ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ພະນະທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ອວຍພອນເນື່ອງໃນປີໃຫມ່ ລາວ ພ.ສ 2551

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ.

      ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພ.ສ 2550 ແລະ ຕ້ອນຮັບປີໃຫມ່ ປີຊວດ ພ.ສ 2551 
ຕາມຮີດຄອງປະເພນີອັນດີງາມຂອງຊາວລາວເຮົານີ້ ຂ້າພະເຈົ້າຕາງຫນ້າຄະນະບໍລິຫານງານສູນກາງພັກ 
ສະພາແຫ່ງຊາດ ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ຂໍສົ່ງພອນໄຊອັນປະເສີດ ແລະ 
ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ ລັດຖະກອນ ສະມາຊິກພັກ ທະຫານ ຕຳຫລວດ
ນັກປະຕິວັດອາວຸໂສ ພະນັກງານບຳນານ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າທຸກຊັ້ນຄົນໃນທົ່ວປະເທດ 
ກໍຄືພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດ ຕະຫລອດເຖິງຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່
ພວມດຳລົງຊີວິດ ແລະ ປະຕິບັດຫນ້າທີ່ວຽກງານຂອງຕົນຢູ່ ສປປ ລາວ.

      ພິເສດ ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍຂອງການນຳພັກ ແລະ ລັດເຮົາ 
ໄປຍັງຖັນແຖວກຳລັງປະກອບອາວຸດ ທີ່ກຳລັງປະຕິບັດຫນ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າ ໃນການປົກປັກຮັກສາ
ເຂດນ້ຳແດນດິນອັນຄົບຖ້ວນຂອງປະເທດຊາດ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ.
      ພ້ອມກັນນີ້ ຂ້າພະເຈົ້າ ກໍຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ ລັດຖະກອນ ນັກຮົບ
ແລະ ປະຊາຊົນບັນດາເຜົ່າ ທີ່ພວມພະຍາບານຕົວຢູ່ໂຮງຫມໍແຫ່ງຕ່າງໆ ຈົ່ງຫາຍຈາກພະຍາດໂລຄາທັງປວງໂດຍໄວ.

      ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ.

      ປີເກົ່າປີກຸນ ພ.ສ 2550 ກໍເປັນອີກປີຫນຶ່ງທີ່ທົ່ວພັກ ທົ່ວປວງຊົນລາວທັງຊາດ ມີຄວາມເຊື່ອຫມັ້ນເບີກບານຕໍ່
ຜົນສຳເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ກໍຄືການຈັດຕັ້ງປະຕິບັດແຜນພັດທະ
ນາເສດຖະກິດ-ສັງຄົມຂອງລັດຖະບານ ເຊິ່ງຂະບວນການສ້າງສາພັດທະນາມີຄວາມຟົດຟື້ນຕັ້ງຫນ້າ ຍອດຜະລິດຕະພັນ
ພາຍໃນຂອງປະເທດເຮົາເພີ່ມຂຶ້ນໃນລະດັບ 8% ທຽບໃສ່ໄລຍະດຽວກັນຂອງປີກາຍ ການຜະລິດສິນຄ້າຂອງປະຊາຊົນໃນ
ທ້ອງຖິ່ນຕ່າງໆໃນຂະບວນການດີ ແລະ ມີບັນຍາກາດໃຫມ່ ຫນໍ່ແຫນງປັດໄຈອັນຕັ້ງຫນ້າໃນການທຳມາຫາກິນ ປົວແປງ
ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ເກີດຂຶ້ນ ແລະ ແຜ່ຫລາຍໃນຫລາຍທ້ອງຖິ່ນຂອງທົ່ວປະເທດ ລະບົບການເມືອງ ປະຊາ
ທິປະໄຕປະຊາຊົນ ແຕ່ຂັ້ນສູນກາງເຖິງຂັ້ນພື້ນຖານ ສືບຕໍ່ໄດ້ຮັບການກໍ່ສ້າງ ແລະ ບູລະນະໃຫ້ນັບມື້ເຂັ້ມແຂງຫນັກແຫນ້ນ
ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆຢ່າງຈະແຈ້ງ.

      ໃນປີຜ່ານມານີ້ ພວກເຮົາໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 23 ຈັດກອງປະຊຸມ
ສຸດຍອກອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 3 ທີ່ນະຄອນຫລວງວຽງຈັນ ຢ່າງມີຜົນສຳເລັດ ເຊິ່ງເປັນການຢັ້ງຢືນໃຫ້ເຫັນກ່ຽວ
ກັບການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານການພົວພັນຮ່ວມມືຂອງ ສປປ ລາວ ກັບເພື່ອນມິດສາກົນ ແລະ ທັງເປັນການ
ຍົກຖານະບົດບາດຂອງ ສປປ ລາວ ໃນເວທີສາກົນໃຫ້ສູງຂຶ້ນຕື່ມອີກ.

