|

ແຂວງສະຫວັນນະເຂດ,
ກະຊວງແຜນການ ການລົງທຶນ ແລະ ບໍລິສັດ
ສະຫວັນເວກັດ ແລະ ກາຊິໂນ ຈັດກອງປະຊຸມ
ນຳສະເຫນີໂຄງການສະຫວັນເວກັດ ເຊິ່ງເປັນການພັດທະນາໂຮງແຮມ
5
ດາວ ແລະສະຖານທີ່ບັນເທີງຢູ່ແຂວງສະຫວັນ
ນະເຂດ ແລະ ໂຄງການປາກຊ່ອງເວກັດ
ທີ່ເປັນໂຄງການພັດທະນາເຮືອນພັກຣີສອດ ແລະ
ອົບນວດແບບທຳມະຊາດ
ຢູ່ແຂວງຈຳປາສັກຂຶ້ນໃນວັນທີ
9
ເດືອນພຶດສະພາ
2008
ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ
ຊຶ່ງທັງສອງ
ໂຄງການດັ່ງກ່າວນີ້ແມ່ນເປັນການລົງທຶນຂອງນັກທຸລະກິດຕ່າງປະເທດເປັນຕົ້ນແມ່ນ
ບໍລິສັດ
SANUM INVESTMENTS LTD
ຈາກເຂດບໍລິຫານພິເສດມາເກົາ ສປ ຈີນ
ຊຶ່ງໄດ້ຮັບການອະນຸຍາດລົງທຶນຈາກລັດຖະບານ
ລາວ
ໃນທ້າຍປີ
2007
ມີມູນຄ່າການລົງທຶນທັງຫມົດໂຄງການລະ
25
ລ້ານໂດລາສະຫະລັດ ທີ່ມີອາຍຸການລົງທຶນ
ທັງຫມົດ
50
ປີ. ທ່ານ ເບັນສັນໂຄ (Benson
Ko)
ປະທານ ບໍລິສັດ
SANUM INVESTMENTS LTD
ລາຍງານວ່າ: ການລົງທຶນ ແລະ
ກໍ່ສ້າງໂຄງການສະຫວັນເວກັດ ແມ່ນເປັນການລົງທຶນຂອງນັກທຸລະກິດຈາກມາເກົາ
ສປ ຈີນ ໂດຍ ບໍລິສັດ
SANUM
ຖືຮຸ້ນ
60%,
ລັດຖະບານລາວ
20%,
ນັກທຸລະກິດ
10%
ແລະ ບໍລິສັດ ໄຊຍາກໍ່ສ້າງ
ຖືຮຸ້ນ
10%.
ສຳລັບການກໍ່ສ້າງໂຄງການສະຫວັນເວກັດ ເຊິ່ງຕັ້ງຢູ່ບ້ານຫນອງເດີ່ນ
ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ
ແມ່ນດຳເນີນການກໍ່ສ້າງຢ່າງເຄັ່ງຮ້ອນ ແລະ
ຄາດວ່າໃນເດືອນກັນຍາປີ
2008
ຈະໃຫ້ເປີດການບໍລິການຢ່າງເປັນທາງ
ການຂອງໂຄງການໄລຍະທີ
1
ໂດຍປະກອບມີໂຮງແຮມລະດັບ
5
ດາວ,
ມີຕູ້ເກມບໍລິການ,
ສະໂມສອນສຸຂະພາບ,
ຫ້ອງອົບນວດ,
ຫ້ອງການ,
ຫ້ອງບັນເທີງ,
ຫ້ອງອາຫານແບບທຳມະຊາດ ສະລອຍນຳ້ ແລະ ອື່ນໆ.
