ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດແຈ້ງການ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 : ເລືອກຮຽນວິຊາທີ່ມັກ
 :: ຮຽນຫຍັງຈຶ່ງຈະໄດ້ງານໄວ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ອິນເຕີເນັທ
 :: ດາວໂຫລດຊອັຟແວຣ໌ໃໝ
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 :: ສຸຂະພາບທົ່ວໄປ
 :: ການນຳໃຊ້ຢາຕ່າງໆ...!
 :: ທ່ານໝໍຜູ້ຊ່ຽວຊານຕ່າງໆ
 :: ໂຮງໝໍ ແລະ ຄລີນິກ
 

 

 

Click for Vientiane, Lao Peoples Republic Forecast

 

 

 
 
 
ມະຫາສານ>>ດາວໂຫລດ
ງານປະກວດຫນຸ່ມ-ສາວ ໂຢໂມດ 2005 ທີ່ຫລາກຫລາຍຄວາມສາມາດໃນການສະແດງ

ງານປະກດໂຢໂມດ ເວທີແຫ່ງໂອກາດ...ເວທີສຳຫລັບຄົນຍຸກໃຫມ່

ແຫລງຂ່າວຢ່າງເປັນທາງການໄປແລ້ວເມື່ອທ້າຍສັບປະດາທີ່ຜ່ານມາ ສຳລັບການປະກວດຫນຸ່ມ-ສາວໂຢໂມດ 2005 ຫລື "Yo ! star 2005" ເວທີແຫ່ງໂອກາດ...   ເວທີສຳລັບຄົນຍກໃໝ່ ຊຶ່ງຈັດໂດຍ  ບໍລິສັດ ອິນດີ້ເຣັກຄອດສ໌, ບໍລິສັດ ລັດຕະນະທຳ ຕົວແທນຈຳຫ່ນາຍ ໂຢໂມດ ແລະ ບໍລິສັດໂໂມດ ປະເທດໄທ ຈຳກັດ ຊຶ່ງງານທະແຫລງຂ່າວໄດ້ຈັດຂື້ນທີ່ຊັ້ນ 14 ຂອງໂຮງແຮມດອນຈັນພາເລດ ໂດຍມີບັນດາແຂກທີ່ຖືກເຊີນ ສື່ມວນຊົນ ແລະ ສິລະປິນຈາກຄ້າຍອິນດີ້ເຂົ້າຮ່ວມ.

ການປະກວດຫນຸ່ມ-ສາວໂຢໂມດ ຈຸດປະສົ່ງແມ່ນເພື່ອສົງເສີມ ແລະ ກະຕຸ້ນໃຫ້
ໄວຫນຸ່ມໃຊ້ເວລາໃຫ້ເປັນປະໂຫຍດແກ່ຕົນເອງ
ແລະ ສັງຄົມ ຫ່າງໄກຢາເສບຕິດ ແລະ ສິ່ງບໍດີອຶ່ນໆໃຫ້ໄວຫນຸ່ມຫັນມາເບິງແຍງສຸຂະພາບ ກໍ່ຄືການອອກກຳລັງກາຍ ການສ້າງຈິດຈະກຕ່າງໆ ລວມໄປເຖິງເຮັດໃຫ້ໄວຫນຸ່ມຮູ້ຈັກຜະລິດຕະພັນນົມສົ້ມ
ໂຢໂມດຫລາຍຂື້ນ
.
* ເງື່ອນໄຂການເຂົ້າປະກວດ: ແມ່ນບໍ່ມີກຳນົດຈຳນວນຜູ້ເຂົ້າສະຫມັກ ແຕ່ຈະຂັດ
ເອົາ
ຍິງ-ຊາຍ ພຽງແຕ່ແຂວງລະ 2 ຄົນ ແລະ ນະຄອນຫລວງວຽງຈັນຄັດເອົາ 6 ຄູ່ ຜູ້ສະຫມັກຕ້ອງເປັນ ຊາຍ - ຍິງ ໂສດອາຍຸ 15-23 ປີ ມີຄວາມສາມາດໃນສະແດງ
ຢ່າງໃດຢ່າງຫນຶ່ງເຊັ່ນ
ຮ້ອງເພັງ ຟ້ອນ ລຳ ເຕັ  ຫລີ້ນດົນຕີລາວ ຫລື ສາກົນ ສະແດງະຄອນ ເດີນແບບ ແລະ ອື່ນໆ ມີບກຂະລກດີ ກ້າສະແດງອອກ ມີໄຫວພິກ ປະນິພານດີ.

