|
|
|
|
ມະຫາສານ>> |
|
ຂ່າວພະຍາກອນອາກາດປະຈຳວັນທີ
6-07-2006 |
ຮ່ອງຄວາມກົດດັນຕ່ຳຂອງອາກາດ ໄດ້ຫຍັບຂື້ນຜ່ານຢູ່ເຂດພາກເຫນືອຂອງປະເທດລາວເຮົາ
ພ້ອມດຽວກັນນັ້ນ
ກະແສລົມຕາເວັນຕົກ-ຕາເວັນອອກສຽງໃຕ້
ພັດປົກຄຸມທົ່ວທຸກພາກ ເຊິ່ງລັກສະນະ
ດັ່ງກ່າວຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍຫາປານກາງໃນເຂດ
ພາກເໜືອ ສ່ວນພາກກາງ ແລະ ພາກໃຕ້
ຝົນຈະເບົາບາງລົງ.
ລາຍງານຂໍ້ມູນອາກາດເວລາ 7 ໂມງເຊົ້າມື້ນີ້ ພະຍາກອນອາກາດແຕ່ເວລາ 19 ໂມງຂອງວັນທີ
7-07-2006, ສະພາບອາກາດ
ໃນແຕ່ລະພາກມີດັ່ງນີ້:
* ພາກເໜືອດ້ານຕາເວັນອອກ:
ມີເມກປົກຄຸມເປັນສ່ວນຫລາຍ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ
ຕົກປານກາງຫາຫນັກຢູ່ແຂວງຜົ້ງສາລີ
ອຸນຫະພູມຕ່ຳສຸດ 19 ຫາ 21 ອົງສາ ແລະ ສູງສຸດ
25 ຫາ 27 ອົງສາ.
* ພາກເໜືອດ້ານຕາເວັນຕົກ:
ມີເມກປົກຄຸມເປັນສ່ວນຫລາຍ ແລະ ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ເປັນບໍລິເວນກວ້າງ
ອຸນຫະພູມຕ່ຳສຸດ 22 ຫາ 24 ອົງສາ ແລະ ສູງສຸດ
28 ຫາ 30 ອົງສາ.
* ນະຄອນຫລວງວຽງຈັນ:
ມີເມກປົກຄຸມເປັນສ່ວນຫລາຍ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ອຸນຫະພູມຕ່ຳສຸດ 25 ຫາ
27 ອົງສາ ແລະ ສູງສຸດ 30 ຫາ 32 ອົງສາ.
* ພາກກາງ:
ມີເມກປົກຄຸມເປັນບາງສ່ວນ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຕາມບາງທ້ອງຖິ່ນຂອງແຂວງວຽງຈັນ
ແລະ ເມືອງໄຊສົມບູນ ອຸນຫະພູມຕ່ຳສຸດ 25 ຫາ
27 ອົງສາ ແລະ ສູງສຸດ 30 ຫາ 32 ອົງສາ.
- ສຳລັບເມືອງໄຊສົມບູນ: ອຸນຫະພູມຕ່ຳສຸດ 16 ຫາ 18 ອົງສາ ແລະ ສູງສຸດ 23 ຫາ 25
ອົງສາ.
* ພາກໃຕ້:
ມີເມກປົກຄຸມເປັນບາງສ່ວນ ແລະ ຈະມີຝົນຕົກໃນລະດັບຄ່ອຍຕາມບາງທ້ອງຖິ່ນແຂວງສາລະວັນ
ແລະ ເຊກອງ ອຸນຫະພູມຕ່ຳສຸດ 25 ຫາ 27 ອົງສາ
ແລະ ສູງສຸດ 29 ຫາ 31 ອົງສາ
ສຳລັບເຂດປາກຊ່ອງອຸນຫະພູມຕ່ຳສຸດ 15 ຫາ 17
ອົງສາ ແລະ ສູງສຸດ 22 ຫາ 24 ອົງສາ.
*
ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ
7-07-2006 |
|
|
|
|
|