|
ຍັງອີກບໍ່ດົນປະຕິສຳພັນຂອງທ່ານກັບລະບົບດີຈີຕອລຈະປ່ຽນໄປຈາກເດີມຢ່າງສິ້ນເຊີງ
ດ້ວຍການເປີດໂຕເທັກໂນໂລຢີໃໝ່
ທີ່ຈະມາປະຕິວັດການເຮັດວຽກແບບດີຈີຕອລ
Microsoft Surface
ເປັນລະບົບສຳຜັດແບບ interactive ແບບທຳມະຊາດໂດຍໃຊ້ມືໃນການວາດແຕ້ມ,
ຂຽນ ແລະ ພິມ ລະບົບປະເມີນຜົນຂອງ
Microsoft Surface
ຈະທຳການປະມວນຜົນ ແລະ
ສະແດງຜົນອອກມາຮາວກັບໜັງ
Sci-Fi
ຢ່າງ
Minority Report
ຕໍ່ໄປທຸກໆວັນຂອງລະບົບບັນເທີງ ການຫຼິ້ນເກມ
ຈະປ່ຽນແປງໄປໂດຍສິ້ນເຊີງ
Q: ແມ່ນຫຍັງຄື ລະບົບ
Surface Computing
ເຊິ່ງຫຼາຍຄົນສາມາດໃຊ້ງານມັນໄດ້ ຫຼື ບໍ່?
A:
Surface
Computing
ເປັນລະບົບທີ່ຄົນເຮົາຈະສຳພັນກັບຄອນເທນດິຈິຕອລແບບໃໝ່ສຸດ
ມັນຄ້າຍກັບໂລກ ໂດຍການໃຊ້ມືຂອງທ່ານແຕ້ມ ແລະ
ຂຽນສິ່ງໃດຫນື່ງລົງໄປ ເຊັ່ນ:
ການແຕ້ມຮູບທີ່ແຕ່ກ່ອນເຄີຍໃຊ້ສີ ແຕ່ຕໍ່ໄປແມ່ນສາມາດແຕ້ມໄດ້ດ້ວຍມືເປົ່າ
ແຊຣ໌ມັນກັບໝູ່ເພື່ອນຂອງທ່ານ ຫຼື
ລວມທັງລະບົບການເລືອກການຈັດການເມນູໃນຮ້ານອາຫານ
ແມ່ນສາມາດເລືອກໄດ້ດ້ວຍມືແບບທີ່ບໍ່ເຄີຍເຫັນມາກ່ອນ
Q: ແມ່ນຫຍັງຄື
Microsoft Surface
A: ມັນເປັນລະບົບ
Virtual Computing
ແບບໃໝ່ຢູ່ໜ້າຈໍຄືກັບໂຕະ
ລະບົບຈະເຊື່ອມຕໍ່ກັບຄອມພິວເຕີ ເຊິ່ງສາມາດໃຊ້ມືແຕ້ມຂີດຂຽນຫຼີ້ນ
ຫຼື້ ໃຊ້ງານ
Surface
ໄດ້ແບບມ່ວນຊື່ນ
Q: ເຮົາຈະເບິ່ງ
Microsoft Surface
ໄດ້ຈາກໃສ່ແນ່?
A: ໃນອຸດສາຫະກຳຫຼາຍປະເພດ
ມັນເປັນລະບົບການປະມວນຜົນແບບໃໝ່ທີ່ງາມ ແລະເປັນທຳມະຊາດ
ຄົນທີ່ໄດ້ໃຊ້ຈະໄດ້ປະສົບການໃໝ່ໃນການເຮັດວຽກ
ບໍລິສັດທຳອິດທີ່ໃຊ້
Microsoft Surface
ຈະເປັນ
Harrah Entertainment, Starwood Hotel &
Resorts Worldwide, T-Mobile USA,
International Game Technology





Microsoft
Surface
ຈະເປັນພຽງຂອງຫຼີ້ນແບບໃໝ່ ຫຼື ເຕັກໂນໂລຊີໃໝ່ທີ່ຈະມາປ່ຽນໜ້າຕາຂອງການປະມວນຜົນ
ແລະ ບໍ່ທັນແນ່ນອນເທື່ອວ່າ ເຕັກໂນໂລຊີນີ້ຈະປັບປ່ຽນໄປເຮັດວຽກຢູ່ບ່ອນອື່ນນອກຈາກໂຕະແບບນີ້ຫຼືບໍ່?
ນີ້ຄືອີກການຕອບກັບລະບົບ Multi-Touch
ຂອງ Apple
ກັນແນ່ Microsoft Surface
ຍັງໃໝ່ ສຳຫຼັບພວກເຮົາ
ຕ້ອງຕິດຕາມເບິ່ງກັນຕໍ່ໄປວ່າມັນຈະເຂົ້າມາມີບົດບາດແນວໃດແນ່ໃນຊີວິດຂອງຄົນເຮົາ,
ແຕ່ມັນກໍ່ເປັນສິ່ງທີ່ໜ້າສົນໃຈຫຼາຍສຳລັບ
Microsoft
ໝູ່ເພື່ອນລອງມາເບິ່ງ VDO
ໃນການໃຊ້ງານຄວາມອັດສະຣິຍະຂອງ Microsoft Surface
ໄດ້ດັ່ງລຸ່ມນີ້:
http://www.youtube.com/watch?v=UsqpQDimT5U
http://www.microsoft.com/surface/index.html
ເມື່ອໄດ້ເບິ່ງເທັກໂນໂລຢີນີ້ແລ້ວ ເຮັດໃຫ້ເຮົານຶກເຖິງໜັງເລື່ອງ
Minority
Report!


ສຳຜັດໄຮ້ຂີດຈຳກັດ
*
ທີ່ມາ: http://www.monavista.com/news/
ວັນທີ 23-07-2008 |