່ວນລາງວັນສຳລັບຜູ້ເຂົ້າຮອບ ຍິງ ແລະ ຊາຍ ແມ່ນອັນດັບຫນຶ່ງ ຊາຍ ແລະ ຍິງ ຈະໄດ້ຮັບຜູ້ລະ  5.000.000 ກີບ ອມຂັນລາງວັນ
ແລະ Yomost giftset ອັນດັບສອງຊາຍ-ຍິງ ໄດ້ຮັບ 3.000.000 ກີບ ແລະ ອັນດັບສາມຊາຍ-ຍິງໄດ້ຮັບ 1.000.000 ກີບ ແລະ Yomost giftset ຂວັນໃຈສື່ມວນຊົນໄດ້ຮັບ 1.000.000 ກີບ ແລະ Yomost giftset ແລະ ຜູ້ທີ່ເຂົ້າຮ່ວມປະກວດທັງຫມົດທີ່ບໍ່ໄດ້ເຂົ້າ
ຮອບກໍ່ຈະໄດ້ຮັບລາງວັນຊົມເຊີຍ
ຄົນລະ 250.000 ກີບ ແລະ Yomost siftset.

ຫມຸ່ມສາວຜູ້ທີ່ສົນ ສາມາດຕິດຕໍ່ສະຫມັກໄດ້ທີ່ ບໍລິສັດອິນດີ້ເຣັກຄອດສ  (ຮ້ານອິນດີ້ຊີດີຊອບ)ໂທ: 020-7711991 ຕ່າງແຂວງ
ທີ່ຫລວງພະບາງສະຫມັກໄດ້ທີ່
ຮ້ານກີບຊັອບ ຢູ ແອນ ມີ,  ສະຫວັນນະເຂດທີ່ໂຮງ
ແຮມຫນານໄຮ
ແລະ ຮ້ານພໍແສງຈັນ ແລະ ທີ່ຈຳປາສັກ ສະຫມັກທີ່ຮ້ານອາຫານ
ທົວລາວ
ປາກເຊ ເລີ່ມສະຫມັກແລ້ວມື້ນີ້
ແລະ ຈະມີການຂັດເລືອກແຕ່ລະແຂວງ ແລ້ວມາຊະນະເລີດກັນທີ່ນະຄອນຫລວງວຽງຈັນ ໃນວັນເສົາທີ 28 ພຶດສະພາ 2005 ນີ້ທີ່ຫໍວັດທະນທຳແຫ່ງຊາດ.
  ກໍຖືວ່ານີ້ແມ່ນໂອກາດດີອັນຫນື່ ສຳລັບໄຫວຫນຸ່ມ-ສາວ ບ້ານເຮົາ  ທີ່ຈະໄດ້ສະ
ແດງຄວາມສາມາດຂອງຕົນໄປແນວທາງສ້າງສັນຫມ
ູ່ເພື່ອນຜູ້ໃດສົນຈກໍ່ສາມາດ
ພົວພັນໄດ້ຕາມທີ່ກ່າວມາ
: ຫລື ສອບຖາມຂໍມູນເພີ່ມເຕີມໄດ້ທີ່ ເບີ: ໂທ: 020-7711991 ແລະ 5510141 
* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 05/04/2005

ເຊີນເຂົ້າຮ່ວມປະກວດ ຫນຸ່ມ ສາວ ໂຢໂມດ 2005
* ຕິດຕໍ່ຮັບໃບສະຫມັກໄດ້
- ນະຄອນຫລວງວຽງຈັນ: ບໍລິສັດ ອິນດີ້ ເຣັກຄອດ (ຮ້ານ ອິນດີ້ ຊີດີຊອບ) ໂທ: 020 771 1991
- ຫລວງພະບາງ: ຮ້ານກິບຊອບ ຢູ່ ແອນ ມີ (U & ME) ໂທ: 020 777 2555, 020 557 1234
- ສະຫວັນນະເຂດ: ໂຮງແຮມຫນານໄຮ, ໂທ: 041-212371, ຮ້ານພໍແສງຈັນ ໂທ: 020 771 5740
- ປາກເຊ: ຮ້ານອາຫານທົວລາວ, ໂທ: 031-900 388
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີຣ໌ໂທ: 020 771 1991, 551 0141
* ສະຖານທີ່ ແລະ ເວລາການຄັດເລືອກ

