|

ເພື່ອຕ້ອນຮັບງານກິລາໂອລິມປິກປັກກິ່ງ,
ເຜີຍແຜ່ຈິດໃຈໂອລິມປິກ, ວິທະຍຸສາກົນແຫ່ງປະເທດຈີນຈະຈັດກິດຈະກຳ
ຖາມຕອບໃນຫົວຂໍ້ "ນັດກັນໃນປີ
2008--ການແຂ່ງຂັນເສັງຄວາມຮູ້ທົ່ວໂລກງານກິລາໂອລິມປິກປັກກິ່ງ"
ເລີ່ມແຕ່ວັນທີ ປີ 2007 ຫາວັນທີ
& nbsp; ປີ 2008, ການແຂ່ງຂັນເສັງຄວາມຮູ້ເທື່ອນີ້ໄດ້ແບ່ງເປັນ
4 ຕອນ, ແລະຈະອອກອາກາດໃນເວລາ 19 ໂມງ
45 ນາທີຂອງທຸກວັນເສົາ, ສະນັ້ນພວກເຮົາຈຶ່ງຂໍເຊີນຊວນທ່ານມາເຂົ້າຮ່ວມ.
ມື້ນີ້ຈະແມ່ນຕອນທີໜຶ່ງ: ການກະກຽມງານກິລາໂອລິມປິກປັກກິ່ງດຳເນີນໄປຢ່າງສະດວກ.
ມື້ນີ້ມີ 2ຄຳຖາມຄື:ໜຶ່ງ,ເປົ້າໝາຍຂອງວຽກງານກະກຽມຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງແມ່ນຫຍັງ?
ສອງ, ງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນໃນມື້ໃດ,
ແລະອັດລົງໃນມື້ໃດ? ຕໍ່ໄປເຊິນທ່ານ
ຟັງເນື້ອໃນລະອຽດ.
ງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນແຕ່ວັນທີ
8 ຫາວັນທີ 24 ສິງຫາປີ 2008.
ປັດຈຸບັນເວລາໄຂງານກິລາໂອລິມປິກ
ປັກກິ່ງຍັງບໍ່ຮອດໜຶ່ງປີແລ້ວ, ຫວ່າງກ່ອນນີ້ບໍ່ດົນ,
ທ່ານຫວາງເຫວີຍ ຮອງປະທານບໍລິຫານງານຂອງຄະນະກຳມະການ
ຈັດຕັ້ງງານກິລາໂອລິມປິກປັກກິ່ງໄດ້ແນະນຳສະພາບການກະກຽມຂອງງານ
ກິລາໂອລິມປິກປັກກິ່ງ.
ທ່ານເວົ້າວ່າ, ພາຍຫຼັງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງສ້າງຕັ້ງຂຶ້ນ,
ຖື"ການຈັດງານກິລາໂອລິມປິກ
ປັກກິ່ງທີ່ມີຈຸດພິເສດແລະລະດັບສູງ"ເປັນເປົ້າໝາຍຂອງວຽກງານກະກຽມ,
ແລະພະຍາຍາມເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວ.
ທ່ານກ່າວວ່າ:
"ຈັດງານກິລາໂອລິມປິກປັກກິ່ງປີ
2008 ທີ່ມີຈຸດພິເສດແລະລະດັບສູງ, ແມ່ນຄຳໝັ້ນສັນຍາທີ່ພວກເຮົາມີຕໍ່ຊາວໂລກ,
ແມ່ນຄວາມຕ້ອງການແລະປາດຖະໜາຂອງລັດຖະບານແລະປະຊາຊົນຈີນ.
ເວົ້າໂດຍລວມແລ້ວ, ວຽກງານກະກຽມຕ່າງໆ
ຂອງງານກິລາໂອລິມປິກປັກກິ່ງພວມດຳເນີນໄປຢ່າງສະດວກຕາມແຜນການ."
