|

ພິທີວາງສີລາລຶກໂຄງການກໍ່ສ້າງຕະຫລາດເຊົ້າ ຊອບປິ້ງມໍ ໄລຍະ 2 ໄດ້ມີຂຶ້ນວັນທີ 10 ກໍລະກົດ 2008 ທີ່ຕະ
ຫລາດເຊົ້ານະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງ
ຈັນ ທ່ານເອກອັກຄະລັດຖະທູດສິງກະໂປ ປະຈຳລາວ ທ່ານຮອງເຈົ້າຄອງນະຄອນຫລວງ ລັດຖະມົນຕີຊ່ວຍວ່າການ ປະ
ທານກຸ່ມບໍລິສັດເຄຣດເສນດາດ ແລະ ແຂກທີ່ມີກຽດຖືກເຊີນ.
ພາຍຫລັງກຸ່ມບໍລິສັດເຄຣດເສນດາດ ປະເທດສິງກະໂປ ໄດ້ສຳເລັດການສ້າງອາຄານ ແລະ ເປີດບໍລິການສູນ
ການຄ້າຕະຫລາດເຊົ້າ (ຊອບປິ້ງມໍ) ໄລຍະທີ 1 ໃນເດືອນເມສາ 2007 ແລ້ວ ກໍໄດ້ສືບຕໍ່ວາງແຜນຂະຫຍາຍສູນການຄ້າ
ຕະຫລາດເຊົ້າໄລຍະ 2 ຈະເປັນອາຄານທີ່ມີ 8 ຊັ້ນ ລວມທັງຊັ້ນໃຕ້ດິນ 1 ຊັ້ນ ລວມມີເນື້ອທີ່ກໍ່ສ້າງທັງຫມົດ 65 ພັນຕາ
ແມັດ ມູນຄ່າການກໍ່ສ້າງ 40 ລ້ານໂດລາສະຫະລັດ ຕາມແຜນການກໍ່ສ້າງແມ່ນເລີ່ມແຕ່ມື້ວາງສີລາລຶກ ແລະ ຄາດວ່າຈະ
ໃຫ້ສຳເລັດກ່ອນຊີເກມ ປີ 2009 ໃນອາຄານ 8 ຊັ້ນນີ້ຈະປະກອບມີຮ້ານຕະຫລາດສັບພະສິນຄ້າ ຮ້ານອາຫານດ່ວນ ຮ້ານ
ອາຫານ ໂຮງສາຍຮູບເງົາ ຫ້ອງກາລາໂອເກະ ຫ້ອງປະຕິບັດວຽກງານ ໂຮງຮຽນເຝິກອົບຮົມ ຫ້ອງການ ຫ້ອງເຊົ່າຂະໜາດ
ນ້ອຍ ໂຮງແຮມ ແລະ ສະຖານທີ່ຈອດລົດ.
ການກໍ່ສ້າງອາຄານສູນການຄ້ານີ້ ເປັນການລົງທຶນທີ່ສຳຄັນ ແລະ ເປັນມູນຄ່າສູງ ຮູບຊົງອາຄານຫລັງທີ 2
ແມ່ນມີຄວາມສວຍງາມ ທັນສະໄຫມ ແລະ ຈະເປັນສິ່ງເອກອ້າງຕໍ່ແຂກຄົນທີ່ມາທ່ຽວນະຄອນຫລວງວຽງຈັນ ສ່ອງແສງໃຫ້
ເຫັນເຖິງສະຖາປານິກຂອງລາວ ແບບປະສົມປະສານກັບທັນສະໄຫມ ຖ້າການກໍ່ສ້າງສຳເລັດ ຈະເຮັດໃຫ້ຊາວຄ້າຂາຍໄດ້
ມີຄວາມສະດວກ ແລະ ມີລູກຄ້າມາທ່ອງທ່ຽວຊື້ຂາຍຫລາຍຂຶ້ນ ແລະ ຈະເຮັດໃຫ້ນະຄອນຫລວງວຽງຈັນ ມີຄວາມສວຍ
ງາມ ເພື່ອຮັບໃຊ້ໃຫ້ແກ່ກິລາຊີເກມ ປີ 2009 ທີ່ ສປປ ລາວ ເຮົາເປັນເຈົ້າພາບ ແລະ ງານສະເຫລີມສະຫລອງນະຄອນ
ຫລວງວຽງຈັນ 450 ປີໃນປີ 2010.
ຕາມສັນຍາການລົງທຶນວ່າ ພາຍຫລັງຫມົດອາຍຸການລົງທຶນແລ້ວ ຕຶກອາຄານທັງຫມົດແມ່ນຕົກເປັນກຳມະ
ສິດຂອງລັດ ກໍຄືຂອງນະຄອນຫລວງວຽງຈັນ ພາຍຫລັງບໍລິສັດນຳໃຊ້ແລ້ວ 40 ປີ ເຖິງປີ 2049 ສູນການຄ້າແຫ່ງນີ້ຈະສ້າງ
ລາຍຮັບໃຫ້ນະຄອນຫລວງວຽງຈັນ ນັບມື້ນັບສູງຂຶ້ນ.
ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນພິທີດັ່ງກ່າວ ທ່ານ ດຣ. ລໍເລີນລຽວ ປະທານກຸ່ມບໍລິສັດເຄຣດເສນດາດ ປະເທດ
ສິງກະໂປ ຍັງໄດ້ມອບເງິນຈຳນວນ 40 ລ້ານກີບ ໃຫ້ແກ່ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ
ໃນ 40 ລ້ານກີບນັ້ນ 20 ລ້ານກີບ ແມ່ນມອບໃຫ້ຫ້ອງການກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ ນະຄອນຫລວງ
ວຽງຈັນ ແລະ ອີກ 20 ລ້ານກີບ ມອບເປັນທຶນປັບປຸງບູລະນະປະຕິສັງຂອນວັດສີສະເກດ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
11-07-2008 |