|

ຕາມຂ່າວຕ່າງປະເທດ ນັກວິທະຍາສາດຄາດຄະເນວ່າ ນ້ຳກ້ອນຂົ້ວໂລກເຫນືອທີ່ຊ່ວຍປັບຜົນກະທົບຂອງ
ສະພາບອາກາດໂລກ ຈົນບາງຄັ້ງໄດ້ຮັບການປຽບທຽບວ່າ ເປັນເຄື່ອງປັບອາກາດຂອງໂລກນັ້ນ ຈະຫລຸດລົງຈົນຍັງເຫລືອ
ຫນ້ອຍເປັນປະຫວັດການໃນປີນີ້.
ທ່ານ ເຊລດອນ ໂດຼບອດ ນັກວິໄຈສະພາບອາກາດຂອງມະຫາວິທະຍາໄລ ໂຄໂລຣາໂດ ທີ່ເມືອງໂບລເດີ ແລະ
ຄະນະຊີ້ວ່າ ການປ່ຽນແປງຂອງນ້ຳກ້ອນທີ່ຂົ້ວໂລກເຫນືອ ຈະເປັນຫນຶ່ງໃນສັນຍານຂອງການປ່ຽນແປງສະພາບດິນຟ້າ
ອາກາດ ທີ່ເຫັນໄດ້ຊັດເຈນທີ່ສຸດ ຫາກການຄາດຄະເນນີ້ເປັນຈິງ ກໍຈະເປັນຄັ້ງທີ 3 ໃນຮອບ 5 ປີ ທີ່ນ້ຳກ້ອນຂົ້ວໂລກ
ເຫນືອຫລຸດລົງເຫລືອຫນ້ອຍທີ່ສຸດ ອັນເປັນຜົນຈາກອຸນຫະພູມໂລກສູງຂຶ້ນ ຄະນະນັກວິໄຈພະຍາກອນອາກາດ ໂດຍອ້າງ
ຂໍ້ມູນຈາກດາວທຽມ ແລະ ການບັນທຶກອຸນຫະພູມວ່າ ມີໂອກາດ 59% ທີ່ຂົງເຂດນ້ຳກ້ອນຂັ້ນຕ່ຳປະຈຳປີຈະຫລຸດລົງອີກ
ໃນປີນີ້.
ນ້ຳກ້ອນຂົ້ວໂລກເຫນືອຫລຸດລົງປະມານ 10% ໃນໄລຍະທົດສະວັດທີ່ຜ່ານມາ ໂດຍເມື່ອປີ 2007 ຂົງເຂດນ້ຳ
ກ້ອນຂັ້ນຕ່ຳເຫຼືອພຽງ 4,1 ລ້ານກິໂລຕາແມັດ ຖືວ່າໜ້ອຍທີ່ສຸດເປັນປະຫວັດການ ແລະ ຫລຸດລົງຈາກສະຖິຕິເດີມເມື່ອປີ
2005 ເຖິງ 1,1 ລ້ານກິໂລຕາແມັດ.
ນ້ຳກ້ອນຂົ້ວໂລກເຫນືອໃນປັດຈຸບັນບາງລົງ ແລະ ມີອາຍຸຫນ້ອຍລົງກ່ວາແຕ່ກ່ອນ ສົ່ງຜົນໃຫ້ເປື່ອຍໄວ ແລະ
ເຫລືອຫນ້ອຍລົງ ຫາກຍັງຄົງຫລຸດລົງໄປເລື້ອຍໆ ຈະເປັນອັນຕະລາຍຕໍ່ການດຳລົງຊີວິດຂອງສັດຈຳນວນຫນຶ່ງ ເຊັ່ນ:
ຫມີ ແມວນ້ຳ ແລະ ອື່ນໆ ແຕ່ເບິ່ງໃນແງ່ການຄ້າແລ້ວ ນ້ຳກ້ອນຂົ້ວໂລກເຫນືອທີ່ເປື່ອຍຫລາຍ ແລະ ກິນເວລາດົນຂຶ້ນ
ຈະຊ່ວຍໃຫ້ການເດີນເຮືອລະຫວ່າງເອີຣົບ ແລະ ອາເມລິກາເໜືອ ເສຍຄ່າໃຊ້ຈ່າຍຫລຸດລົງ
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
12-05-2008 |