ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ສະ​ພາບ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ປີ​ 2008

ວັນ​ທີ 13 ​ທັນວາ​ປີ 2001, ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກຄັ້ງ​ທີ 29(ກໍ່​ຄືຄະນະ​ກຳມະການ​ຈັດ​​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ
ຢ່າງ​ເປັນ​ທາງ​ການ.ສ່ວນ​ເຄື່ອງໝາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເມື່ອ​ໄດ້​ຜ່ານ​ການ​ອອ​ກ​​ແບບ​ເປັນ​ເວລາ 16 ​ເດືອນ​ແລ້ວ,ກໍ່​ໄດ້​ເປີດ​ເຜີຍ​ຕໍ່ຊາວ​ໂລກ​
ໃນວັນ​ທີ 3 ​ສິງຫາ​ປີ 2003. ເຄື່ອງ​ໝາຍ​ງານ​ກິລາ​ໂອ​ລິ​ມປິກ​ທີ່​​ໃຫ້​ຊື່ວ່າ"ກາ​ປະ​ທັບຈີນ·ປັກ​ກິ່ງ​ໂຮ​ຮ້ອງ​ສະຫຼອງ​ໄຊ"​​ ໄດ້ປະກາດ​​ໃນ​ພິທີ​ອັນໃຫຍ່​ໂຕ ​ຄຶກຄື້ນ​ຢູ່​ທີ່​ຫໍ​ຊີ​ນຽນ​ຕ້ຽນຂອງ​ຫໍ​ຟ້າ​ປັກ​ກິ່ງ. ວັນ​ທີ 24​ ທັນວາ​ປີ 2003, ສະໜາມ​ກິລາ​ແຫ່ງ​ຊາດ​ ແລະ​ ສູນ​ລອຍ​ນ້ຳ​ແຫ່ງ​ຊາດໄດ້​ເລິ່ມລົງ​ມື​ກໍ່ສ້າງ, ນີ້​ເປັນ
​ຂີດ​ໝາຍ​ ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ກໍ່ສ້າງ​ຫໍ ​ແລະ ​ສະໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລິ່ມດຳ​ເນີນ​ຢ່າງ​ຮອບດ້ານ​. ຫຼັງ​ຈາ​ກນັ້ນ, ​ເຄື່ອງໝາຍ​ງານ​ກິກາ​ພາລາ​ລິ​ມປິກ​ປີ ​2008​ ທີ່​ມີ​ຊື່ວ່າ "ຟ້າ​ ດິນ​ແລະ​ຄົນ" ກໍ່​ໄດ້​ປະກາດຕໍ່​ຊາວ​ໂລກໃນ​ວັນ​ທີ 13​ ກໍລະກົດ​ປີ 2004, ຄວາມ​ໝາຍ ​ທີ່​ເອົາ​ໃຈ​ໃສ່​ນຳ​ມວນມະນຸດ​ແລະທັດສະນະ​ຄະ​ຕິ​ຖືກຕ​ຕ້ອງ​ປອງ​ດອງ​ກັນ​ຂອງ​ເຄື່ອງ​ໝາຍ​ກໍ່​ໄດ້​ຮັບ​ການຕີ​ລາຄາ​ສູງ​. ວັນ​ທີ 5 ມິຖຸນາ​ປີ 2005 ​ໄ​ດ້​ເລິ່ມດຳ​ເນີນ,​ ໂຄງການ​ອາສາສະ​ໝັກຂອງ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​, ມື້​ດຽວ​ກັນ,​ ໄດ້​ປະກາດ​ເຄື່ອງໝາຍ​ຂອງອາສາ​ສະໝັກ​ງານ​ກິລາ​ ໂອ​ລິ​ມປິກ​ປັກ​ກິ່ງ.ອາສາ​ສະໝັກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຄາດ​ວ່າ​ຈະ​ມີ​ປະມານ7ໝື່ນ​ຄົນ, ຜູ້​ອາສາ​ສະໝັກ​ງານ​ກິລາພາຣາ​ລິ​ມປິກ (ຫຼືງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ) ຄາດ​ວ່າ​ຈະ​ມີ​ປະມານ 3 ໝື່ນ​ຄົນ. ວັນ​ທີ 26​ ມິຖຸນາ​ປີ 2005​ ໄດ້​ປະກາດ, ຄຳ​ຂວັນ​ຫົວ​ຂໍ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ "​ໂລກ​ດຽວ,ຄວາມຝັນ​ດຽວ" (One World One Dream)​. ວັນ​ທີ 11 ພະ​ຈິກ​ປີ​ 2005,
 ໃນ​ໂອກາດວັນນັບ​ຖອຍຫຼັງ​ເຂົາ​ສູ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ 1000 ​ມື້, "ຕຸ​ກະ​ຕາ​ຟູ​ວາ" ສັດນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍໄດ້
​ປະກາດຢ່າງ​ຄຶນ​ຄື້ນ. "ຕຸ​ກະ​ຕາ​ຟູ​ວາ" 5 ຕົວ​ທີ່​ມີ​ຮູບ​ປາ ຮູບ​ໝີ​ແພນ​ດາ ຮູບ​ເຍືອງຕິ​ເບ​ດ ຮູບ​ນົກ​ແອ່ນ​ ແລະ ​ຮູບ​ໄຟ​ສັກສິດ​ຂອງ​ງານ​ກິລາ​ ໂອ​ລິ​ມປິກ​​​ ໄດ້ຕັ້ງ​ຊື່​​ໃຫ້​ວ່າ "​ເປີ້ຍ​ເປີ້ຍ", "ຈິ່ງ​ຈິ່ງ", "ຮ່ວນ​ຮ່ວນ", "ອີ໋ງອີ໋ງ" ​ແລະ "ນີ່​ນີ່", ຊື່​ຂອງ​ສັດ​ນຳ​ໂຊກ 5​ ໂຕ​ນີ້​ອ່ານ​ເຂົ້າກັນ​ ແລ້ວມີ​ສຽງ​ຄື​ກັນ​ກໍ​ແມ່ນ "​ເປີ​ຍຈິ່ງ​ຮ່ວນ​ອີ໋ງນິນ",​ ແປ​ວ່າ, ປັກ​ກິ່ງຍິນ​ດີ​ຕ້ອນຮັບ​ທ່ານ.

