|
ແຫລ່ງຂ່າວປະຈຳສະຖານທູດລາວທີ່ປະເທດຍີ່ປຸ່ນລາຍງານວ່າ:
ໃນວັນທີ
18/1/08
ທ່ານ ທອງລຸນ ສີສຸລິດ,
ຮອງນາຍົກ
ລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ
ສປປ ລາວ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ
Alchi
- Gakuin
ແລະ
ກົງສູນກິຕິມະສັກລາວທີ່ມີຫ້ອງການຢູ່ໃນມະຫາວິທະຍາໄລດັ່ງກ່າວ.ເລີ່ມແຕ່ປີ
1999
ທາງມະຫາວິທະຍາໄລດັ່ງກ່າວໄດ້ປະກອບສ່ວນຊ່ວຍເຫລືອທຶນໃນການສົ່ງຊ່ຽວຊານ,
ນາງພະຍາບານໄປຊ່ວຍເຫລືອ
ປິ່ນປົວຄົນພະຍາດສົບແຫວ່ງຢູ່ລາວ ໃນນາມອົງການ
NPO
ທີ່ມີຊື່ວ່າ:
ອົງການປິ່ນປົວຄົນພະຍາດສົບແຫວ່ງຍີ່ປຸ່ນ,
ໂດຍມີຜົນງານການເຄື່ອນໄຫວດັ່ງກ່າວນັ້ນໃນປີ
2005
ທ່ານ
Kolde,
ປະທານມະຫາວິທະຍາໄລ
Kolde,
ປະທານມະຫາວິທະຍາໄລ
Alchi-Gakuin
ຈຶ່ງຖືກແຕ່ງຕັ້ງເປັນຜູ້ຕາງຫນ້າກົງສູນກິຕິມະສັກຂອງລາວປະຈຳຢູ່
Nagoya.
ໃນກາງປີນີ້ທາງມະຫາວິທະຍາໄລມີແຜນການຕິດຕັ້ງລະບົບສຶກສາຜ່ານທາງອິນເຕີເນັດ
ເພື່ອຈະໄດ້ຄົ້ນຄວ້າສຶກສາ
ຮ່ວມກັບມະຫາວິທະຍາໄລແຫ່ງຊາດລາວ (ມ.ຊ).ຜ່ານການຮັບຟັງການອະທິບາຍລະບົບດັ່ງກ່າວທ່ານຮອງນາຍົກ
ດຣ. ທອງລຸນ ໄດ້ກ່າວວ່າ:
ການສຶກສາຂອງລາວຍັງບໍ່ທັນໄດ້ຂະຫຍາຍຕົວສູງຈຶ່ງຢາກໃຫ້ທາງມະຫາວິທະຍາໄລ
Alchi-Gakuin
ແລະ ມ.ຊ ຮ່ວມມືກັນ ເພື່ອການພັດທະນາອົງການວິທະຍາສາດເຕັກນິກຂອງລາວ
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
28-01-2008 |