ຊຶ່ງສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວຈຳນວນ
500
ຄົນ ໃນນີ້ແຮງງານຈາກສະຫວັນນະເຂດປະມານ
ເກືອບ
300
ຄົນ.ສ່ວນໂຄງການປາກຊ່ອງເວກັດ ແມ່ນຕັ້ງຢູ່ແຂວງຈຳປາສັກ
ແມ່ນເປັນໂຄງການຣີສອດສູນອົບນວດ
ທຳມະຊາດ ນອກຈາກນີ້ກໍ່ມີຕູ້ເກມ ແລະ ອື່ນໆ ເຊິ່ງປະຈຸບັນນີ້ໂຄງການປາກຊ່ອງເວກັດແມ່ນສຳເລັດການອອກແບບ
ແລະ ກຽມສະຖານທີ່ກໍ່ສ້າງໂດຍພື້ນຖານ ແລະ
ຄາດວ່າຈະລົງມືກໍ່ສ້າງໃນໄວໆນີ້ ແລະ ໃນໂຄງການດັ່ງກ່າວນີ້ຈະເປັນ
ບ່ອນດຶງດູດນັກທ່ອງທ່ຽວຈາກຕ່າງປະເທດຫລາຍທີ່ສຸດ
ເພາະມັນເປັນຣີດສອດ ແລະ
ສູນອົບນວດທີ່ມີຕູ້ເກມລະດັບ
5
ດາວ ແຫ່ງທຳອິດຂອງອາຊີ.ໃນໂອກາດນຳສະເຫນີໂຄງການສະຫວັນເວກັດ
ແລະ ປາກຊ່ອງເວກັດຄັ້ງນີ້ ມີທ່ານ ວິໄລວັນ
ພົມເຂ ເຈົ້າແຂວງໆສະຫວັນນະເຂດ ມີຄຳເຫັນວ່າ:
ຢາກໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງພວກເຮົາຈະຕ້ອງ
ໄດ້ພ້ອມກັນລະດົມທຶນເຂົ້າໃສ່ການຜະລິດ ແລະ
ການບໍລິການຢ່າງຫ້າວຫັນສ້າງມູນຄ່າເພີ່ມຂອງສັງຄົມໃຫ້ຫລາຍ
ເພື່ອປະກອບສ່ວນເຮັດໃຫ້ຍອດຜະລິດຕະພັນພາຍໃນເພີ່ມຂຶ້ນຕາມເປົ້າຫມາຍທີ່ວາງໄວ້
ສະນັ້ນເພື່ອຢາກຫລຸດພົ້ນ
ສະຖານະປະເທດດ້ອຍພັດທະນາໃນປີ
2020
ລັດຖະບານລາວກໍ່ໄດ້ມີຍຸດທະສາດ ແລະ
ນະໂຍບາຍຈຳນວນຫນຶ່ງເຊັ່ນ: ແຜນຍຸດທະສາດການເຕີບໂຕ
ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ແລະ
ກຳນົດບູລິມະສິດດ້ານການພັດທະນາ
ເພື່ອຢາກບັນລຸຈຸດປະສົງດັ່ງກ່າວ
ຈຳເປັນຕ້ອງໃຫ້ເສດຖະກິດຂະຫຍາຍຕົວຢ່າງຕຳ່
7,5%
ຕໍ່ປີ ແລະ ເພື່ອໃຫ້ມີການ
ຂະຫຍາຍຕົວທາງເສດຖະກິດໃນລະດັບສູງ
ຈຳເປັນຕ້ອງມີການລົງທຶນເຂົ້າໃສ່ລະບົບເສດຖະກິດໃນລະດັບທີ່ເຫມາະສົມ
ທັງພາກລັດ ແລະ ເອກະຊົນ.
ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ ບຸນທະວີ
ສີສຸພັນ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ
ແລະ ການລົງທຶນ
Mr. John K Ba;dwin
ປະທານຄະນະບໍລິຫານລະດັບສູງຂອງ ບໍລິສັດ
SANUM INVESTMENT LTD
ນອກຈາກນີ້ກໍ່ມີນັກລົງທຶນຈາກພາຍໃນ ແລະ
ຕ່າປະເທດຜູ້ຕາງຫນ້າຂອງຂະແຫນງການຕ່າງໆຈາກສູນກາງອຳນາດ
ການປົກຄອງແຂວງຈຳປາສັກ ແລະ
ຂະແຫນງການຕ່າງໆຂອງແຂວງສະຫວັນນະເຂດກໍ່ໄດ້ເຂົ້າຮ່ວມ.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
16-05-2008 |