ແຂວງ ສະຖານທີ່ຄັດເລືອກ ວັນທີ/ເວລາ
ຫລວງພະບາງ ໂຮງແຮມບ້ານລາວ ອາທິດ 17/4/05, 08:30 ເຊົ້າເປັນຕົ້ນໄປ
ສະຫວັນນະເຂດ ໂຮງແຮມຫນານໄຮ ເສົາ 23/4/05, 08:30 ເຊົ້າເປັນຕົ້ນໄປ
ຈຳປາສັກ(ປາກເຊ) ໂຮງແຮມ ປາກເຊ ເສົາ 30/4/05, 08:30 ເຊົ້າເປັນຕົ້ນໄປ
ນະຄອນຫລວງວຽງຈັນ ໂຮງແຮມດອນຈັນພາເລດ ເສົາ 07/5/05, 08:30 ເຊົ້າເປັນຕົ້ນໄປ


ຮອບຊິງຊະນະເລີດລະດັບປະເທດ ວັນເສົາທີ 28/05/2005
ທີ່ ຫໍວັດທະນະທຳແຫ່ງຊາດ

* ຊື້ຜະລິດຕະພັນ YOMOST & FOREMOST ຕັ້ງແຕ່ 15,000 ກີບຂື້ນໄປ ຮັບບັດເຂົ້າຊົມຮອບຄັດເລືອກຟຣີ
* ຊື້ຜະລິດຕະພັນ YOMOST & FOREMOST ຕັ້ງແຕ່ 25,000 ກີບຂື້ນໄປ ຮັບບັດເຂົ້າຊົມຮອບຊິງຊະນະເລີດຟຣີ

* ສິດທິພິເສດຂອງຜູ້ໄດ້ຮັບການຄັດເລືອກໃນຮອບທຳອິດ ມີດັ່ງນີ້:

1. ມີໂອກາດເຂົ້າຮ່ວມການປະກວດທີ່ນະຄອນຫລວງວຽງຈັນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ເຊັ່ນ: ຄ່າເດີນທາງ, ຄ່າທີ່ພັກ, ຄ່າກິນ ແລະ ອື່ນໆ...
2. ຮ່ວມກິດຈະກຳກ່ອນມື້ປະກວດ 6 ມື້ເຕັມ ທີ່ຊັ້ນ 14 ໂຮງແຮມດອນຈັນພາເລດ ເຊັ່ນ: ການສອນເດີນແບບ, ສອນການສະແດງ, ສອນເຕັ້ນ ຈາກອາຈານທີ່ມີປະສົບການສູງ ແລະ ນອກນີ້ຍັງມີທີ່ປຶກສາສຳລັບການສະແດງທີ່ນ້ອງໆ ຈະນຳມາສະແດງໃນມື້ຊິງຊະນະເລີດ
3. ຮັບຊຸດທີ່ຈະໃຊ້ໃນການປະກວດຟຣີ 1 ຊຸດ ມູນຄ່າ 250.000 ກີບ
4. ເຖິງວ່າຈະບໍ່ໄດ້ຮັບຕຳແຫນ່ງໃດໆ ທາງ yomost ຍັງມີລາງວັນປອບໃຈເປັນເງິນສົດ 250.000 ກີບ
5. ຜູ້ທີ່ໄດ້ຕຳແຫນ່ງຈະໄດ້ເຊັນສັນຍາເປັນ YO STAR team ເປັນເວລາ 1 ປີເຕັມ, ເຊິ່ງຈະໄດ້ຮ່ວມກິດຈະກຳຕ່າງໆຂອງ yomost ຄ່າໂຕໃຫ້ທຸກງານ.

ຫມົດເຂດຮັບໃບສະຫມັກ

1. ຫລວງພະບາງ       ຫມົດເຂດ     16/04/2005
2. ສະຫວັນນະເຂດ      ຫມົດເຂດ     22/04/2005
3. ປາກເຊ            ຫມົດເຂດ     29/04/2005
4. ນະຄອນຫລວງວຽງຈັນ  ຫມົດເຂດ     06/05/2005
 

 
 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563