວເຕີ ຫຼາຍເຄື່ອງ ເນື່ອງຈາກສາມາດ Sync ໄຟລ໌ໃຫ້ຂໍ້ມູນເປັນປັດຈຸບັນໄດ້


ໜ້າ Login ຂອງ Migo

  • TrueCrypt ເປັນ Open Source ສຳຫຼັບການເຂົ້າລະຫັດຂໍ້ມູນທີ່ Storage ຮອງຮັບ Vista/XP/2000 and Linux ມີລັກສະນະເປັນຊຸດຄຳສັ່ງທີ່ສ້າງຂື້ນເພື່ອໃຊ້ໃນການເຂົ້າລະຫັດພື້ນທີ່ເກັບຂໍ້ມູນແບບ Real-time ນັ້ນຄື: ກ່ອນຈະ Load/Save ຂໍ້ມູນໃດໆ ຂໍ້ມູນເຫຼົ່ານັ້ນຈະຖືກເຂົ້າ ຫຼື ຖອດລະຫັດແບບອັດຕະໂນມັດ ພື້ນທີ່ເກັບຂໍ້ມູນ ເຊິ່ງຖືກເຂົ້າລະຫັດນັ້ນຈະບໍ່ສາມາດເຂົ້າເຖິງໄດ້ ການເຂົ້າລະຫັດຈະຄວບຄຸມທັງຊື່ໄຟລ໌ ຊື່ແຟ້ມຂໍ້ມູນ ແລະ ອື່ນໆ ແຕ່ອາດຕ້ອງໃຊ້ເວລາສຶກສາການໃຊ້ກ່ອນ


ໜ້າຕາຂອງ TrueCrypt

ນອກຈາກນີ້ ຍັງມີຫຼາຍ Software ທີ່ມີຄຸນສົມບັດໃນການຮັກສາຄວາມປອດໄພໃຫ້ແກ່ຂໍ້ມູນຂອງເຮົາທີ່ Flash Drive ໄດ້ ມັນຂື້ນຢູ່ກັບຄວາມສະດວກຂອງຜູ້ໃຊ້ ການສ້າງຄວາມປອດໄພໃຫ້ແກ່ຂໍ້ມູນເປັນສິ່ງສຳຄັນທີ່ບໍ່ຄວນເມີນເສີຍ ເຕັກໂນໂລຊີ ປັດຈຸບັນຊ່ວຍສ້າງເຄື່ອງມື ເພື່ອອຳນວຍຄວາມສະດວກໃນການຮັກສາຄວາມປອດໄພຂອງຂໍ້ມູນໃຫ້ແກ່ເຮົາໄດ້ດີ ແຕ່ອີກດ້ານໜື່ງ ເຕັກໂນໂລຊີດຽວກັນກໍ່ສາມາດສ້າງຄວາມເດືອດຮ້ອນໃຫ້ແກ່ເຮົາໄດ້ເຊັ່ນກັນ ແຕ່ກໍ່ປອດໄພໄວ້ກ່ອນ ຈຶ່ງດີ

* ຄັດຈາກ: ຫນັງສື CAT Magazine, ສະບັບວັນທີ 13-05-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564