ໂດຍຜ່ານການກະກຽມອັນເຄັ່ງຮ້ອນເກືອບ
6 ປີ, ງານກິລາໂອລິມປິກປັກກິ່ງໄດ້ນັບມື້ນັບໃກ້ກັບເປົ້າໝາຍທີ່ຕັ້ງໄວແລ້ວ.
ທ່ານຫວາງເຫວີຍກ່າວວ່າ, ໃນສະໜາມກິລາ
37 ແຫ່ງນັ້ນ, ມີ 10 ແຫ່ງໄດ້ສ້າງສຳເລັດແລ້ວ.
ນອກຈາກສະໜາມກິລາ
ຕົ້ນຕໍ---ສະໜາມກິລາແຫ່ງຊາດຍ້ອນໂຄງການພິທີໄຂການນຳໃຊ້ຕ້ອງສ້າງສຳລັດໃນຕົ້ນປີ
2008 ແລ້ວ, ສະໜາມກິລາ
ອື່ນໆ ລ້ວນແຕ່ຈະສ້າງສຳເລັດກ່ອນທ້າຍປີ
2007. ປັດຈຸບັນ, ວຽກງານຈັດຕັ້ງການແຂ່ງຂັນງານກິລາໂອລິມປິກປັກກິ່ງ
ນັບມື້ນັບລະອຽດເຂົ້າ, ຕາຕະລາງການແຂ່ງໄດ້ຕົກລົງໝົດແລ້ວ;
ວຽກງານອອກແບບພິທີໄຂແລະພິທີອັດຂອງງານກິລາ
ໂອລິມປິກປັກກິ່ງໄດ້ສຳເລັດໃນຂັ້ນພື້ນຖານແລ້ວ,
ຈະເຂົ້າສູ່ໄລຍະຈັດຕັ້ງປະຕິບັດແລະຝຶກຊ້ອມ,
ຫົວໜ້າຜູ່ກຳກັບການ
ສະແດງຂອງພິທີໄຂແມ່ນທ່ານຈ່າງອີ້ເໝົາ
ຜູ່ມີຊື່ສຽງໃນລະດັບສາກົນ.
ເສັ້ນທາງສົ່ງທວນໄຟຂອງງານກິລາໂອລິມປິກປັກກິ່ງທີ່ດຶງດູດສາຕາຂອງທົ່ວໂລກກໍໄດ້ປະກາດແລ້ວ.
ປັກກິ່ງຢາກໃຫ້ທວນ
ໄຟຜ່ານຈອມພູຈຸມູລັງມາເຊິ່ງເປັນຈຸດສູງສຸດຂອງໂລກກໍໄດ້ເຮັດໃຫ້ຊາວໂລກຄຶດໄປລ່ວງໜ້າຕໍ່ການສົ່ງທວນໄຟທີ່ຈະເລີ່ມ
ຕົ້ນໃນປີໜ້າແລ້ວ.
ໃນ 6 ປີທີ່ຜ່ານມາ, ເພື່ອຜ່ອນຄາຍແຮ່ງກົດດັນດ້ານຄົມມະນາຄົມ,
ປັກກິ່ງໄດ້ເລັ່ງລັດການກໍ່ສ້າງລະບົບຂົນສົ່ງທາງ
ລົດໄຟ. ລົດໄຟໃຕ້ດິນສາຍທີ 4, ສາຍທີ
5 ແລະສາຍທີ 10 ແລະເສັ້ນໄປສະໜາມບິນໄດ້ເລີ່ມກໍ່ສ້າງຕາມລຳດັບ,
ໃນນັ້ນສາຍທີ 5 ໄດ້ສ້າງສຳເລັດແລ້ວ,
ແລະສາຍອື່ນໆຈະສ້າງສຳເລັດໝົດໃນປີ
2008. ຮອດເວລານັ້ນ, ລະບົບຂົນສົ່ງ
ທາງລົດໄຟໃຕ້ດິນຂອງປັກກິ່ງຈະຍາວ 200
ກິໂລແມັດເຊິ່ງເປັນສະຖິຕິໃໝ່ໃນປະຫວັດສາດ,
ນີ້ຈະສະໜອງການຮັບ
ປະກັນດ້ານການຂົນສົ່ງສາທາລະນະໃນໄລຍະຈັດງານກິລາໂອລິມປິກປັກກິ່ງ.
