|
Apple
ໄດ້ອອກ patch ອັບເດດເວີຊັ່ນ 1.0
ສຳຫລັບຄອມພິວເຕີໂນ໊ດບຸກຮຸ້ນ MacBook Air ເພື່ອແກ້ບັນຫາທາງດ້ານຄວາມຮ້ອນໃນໂຕເຄື່ອງ
ການອັບເດດຊອຟແວຣ໌ຂອງ MacBook Air ໃນເທື່ອນີ້ຈະມີການປັບປຸງລະບົບຄວບຄຸມການ
ເຮັດວຽກຂອງພັດລົມ ເພື່ອລະບາຍຄວາມຮ້ອນໃນໂຕໂນ໊ດບຸກ
ໃຫ້ສາມາດລະບາຍຄວາມຮ້ອນໄດ້ຢ່າງມີປະສິດທິພາບ
ຫລາຍຂື້ນ ແລະ ເຮັດໃຫ້ MacBook Air
ບາງເຄື່ອງເກີດອາການຄ້າງໃນລະຫວ່າງເຮັດວຽກຢູ່ປະມານ
10 - 15 ວິນາທີ ຫລື ຄ້າງໄປເລີຍ ເມື່ອ CPU
ເຮັດວຽກ ໜັກ ເຊັ່ນ: ການເບິ່ງວິດີໂອ ຫລື
ການເປີດເວບໄຊທ໌ ເນື່ອງຈາກ
ລະບົບພັດລົມບໍ່ສາມາດລະບາຍຄວາມຮ້ອນໃຫ້ກັບ
CPU ໄດ້ທັນ.
*
ຄັດຈາກ: ສູນ IT ພັນທິບ, ວັນທີ
13-03-2008 |