ຫວ່າງມໍ່ໆນີ້,ທ່ານແກ້ວປະເສີດ
ທີ່ຢູ່ເມືອງໄກສອນ ພົມວິຫານແຂວງສະຫວັນນະເຂດໄດ້ຝາກຈົດໝາຍມາຫາ
ພວກເຮົາ ຖາມວ່າ "ງານໂອລິມປິກຄັ້ງທີ
29 ຈະຈັດຂຶ້ນຢູ່ປັກກິ່ງໃນປີ2008,
ດຽວນີ້,ນະຄອນປັກກິ່ງໄດ້ກະກຽມແນວໃດແດ່ແລ້ວ?
ໄດ້ມີການຄືບໜ້າແນວໃດແດ?"
ຂອບໃຈທ່ານແກ້ວປະເສີດທີ່ເອົາໃຈໃສ່ນຳງານກິລາໂອລິມປິກປັກກິ່ງປີ2008ແລະເອົາໃຈໃສ່ນຳນະຄອນປັກກິ່ງ.
ແຕ່ປັກກິ່ງ ຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກໄດ້ຮັບຜົນສຳເລັດມາຮອດປັດຈະບັນກໍ່ໄດ້
5 ປີແລ້ວ,ງານກິລາໂອລິມປິກປີ 2008
ກໍ່ໄດ້ນັບມື້ນັບໃກ້ເຂົ້າມາ. ໃນ
1800 ກວ່າມື້ທີ່ໄດ້ຜ່ານໄປນັ້ນ, ປັກກິ່ງປຽບສະເໝືອນລົດໄຟດ່ວນຂະບວນໜຶ່ງ
ພວມແລ່ນໄປສູ່ປາຍທາງຂອງນະຄອນໂອລິມປິກ.
ໃນລາຍການພາກນີ້, ຜູ້ດຳເນີນລານຍການກໍ່ຂໍແນະນຳການຄືບໜ້າ
ຂອງວຽກງານກະກຽມກິລາໂອລົມປິກປັກກິ່ງສູ່ທ່ານຟັງ.
ລາຍການແຂ່ງຂັນຂອງງານກິລາໂອລິມປິກປັກກິ່ງກໍ່ຄືກັນກັບງານກິລາໂອລິມປິກອາແຕນ,ລວມມີ
28 ປະເພດກິລາ, ໂດຍພື້ນຖານແລ້ວ, ຈຳນວນນັກກິລາກໍ່ເທົ່າທຽມກັນກັບງານກິລາໂອລິມປິກຄັ້ງແລ້ວ.ງານກິລາໂອລິມປິກປັກກິ່ງຈະສ້າງຫໍ
ແລະສະໜາມກິລາ 36 ແຫ່ງ,ໃນນັ້ນ, 14
ແຫ່ງແມ່ນສ້າງໃໝ່. ຖ້າອອກເດີນທາງຈາກບ້ານໂອລິມປິກ,
ພາຍໃນ 30 ນາທີ,ກໍຈະໄປຮອດສະໜາມກິລາ.
ໃນທ້າຍປີ 2003, ໄດ້ເລິ່ມລົງມືກໍ່ສ້າງສະໜາມກິລາ
7 ແຫ່ງ, ປີ2005, ໄດ້ເລິ່ມກໍ່ສ້າງ ອີກ
7 ແຫ່ງ. ຫໍ ແລະ ສະໜາມ ກິລາທັງໝົດເຫຼົ່ານີ້
ກໍ່ຈະສ້າງສຳເລັດໃນປີ2007.

ປັດຈຸບັນ, ຄະນະກຳມະການຈັດຕັ້ງງານກິລາໂອລິມປິກໄດ້ສຳເລັດແຜນຍຸດທະສາດດ້ານຄົມມະນາຄົມແລ້ວ,
ໄດ້ສ້າງ ກົນໄກປະສານງານ ແລະ ບັນຊາການຄົມມະນາຄົມ,
ໄດ້ສ້າງຕັ້ງໜ່ວຍປະສານງານຄວາມປອດໄພງານກິລາໂອລິມປິກ
ປັກກິ່ງ, ແລະ ໄດ້ເຊັນສັນຍາກັບໂຮງແຮມ
88 ແຫ່ງ, ໃນນັ້ນໂຮງແຮມ 5 ດາວ 33 ແຫ່ງ,
ໂຮງແຮມ 4 ດາວ 30 ແຫ່ງ, ໂຮງແຮມ 3 ດາວ
25 ແຫ່ງ, ຈະສະໜອງຫ້ອງພັກ 22900 ກວ່າຫ້ອງແລະວິນລາ
31 ຊຸດ, ໄດ້ກຳນົດໂຮງໝໍ ຮັບໃຊ້ສະເພາະ
20 ແຫ່ງ.
ໃນດ້ານການຈັດຕັ້ງການແຂ່ງຂັນ,ຄະນະກຳມະການຈັດຕັ້ງງານກິລາໂອລິມປິກແລະສະຫະພັນກິລາສາກົນຕ່າງໆໄດ້ສ້າງ
ສາຍສຳພັນກັນຢ່າງໃກ້ຊິດ.ມາຮອດປັດຈຸບັນ,
22 ສະຫະພັນໄດ້ມາຢ້ຽມຢາມປັກກິ່ງແລ້ວ,
ແລະ ຈັດກອງປະຊຸມກັບຄະນະ ກຳມະການຈັດງານ
ກິລາໂອລິມປິກປັກກິ່ງ ແລ້ວ.

ເພື່ອເລັ່ງລັດວຽກງານກະກຽມ, ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງຢາກໃຫ້ສະຫະພັນກິລາປະເພດຕ່າງໆ
ແຕ່ງຜູ້ຕາງໜ້າ ດ້ານເຕັກນິກມາປັກກິ່ງ,
ເພາະວ່ານອກຈາກສ້າງສະໜາມກິລາໃໝ່ແລ້ວ,
ປັກກິ່ງຍັງພວມສ້ອມແປງ
ສະໜາມກິລາເກົ່າ, ຄະນະກຳມະການຈັດງານກິລາໂອລິມປິກ
ຕ້ອງການແລກປ່ຽນຄວາມຄິດຄວາມເຫັນກັບຜູ້ຕາງໜ້າ
ສະຫະພັນກິລາສາກົນປະເພດຕ່າງໆ,
ເພື່ອກຽມຈັດງານກິລາໂອລິມປິກນຳກັນ.
ທ່ານຜູ້ຟັງທີ່ເຄົາລົບ, ຕໍ່ໄປພວກເຮົາມາຫວນຄືນເຫດການສຳຄັນນັບແຕ່ປັກກິ່ງຮ້ອງຂໍຈັດງານກິລາໂອລິມປິກ
ແລະ ໄດ້ຮັບອະນຸມັດໃນ 5 ປີຜ່ານມາ.
1|2|3
*
ຄັດຈາກ:
China Radio International, ສະບັບວັນທີ
6-11-2006 |