|
ຕາມການຄາດຄະເນຂອງບັນດາຊ່ຽວຊານກ່ຽວກັບນ້ຳ ໄດ້ມີການຄາດຄະເນໄວ້ວ່າ: ໃນໄລຍະປີ 2025 ຈຳນວນ
ປະຊາກອນໃນທົ່ວໂລກ 1 ສ່ວນ 3 ຈະບໍ່ມີແຫລ່ງນ້ຳໃຊ້ທີ່ປອດໄພ ແລະ ພຽງພໍ ອັນເນື່ອງມາຈາກການເພີ່ມຂຶ້ນຂອງ
ປະຊາກອນ ແລະ ແຫລ່ງນ້ຳມີຄວາມເປິະເປື້ອນ.
ການລະບາດຂອງພະຍາດອະຫິວາ ຢູ່ແຂວງເຊກອງ ໃນສົກປີ 2007-2008 ທີ່ຜ່ານມາ ເຊິ່ງການເກີດພາຍຸ
ອະຫິວາຢ່າງຮຸນແຮງມີກໍລະນີເຈັບເປັນ 350 ຄົນ ເຊິ່ງໃນນັ້ນເສຍຊີວິດ 3 ຄົນ ສາເຫດແມ່ນມາຈາກການນຳໃຊ້ນ້ຳ ແລະ
ການບໍລິໂພກອາຫານບໍ່ສະອາດ ລວມໄປເຖິງອັດຕາການຊົມໃຊ້ວິດຖ່າຍມີພຽງ 28% ແລະ ນ້ຳ 32% ສ່ວນອັດຕາການ
ຊົມໃຊ້ນ້ຳ ແລະ ວິດຖ່າຍໃນປີ 2007 ທີ່ຜ່ານມາ ທົ່ວປະເທດມີແຫລ່ງນ້ຳທີ່ໄດ້ມີການປັບປຸງພຽງແຕ່ 67% ແລະ ການຊົມ
ໃຊ້ວິດຖ່າຍມີພຽງ 47% ເວົ້າເຖິງບັນຫານ້ຳສະອາດ ແລະ ສຸຂະພິບານຈຳນວນ 43% ຂອງປະຊາກອນ ໄດ້ມີການປັບປຸງ
ແຫລ່ງນ້ຳດື່ມ ນ້ຳໃຊ້ 66% ແມ່ນປະຊາກອນໃນເຂດຕົວເມືອງ 38% ແມ່ນປະຊາກອນເຂດຊົນນະບົດ 3,2 ລ້ານຄົນ ທີ່
ຍັງບໍ່ທັນໄດ້ນຳໃຊ້ແຫລ່ງນ້ຳທີ່ມີການປັບປຸງ.
ສຳລັບ ສປປ ລາວ ພັກ-ລັດຖະບານ ກໍໄດ້ຖືເປັນບັນຫາສຳຄັນທາງດ້ານນີ້ ເຊິ່ງໄດ້ມີການສົ່ງເສີມຈັດຕັ້ງປະຕິ
ບັດການປັບປຸງຄຸນນະພາບນ້ຳດື່ມ ນ້ຳໃຊ້ ຢູ່ໃນຄົວເຮືອນ ມາແຕ່ປີ 1999 ເປັນຕົ້ນມາ ເຊິ່ງໄດ້ຮັບການສະຫນັບສະຫນູນ
ຈາກບັນດາອົງການຈັດຕັ້ງສາກົນຫລາຍພາກສ່ວນ ເຊິ່ງເຫັນໄດ້ຄວາມຈຳເປັນ ຕ້ອງໄດ້ຈັດຕັ້ງປະຕິບັດເພາະມີການລະ
ບາດຂອງພະຍາດໃນແຕ່ລະປີ ຈາກການສຳຫລວດຄຸນນະພາບຂອງນ້ຳໃນທົ່ວປະເທດ 2005-2006 ມີຈຳນວນ 2.254
ບໍ່ນ້ຳທີ່ໄດ້ເກັບຕົວຢ່າງ ແລະ ມີເຖິງ 60% ຂອງແຫລ່ງນ້ຳ ມີຄວາມເປິະເປື້ອນ ພົບເຊື້ອພະຍາດ ສ່ວນຫນຶ່ງແຫລ່ງນ້ຳທີ່
ໄດ້ຖືກການກໍ່ສ້າງໄປແລ້ວ ກໍມີການເປ່ເພ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
27-06-2008 |