
ທ່ານສົມສະຫວາດເລັ່ງສະຫວັດ,ຮອງນາຍົກລັດຖະມົນຕີ,
ຜູ້ປະຈຳການລັດຖະບານ ໄດ້ໃຫ້
ກຽດເຂົ້າຮ່ວມໃນ
ກອງປະຊຸມໃຫຍ່ຄັ້ງທີVຂອງສະ ພາການ ຄ້າແລະ
ອຸດສາຫະກຳແຂວງ ສະ ຫວັນນະເຂດ ທີ່ໄດ້
ຈັດຂຶ້ນຢູ່ທີ່ຫ້ອງ ປະຊຸມ
ໂຮງແຮມດາວສະຫວັນສະປາ ແລະ ລີສອດ ໃນທ້າຍ
ອາ ທິດ ຜ່ານມານີ້, ໂດຍມີ ທ່ານ ວິໄລວັນ
ພົມເຂ, ເຈົ້າແຂວງ ສະຫວັນນະເຂດ,
ພ້ອມດ້ວຍພາກ ສ່ວນ
ທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ນີ້, ທ່ານ ສົມສະຫວາດ
ເລັ່ງສະຫວັດ
ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນ
ສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງ
ສາ ກົນ ກໍຄື ປະເທດໃ ນປັດຈຸບັນ ເຊິ່ງແມ່ນຢູ່ໃນໄລຍະແຫ່ງການ
ພື້ນຕົວ, ບັນດາຫົວໜ່ວຍ ທຸ ລະ ກິດຕ່າງໆ
ພາຍໃນກໍຈະຕ້ອງໄດ້ເສີມສ້າງ ຄວາມ ເຂັ້ມ
ແຂງໃຫ້ແກ່ຕົນເອງ ໃນທຸກດ້ານ ຮັບ
ຮູ້ຂ່າວສານຕ່າງໆ ຢ່າງທ່ວງ ທັນ ເພື່ອສາມາດແຂ່ງ
ຂັນກັບບັນດາ ປະເທດອື່ນໃນໂລກ ໄດ້,ພ້ອມກັນປະກອບສ່ວນ
ຢ່າງຕັ້ ງໜ້າເຂົ້າໃນ ການພັດທະນາເສດ
ຖະກິດ-ສັງຄົມຂອງ ແຂວງກໍ່ຄືປະເທດຕາມແນວທາງນະໂຍບາຍຂອງພັກ
ແລະ ລັດຖະບານເຊິ່ງການ ທີ່ຈະ ເຮັດໃຫ້ເສດຖະກິດ
ມີການເຕີບໃຫຍ່ແຂງແຮງມັນຕ້ອງ ໄດ້ອາໄສ
ການປະກອບສ່ວນ ຈາກ ພາກ ທຸລະ
ກິດເພື່ອເປັນແຮງ ຂັບ ເຄື່ອນ ໃຫ້ເສດຖະກິດຂະຫຍາຍ
ຕົວຢ່າງຕໍ່ ເນື່ອງໃນ
ນີ້ເພິ່ນໄດ້ເນັ້ນວ່າ:
ສະພາການຄ້າຕ້ອງໄດ້ເຮັດໜ້າທີ່ເປັນ
ຂົວຕໍ່ລະຫວ່າງພາກ ທຸລະ ກິດ
ກັບອົງການລັດເກັບກຳຄວາມຄິດຄວາມເຫັນ
ດ້ານນະໂຍບາຍ, ກົນໄກ, ລະບຽບການຕ່າງໆ
ທີ່ລັດວາງອອກວ່າອັນໃດທີ່ຍັງບໍ່ທັນເໝາະສົມ
ເພື່ອນຳສະເໜີກັບ ຝ່າຍ ລັດຖະບານ.
ນອກນັ້ນແລ້ວ, ສະພາຈະຕ້ອງເປັນສູນ
ລວມແຫ່ງ
ຂໍ້ມູນຂ່າວສານຢ່າງຮອບດ້ານເພື່ອສະໜອງ
ຂໍ້ມູນແກ່ສະມາຊິກ, ຜູ້ປະກອບການ,
ນັກລົງທຶນຕ່າງໆທັງພາຍໃນ ແລະ
ຕ່າງປະເທດເພື່ອດຶງດູດໃຫ້ເຂົາເຈົ້າເຂົ້າມາ
ລົງ ທຶນພາຍໃນແຂວງ ໃຫ້ນັບມື້ນັບເພີ່ມຂຶ້ນແລະເພິ່ນຍັງໄດ້
ຮຽກຮ້ອງໃຫ້ສະພ າການ ຄ້າເອົາໃຈ ໃສ່ຊ່ວຍແຂວງໃນພັດທະນາ
ໃນດ້ານຕ່າງໆ ເປັນຕົ້ນ ແມ່ນໃນຂະ ແໜງການທ່ອງທ່ຽວເພາະໃນປັດຈຸບັນວຽກງານທ່ອງທ່ຽວຂອງແຂວງຖື
ວ່າຍັງບໍ່ ທັນ ໄດ້ຮັບ ການພັດທະນາເທົ່າ
ທີ່ຄວນ ໂດຍການນຳໃຊ້ ຜົນປະ ໂຫຍດຈາກ ເສັ້ນ
ທາງ ຜ່ານເຂົ້າໃນການ ທ່ອງ ທ່ຽວ-ບໍລິການ
ອີກທັງຕ້ອງໄດ້ຊອກ ຄົ້ນທ່າ ແຮງຂອງ ແຂວງແມ່ນຫຍັງເພື່ອເຕົ້າໂຮມກຳ
ລັງຜູ້ປະກອບ ການ ເຂົ້າພັດທະນາ,
ນອກນັ້ນ ແລ້ວ,ສະພາການຄ້າແລະອຸດສະຫະກຳຄວນຈະຕ້ອງໄດ້ສົມ
ທົບກັບພາກລັດ ໃນ ການ
ຈັດຊຸດເຝິກອົບຮົມຍົກລະດັບ
ດ້ານການເມືອງແກ່ນັກທຸລະກິດເພື່ອໃຫ້ ເຂົ້າໃຈເລິກເຊິ່ງຕໍ່ແນວທາງ
ນະ ໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດດຳ
ເນີນ ທຸລະກິດໄດ້ຢ່າງ ຖືກ ຕ້ອງ.