ພ້ອມກັນນັ້ນ, ປັກກິ່ງຍັງໄດ້ຮັບຄວາມຄືບໜ້າໃນດ້ານປັບປຸງສິ່ງແວດລ້ອມຂອງຕົວເມືອງ,
ນັບແຕ່ປີ 1998 ຫາທ້າຍປີ 2006, ປັກກິ່ງໄດ້ໃຊ້ງົບປະມານ
12 ຕື້ 200 ລ້ານໂດລາ, ໄດ້ສຳເລັດໂຄງການປັບປຸງສິ່ງແວດລ້ອມສຳຄັນ
20 ໂຄງການ. ຄຸນນະພາບອາກາດທີ່ໄດ້ຕາມມາດຕະຖານຂອງປັກກິ່ງຈາກ
100 ມື້ໃນປີ 1998 ເພີ່ມຂຶ້ນຮອດ 241
ມື້ໃນປີ 2006, ອັດຕະປົກຫຸ້ມສີຂຽວມີ
42% ໃນທ້າຍປີ 2006, ຮອດປີ 2008ຈະຫຼາຍຫວ່າ
43%ຢ່າງແນ່ນອນ; ອັດຕາບຳບັດ
ນ້ຳເປື້ອນສູງເຖິງ 90% ແລ້ວ.
ທ່ານຫວາງເຫວີຍຍັງກ່າວວ່າ: "ພວກເຮົກກໍຫວັງຢ່າງຈິງໃຈໃຫ້ເພື່ອນມິດທັງຫຼາຍສາມາດເອົາໃຈໃສ່ແລະເຂົ້າຮ່ວມວຽກງານ
ກະກຽມຂອງງານກິລາໂອລິມປິກຕື່ມອີກ.
ໂດຍຜ່ານຄວາມພະຍາຍາມຮ່ວມກັນຂອງພວກເຮົາ,
ທຳຄວາມພະຍາຍາມ
ພ້ອມກັນເພື່ອຈັດງານກິລາໂອລິມປິກປັກກິ່ງທີ່ມີຈຸດພິເສດ
ແລະ ລະດັບສູງ, ເພື່ອພດທະນາວຽກງານໂອລິມປິກຢ່າງຄຶກຄື້ນ
ແລະເພື່ອສ້າງໂລກກົມກຽວກັນທີ່ດີງາມກວ່າເກົ່າ."
ທ່ານຜູ່ຟັງ, ຕອນທີ່ໜຶ່ງຂອງກິດຈະກຳຖາມຕອບໃນຫົວຂໍ້"ນັດກັນໃນປີ
2008--ການແຂ່ງຂັນເສັງຄວາມຮູ້ທົ່ວໂລກງານ
ກິລາໂອລິມປິກປັກກິ່ງ"ໄດ້ສິ້ນສຸດລົງພຽງທໍນີ້,ໃນຕອນທ້າຍຂອງລາຍການມື້ນີ້ຈະອ່ານສອງຄຳຖາມຂອງມື້ນີ້ຄືນອີກເທື່ອໜຶ່ງ:
ຄຳຖາມທີໜຶ່ງແມ່ນ, ເປົ້າໝາຍຂອງວຽກງານກະກຽມຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງແມ່ນຫຍັງ?
ສອງ, ງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນໃນມື້ໃດ,
ແລະອັດລົງໃນມື້ໃດ? ຂອບໃຈທີ່ຮັບຟັງ,
ສະບາຍດີ
*
ຄັດຈາກ:
China Radio
International, ສະບັບວັນທີ
26-12-2007 |