      ຜົນງານ ແລະ ໄຊຊະນະທີ່ພວກເຮົາຍາດມາໄດ້ນັ້ນອີກເທື່ອຫນຶ່ງ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ປະເທດຊາດຂອງ
ພວກເຮົາ ສືບຕໍ່ກ້າວຂຶ້ນຢ່າງຫນັກແຫນ້ນ ພາລະກິດການປົກປັກຮັກສາ ແລະ ສ້າງສາລະບອບໃຫມ່ຂອງພວກເຮົາໄດ້ເຂົ້າ
ສູ່ແນວຄິດຈິດໃຈຂອງທົ່ວສັງຄົມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທັງພາຍໃນ ແລະ ຕ່າງປະເທດ ເຊິ່ງອັນນີ້ເປັນພື້ນຖານ
ອັນຫນັກແຫນ້ນ ຢັ້ງຢືນໃຫ້ເຫັນກ່ຽວກັບພາລະກຳອັນຍິ່ງໃຫຍ່ ຈຸດຫມາຍອັນສູງສົ່ງທີ່ພັກ ແລະ ປະຊາຊົນເຮົາ ເລືອກເອົາ
ໄວ້ນັ້ນ ຈະຕ້ອງປະສົບກັບຜົນສຳເລັດຢ່າງແນ່ນອນ.

     ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ.

     ກ້າວເຂົ້າສູ່ປີໃຫມ່ ປີຊວດ ພ.ສ 2551 ນີ້ ເຖິງຈະຍັງມີສິ່ງທ້າທາຍທົດສອບ ແລະ ຂໍ້ຫຍຸ້ງຍາກຫລາຍປະການ
ແຕ່ພວກເຮົາກໍມີເງື່ອນໄຂສະດວກ ແລະ ທ່ວງທ່າອັນດີໃນຫລາຍດ້ານ.

     ຢືນຢູ່ຕໍ່ຫນ້າສະພາຍການດັ່ງກ່າວ ຂ້າພະເຈົ້າຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດລາວບັນດາເຜົ່າໃນທົ່ວປະເທດ
ກໍຄືຊາວລາວທີ່ຢູ່ຕ່າງປະເທດ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແຫນ້ນຫນາ ເຊີດຊູຈິດໃຈຮັກຊາດ ຄວາມເປັນເອ
ກະລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂຸດຄົ້ນກຳລັງແຮງບົ່ມຊ້ອນພາຍໃນຊາດຢ່າງສຸດຂີດ
ສົມທົບກັບການຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອຈາກພາຍນອກຢ່າງຕັ້ງຫນ້າ ຜ່ານຜ່າທຸກການທົດສອບທ້າທາຍ
ແລະ ກ້າວຂຶ້ນກຳເອົາກາລະໂອກາດ ເງື່ອນໄຂອຳນວຍຕ່າງໆ ເພື່ອສືບຕໍ່ເສີມຂະຫຍາຍຜົນງານ ແລະ ໄຊຊະນະຂອງປີ
ຜ່ານມາ ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງ
ຄົມ 5 ປີ ແຫ່ງລັດ (2006-2010) ໃຫ້ເກີດດອກອອກຜົນຕົວຈິງ ນັບມື້ນັບຫລາຍຂຶ້ນ ເຮັດໃຫ້ປະເທດຊາດມີຄວາມສະຫງົບ
ຄວາມເປັນລະບຽບຮຽບຮ້ອຍຢ່າງຫນັກແຫນ້ນ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ
ຢ່າງບໍ່ຢຸດຢັ້ງ ສ້າງໃຫ້ປະເທດເຮົາມີຄວາມຈະເລີນວັດທະນາ ມີຖານະທີ່ຕັ້ງອັນສົມກຽດໃນວົງຄະນາຍາດແຫ່ງນາໆຊາດ.

     ໃນໂອກາດອັນເປັນສີລິມຸງຄຸນ ແລະ ເບີກບານມ່ວນຊື່ນນີ້ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດຂອງການນຳ
ຂອງພັກ ແລະ ລັດເຮົາມາຍັງພີ່ນ້ອງຮ່ວມຊາດທຸກຄົນ ຈົ່ງມີຄວາມສຸກໃນຊີວິດ ແລະ ມີຜົນສຳເລັດໃນຫນ້າທີ່ວຽກງານ
ພ້ອມກັນສືບຕໍ່ບຸກບືນ ສູ້ຊົນສ້າງສາພັດທະນາລະບອບໃຫມ່ ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້
ຮຸ່ງເຮືອງຖາວອນຍິ່ງໆຂຶ້ນ.

     ອວຍພອນໃຫ້ປີໃຫມ່ ປິຊວດ ພ.ສ 2551 ຈົ່ງເປັນປີແຫ່ງການເພີ່ມທະວີກ້ອນກຳລັງມະຫາສາມັກຄີທົ່ວປວງ
ຊົນລາວທັງຊາດ ພາຍໃຕ້ການນຳພາຂອງພັກ ທັງເປັນປີແຫ່ງການບຸກບືນສູ້ຊົນສ້າງຂະບວນການອັນຫ້າວຫັນ ເພື່ອຍາດ
ເອົາຜົນສຳເລັດໃຫມ່ໃຫຍ່ຫລວງ ແລະ ຫນັກແຫນ້ນກ່ວາເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ
ຊາດຂອງພວກເຮົາ.
                                      ຂໍຂອບໃຈ

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 10-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564