ທ່ານຮອງນາ ຍົກ ລັດຖະ ມົນຕີໄດ້ເນັ້ນ ໃຫ້ຮູ້
ຕື່ມອີກ ວ່າ: ສິ່ງສຳຄັນຄະນະນຳ ສະພາ
ແລະ ອຸດສະຫະ ກຳໂດຍສະເພາະແມ່ນ ຄະນະນຳ
ຊຸດໃໝ່ຊຸດທີ5ນີ້,ຕ້ອງໄດ້ມີຄວາມສາມັກ
ຄືພາຍໃນເປັນ ຫຼັກແຫຼ່ງ ແກ່ສະມາຊິກ,
ຊີ້ນຳ-ນຳພາພາກທຸລະກິດ ພາຍ ໃນແຂວງໃຫ້ນັບມື້ນັບເຕີບໃຫຍ່
ເຂັ້ມແຂງ, ເປັນກຳລັງແຮງ
ຊຸກຍູ້ໃຫ້ເສດຖະກິດ-ສັງຄົມ ພາຍໃນ ແຂວງ
ສະ ຫວັນນະເຂດມີການພັດທະນາຢ່າງຕໍ່ ເນື່ອງຕາມທິດທາງແຜນການ
ວາງ ໄວ້.ພ້ອມ ທັງກະກຽມ ຄວາມ
ພ້ອມໃນການເຂົ້າຮ່ວມໃນຕະຫຼາດ ຫຼັກຊັບ
ລາວທີ່ຈະ ໄດ້ ດຳ ເນີນທຸລະກິດໃນຕົ້ນປີ
2011ນີ້.
ໃນກອງປະຊຸມຄັ້ງນີ້,ຍັງໄດ້ມີສະຫຼຸບຕີລາຄາຄືນຜົນງານການເຄື່ອນໄຫວຂອງສະພາ
ການ ຄ້າແລະ ອຸດສະຫະກຳ ແຂວງສະຫວັນນະເຂດ
( ສ ຄ ອ ) ໃນການຈັດຕັ້ງປະຕິບັດວຽກ
ງານໃນໄລຍະ 5 ປີຜ່ານມາ ( 2005-2010)
ແລະ ຜ່ານແຜນດຳເນີນງານ 3 ປີຕໍ່ໜ້າ. ໂດຍທ່ານ
ຄຽງ ອູ໋ສິດ ທິ ເດດ, ປະທານ ສ ຄ ອ ແຂວງ
ສະຫວັນ ນະເຂດໄດ້ ລາຍງານໃຫ້ຮູ້ວ່າ: ໃນໄລຍະ
5 ປີຜ່ານມາ ສ ຄ ອ ທີ່ສາມາດຍາດໄດ້ ຜົນສຳ
ເລັດ ຫຼາຍດ້ານເປັນຕົ້ນ: ສາມາດເຕົ້າ
ໂຮມ ສະມາຄົມ ຕາມ ສາຂາອາ ຊີບ, ເຕົ້າໂຮມຄວາມສາມັກຄີແລະ
ການ ນຳ ພາພາກທຸລະກິດປະຕິບັດລະບຽບກົດ
ໝາຍຢ່າງສະເໝີ ຕົ້ນ ສະເໝີປາຍ, ນຳພາການ
ປະຕິບັດ ພັນ ທະ ຕໍ່ລັດ ຖະ ບານໄດ້
ຢ່າງສະໝ່ຳສະເໝີ, ປະສານງານ ແລະ
ຮ່ວມມືກັບພາກລັດທັງຂັ້ນ ສູນກາງກໍ
ຄືທ້ອງ
ຖິ່ນໄດ້ຢ່າງຕັ້ງໜ້າມີຫຼາຍບັນຫາສາ
ມາດແກ້ໄຂໄດ້ .
ໃນພິທີຍັງໄດ້ບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ
ສ ຄ ອ ຊຸດໃໝ່ຊຸດທີ 5 ທີ່ປະ ກອບມີທັງ
ໝົດ 29 ທ່ານ ໃນນັ້ນ:9ທ່ານແມ່ນເປັນ
ຄະນະປະຈຳສະ ພາ ເຊິ່ງຜູ້ທີ່ໄດ້ຮັບເລືອກເປັນປະທານ
ສ ຄ ອ ຄົນ ໃໝ່ໃນ ຊຸດທີ 5 ນີ້ ແມ່ນ
ທ່ານ ພິສິດ ບັນຍາດິດ.