|

ງານສະຫຼອງບຸນເຄຣິຫເຜົ່າກຶມຫມຸ
ຂອງບ້ານວັງຫີນ ກຸ່ມປາກມອງ ເມືອງນ້ຳບາກ ໄດ້ຈັດຂຶ້ນວາງວັນທີ່
9 ມັງກອນ 2010 ຜ່ານມາ, ໂດຍການເປັນປະທານຂອງສະຫາຍ
ຄຳມ້າວ ເລຂາໜ່ວຍພັກ, ນາຍບ້ານ ບ້ານວັງຫີນ.
ເຂົ້າຮ່ວມໃນພິທີ ມີການນຳຂັ້ນເມືອງ,
ອຳນາດການປົກຄອງບ້ານໃກ້ຄຽງ,
ອົງການຈັດຕັ້ງບ້ານ ແລະ
ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ 100
ກວ່າຄົນ.
ໃນພິທີ
ທ່ານຄຳມ້າວນາຍບ້ານໆວັງຫີນໄດ້ຂຶ້ນຜ່ານບົດສະຫລຸບໃນການຈັດຕັ້ງປະຕິບັດວຽກງານໃນການຊີ້ນຳ-ນຳພາ
ແລະ ໝາກຜົນຂອງການຜະລິດ,
ລາຍຮັບຕ່າງໆຂອງປະຊາຊົນໃນໜຶ່ງປີຜ່ານມາ.
ຍົກໃຫ້ເຫັນຜົນງານດ້ານດີທີ່ຍາດ
ມາໄດ້,
ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ
ພ້ອມທັງໄດ້ວາງແຜນໃນການຊີ້ນຳ-ນຳພາອຳນາກການປົກຄອງ,
ອົງການຈັດຕັ້ງມະຫາຊົນ,
ໜ່ວຍການຜະລິດຂອງບ້ານ, ເອົາໃຈໃສ່ເປັນພິເສດຕໍ່ວຽກງານ
ປ້ອງກັນຊາດ ປ້ອງກັນຄວາມ
ສະຫງົບ ເພື່ອສ້າງບ້ານ ເປັນບ້ານປອດຄະດີ
ມີຄວາມສະຫງົບດີ ໂດຍພື້ນຖານ.
ບ້ານວັງຫີນ ຕັ້ງຢູ່ຫ່າງຈາກສາມແຍກປາກມອງໄປທາງອຸດົມໄຊປະມານ
4 ກິໂລແມັດ, ເປັນບ້ານຊົນເຜົ່າກຶມຫມຸລ້ວນໆ
ມີຈຳນວນ 71 ຄອບຄົວ, ມີພົນລະເມືອງ 402
ຄົນ, ຍິງ 200 ຄົນ, ມີແຮງງານທັງໝົດ 141
ຄົນ, ຍິງ 72 ຄົນ. ເມື່ອກ່ອນປະຊາຊົນໄດ້ອາໄສການເຮັດໄຮ່ປູກເຂົ້າເປັນຕົ້ນຕໍ່
ຊຶ່ງພື້ນທີ່ສ່ວນໃຫຍ່ເປັນຄ້ອຍເນີນພູສູງຊັນ
ບໍ່ມີທົ່ງພຽງ ແຕ່ມີດິນຟ້າອາກາດຊຸ່ມເຢັນດີ
ເໝາະສຳລັບການປູກພືດ ແລະ ລ້ຽງສັດ.
ພາຍຫຼັງມີໂຄງ
ການຂອງພັກ-ລັດ ໃຫ້ຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າຢ່າງຊະຊາຍ,
ອຳນາດການປົກຄອງບ້ານຈິ່ງໄດ້ແບ່ງດິນແບ່ງປ່າ
ໃຫ້ປະຊາຊົນຄຸ້ມຄອງນຳໃຊ້ເພື່ອປູກພືດແບບໝູນວຽນ
ຊຶ່ງໄດ້ແບ່ງເປັນໜ່ວຍປູກຝັງ 4 ໜ່ວຍ
ແລະ ໜ່ວຍລ້ຽງສັດ 3 ໜ່ວຍ ໂດຍອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ.
ບ້ານວັງຫີນ ດຽວນີ້ມີຄວາມສະດວກຫຼາຍ
ຢ່າງ ມີເສັ້ນທາງເລກ 13 ເໜືອຜ່ານກາງບ້ານ ເຮັດໃຫ້ການໄປມາຄ້າຂາຍສະດວກ,
ການໃຊ້ໂທລະສັບສື່ສານໄດ້ທຸກຈຸດ,
ມີໄຟຟ້າເຂື່ອນນ້ຳມອງຊົມໃຊ້ຕະຫຼອດ 24
ຊົ່ວໂມງ,
ມີນ້ຳລິນໃຊ້ສະດວກສະບາຍເພື່ອຫຼຸດຜ່ອນແຮງງານແມ່ຍິງ
ແລະ ເດັກນ້ອຍ. ນອກນັ້ນຍັງມີປ່າເລົ່າແຂມ,
ປ່າດອກເລົາ, ປໍສາ, ເປືອກເມືອກ ແລະ ໜໍ່ໄມ້ທີ່
ເປັນແຫຼ່ງສິນຄ້າຂອງປະຊາຊົນ.
ຕອນທ້າຍພິທີ ຍັງໄດ້ມອບຫຼຽນໄຊ ຫຼຽນກາ ແລະ ໃບຍ້ອງຍໍ-ຂອງຂວັນຕ່າງໆໃຫ້ແກ່ການຈັດຕັ້ງ
ແລະປະຊາຊົນທີ່ມີ
ຄຸນງາມຄວາມດີປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ
ພ້ອມທັງໄດ້ຮັບຟັງການໂອ້ລົມຂອງການນຳຂັ້ນເມືອງ
ແລະ
ຊົມການສະແດງສິນລະປະວັນນະຄະດີຂອງຊາວໜຸ່ມບ້ານ
ຕື່ມອີກ.
*
ຂ່າວຈາກ:
ສົມບູນ ແສງມົງ ນັກຂ່າວ ປກສ
ແຂວງ ຫຼວງພະບາງ ລາຍງານ, ວັນທີ
20-01-2010 |