  ວັນ​ທີ 28 ​ສິ​ງຫາ​ປີ​ນີ້, ການປະກາດ​ຮັບ​​ເອົາອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມ​ປິກ​ ແລະ​ ງານ​ພາຣາລິ​ມປິກ​ປັກ​ກິ່ງ​ໄດ້​ເລິ່ມ ດຳ​ເນີນ ​ຢ່າງ​ເປັນທາງ​ການ.

ວັນ​ທີ 7 ກັນຍາ​ປີ​ນີ້,ງົວ"​ເລີ້​ເລີ້" ສັດ​ນຳ​ໂຊກ​ຂອງ​ງານ​ກິລາພາຣາລິ​ມປິກ​ປັກ​ກິ່ງ​ປີ 2008 ​​ໄດ້ປະ​ກາດ​ທາງ​ການ, ງົວ​ນ້ອຍ ​ໜ້າ​ຮັກ​ໂຕ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນນ້ຳ​ໃຈສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ ​​ແລະ ​ສູ້ຊົນ​ຢ່າງໝັ້ນ​ໜຽວຂອງ​ຄົນ​ພິການ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ ຄືໃນ​ຕອນ​ເຊົ້າ​ວັນ​ທີ 17 ​ກັນຍາ,ວຽກ​ງານ​ມ້າງ​ໂຄງ​ຮ່າງເຫຼັກ​ກ້າ​ຂອງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດທີ່​ເປັນ​ຮູບ​ "ຮັງ​ນົກ"
  ສະໜາມ​ກິລາ​​ແຫ່ງ​ນີ້​ແມ່ນ​ສະ​ໜາມ​ກິລາ​ຕົ້ນຕໍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສຳ​ເລັດ​ຕາມ​ແຜນ​ການ, "ຮັງ​ນົກ" ທີ່ອອກ​ແບບ​ໃນ​ໜ້າ​ເຈ້ຍ​​ໄດ້ກາຍ​ເປັນ​ສິ່ງ​ກໍ່ສ້າງ​ອັນ​ເປັນ​ໜ້າພູມ​ໃຈ​ຂອງ​​ຊາດ​ຈີນຕັ້ງຂັ້ນ​ຢ່າງ​ສະ​ຫງ່າ.

  ສິ່ງ​ກໍ່ສ້າງ​ໂຄງປະກອບ​ເຫຼັກ​ກ້າດັ່ງກ່າວ​ມີ​ໄລຍະ​ຂວາງ​ຂ້າມຍາວ​ກວ່າ​ໝູ່​ໃນ​ໂລກ, "ຮັງ​ນົກ" ນີ້​ມີ​ນ້ຳ​ໜັກ​ເຖິງ 42000 ​ໂຕນ, ທຸກມີ​ຄວາມ​ທົນ​ທານ​ທັງ​ນັ້ນ,ທັງ​ເປັນ​ຮູບ​ທີ່​ສະ​ລັບ​ໄປມາ. ສິ່ງ​ກໍ່ສ້າງ​ອັນ​ຍິ່ງ​​ໃຫຍ່​​ນີ້​​ໄດ້​ຮັບ​ຄວາມຍ້ອງ​ຍໍ​ເປັນ "ສະ​ໝາມ​ກິ​ລາລຸ່ນ​ທີ 4", ມັນ​ບໍ່ພ​ຽງ​ແຕ່​ເປັນ​ສັນຍະ​ລັກ​ແຫ່ງ​ຄວາມ​ສະ​ແຫວ​ງຫາ​ຢ່າງ​ບໍ່​ລົດ​ລະ​ ​​ໃນ​ຂົງ​ເຂດ​ກໍ່ສ້າງ​ ແລະ​ ສິ່ງ​ແວດ​ລ້ອມ​ຂອງ​ມະ​ນຸດ​ ໃນ​ສະຕະວັດ​ທີ 21 ​ເທົ່າ​ນັ້ນ,​​ ແຕ່ຍັງ​ເປັນ​ສັນຍະ​ລັກ​ແຫ່ງຂະ​ບວນວິ​ວັດ​ປະຫວັດສາດ​ຂອງ​ຈີນ ເມືອງ​ບູຮານ​ພາກ​ຕາ​ເວັນອອກພວມ​​ເປີດ​ປະຕູ​ສູ່​ພາຍ​ນອກ ​ຢ່າງ​ບໍ່​ຢຸດ​ຢັ້ງ.

  ທັງ​ໝົດ​​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ປັກ​ກິ່ງ​ພວມກຽມ​ຈັດງານ​ກິລາ​ໂອ​ລິ​ມປິກ​ປີ​ 2008 ​ຢ່າງ​ຕັ້ງ​ໜ້າ, ຄົນ​ປັກ​ກິ່ງ​ຈົນ​ຮອດ​ ປະຊາຊົນ​ທົ່ວ​ ປະ​ເທດ​ຈີນ​ລ້ວ​ນ​ແຕ່ຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ. ​​ໃນ​ໄລຍະ​ວັນຊາດ​ຈີນ ​ວັນ​ທີ 1​ ຕຸລາ​ປີ​ນີ້, "ຕຸ​ກະຕາຟູ​ວາ" ສັດ​ນຳ​ໂຊກ​ງານ​ກິລາ​ ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ຈະ​​ເປີດ​ຕົວຕົວ​ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ, ບັນຍາກາດ​ທີ່​ຕ້ອນຮັບ​ງານ​ກິລາ​ ໂອ​ລິ​ມປິກ​ຂອງ​ປັກ​ກິ່ງ ​ຈະ​ນັບ​ມື້ ​ນັບ​ຟົດ​ຟື້ນ, ຫວັງ​ວ່າ​ໃນ​ເວລາ​ປັກ​ກິ່ງ​ຈັດ​ງານ​​ກິລາ​ໂອ​ລິ​ມປິກ​ໃນ​ປີ 2008, ທ່ານ​ກໍ່ຄົງ​ຈະ​ມີ​ ໂອ​ກາດ​ມາມາ​ສຳ​ຜັດ​ຕົວ​ຈິງ.

1|2

* ຄັດຈາກ: China Radio International, ສະບັບວັນທີ 5-04-2006

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4