|
ບັນດາຜູ້ນຳຂອງ
6
ປະເທດໃນອະນຸພາກພື້ນແມ່ນຳ້ຂອງ ເຊິ່ງລວມມີຣາຊະອານາຈັກກຳປູເຈຍ,
ສາທາລະນະລັດ ປະຊາຊົນ ຈີນ,
ສປປ ລາວ,
ສະຫະພາບມຽນມາ,
ຣາຊະອານາຈັກໄທ ແລະ
ສາທາລະນະລັດສັງຄົມນິຍົມຫວຽດນາມ
ຈະມາພົບປະກັນທີ່ນະຄອນຫລວງວຽງຈັນ,
ສປປ ລາວ ໃນວັນທີ
30-31
ມີນາ
2008
ເພື່ອທົບທວນຄວາມຄືບຫນ້າ ແລະ
ຕົກລົງທິດທາງໃນອະນາຄົດຂອງແຜນງານການຮ່ວມມືດ້ານເສດຖະກິດຂອງ
GMS.
ແຜນງານການຮ່ວມມືດ້ານເສດຖະກິດຂອງ
GMS
ໄດ້ລິເລີ່ມຂຶ້ນໃນປີ
1992,
ຊຶ່ງລວມມີທັງການວາງແຜນ ແລະ ຈັດຕັ້ງ
ປະຕິບັດຫລາຍໆໂຄງການອະນຸພາກພື້ນໃນ
9
ຂະແຫນງການຄື: ຄົມມະນາຄົມ,
ພະລັງງານ,
ໂທລະຄົມມະນາຄົມ,
ທ່ອງທ່ຽວ,
ສິ່ງແວດລ້ອມ,
ພັດທະນາຊັບພະຍາກອນມະນຸດ,
ກະສິກຳ,
ການອຳນວຍຄວາມສະດວກສຳລັບການຄ້າ ແລະ
ການລົງທຶນຂອງພາກເອກະຊົນ. ໂດຍໄດ້ຮັບການສະຫນັບສະຫນູນຈາກທະນາຄານພັດທະນາອາຊີ
ແລະ ບັນດາຄູ່ຮ່ວມ
ພັດທະນາອື່ນໆ,
ແຜນງານການຮ່ວມມື
GMS
ໄດ້ຊ່ວຍໃຫ້
6
ປະເທດໃນ
GMS
ກະຕຸ້ນການເຕີບໂຕດ້ານເສດຖະກິດ ແລະ
ຫລຸດຜ່ອນຄວາມທຸກຍາກ ໂດຍເພີ່ມທະວີການເຊື່ອມຕໍ່,
ເພີ່ມທະວີຄວາມສາມາດແຂ່ງຂັນ ແລະ
ສ້າງຈິດສຳນຶກ
ໃຫ້ເປັນຊຸມຊົນດຽວກັນ.ການເຊື່ອມຕໍ່ໄດ້ຖືກສ້າງຂຶ້ນໂດຍຜ່ານແລວເສດຖະກິດການຂົນສົ່ງ,
ລະບົບການເຊື່ອມຕໍ່ດ້ານ
ພະລັງງານ ແລະ ເຄື່ອຂ່າຍໂທລະຄົມມະນາຄົມ.
ຄວາມສາມາດແຂ່ງຂັນດ້ານເສດຖະກິດໄດ້ຖືກປັບປຸງ
ໂດຍຜ່ານການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ
ແລະ ມາດຕະການ
ຕ່າງໆ ເພື່ອອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າ
ແລະ ການບໍລິການຜ່ານເຂດແດນ.
ຈິດສຳນຶກແຫ່ງການ
ເປັນຊຸມຊົນດຽວກັນໄດ້ຮັບການສົ່ງເສີມ ໂດຍການສ້າງກິດຈະກຳຮ່ວມກັນທີ່ເນັ້ນໃສ່ການແກ້ໄຂຄວາມກັງວົນດ້ານສັງຄົມ
ແລະ ສິ່ງແວດລ້ອມເຊັ່ນ:
ການປ້ອງກັນການລະບາດຂອງພະຍາດຕິດຕໍ່ ແລະ
ການປົກປັກຮັກສາຊີວະນາໆພັນ ແລະ
ລະບົບນິເວດ.ກອງປະຊຸມສຸດຍອດ
GMS
ທີ່ມີຮອບວຽນ
3
ປີ ໄດ້ເລີ່ມຈັດຂຶ້ນໃນເດືອນພະຈິກ
2002,
ທີ່ພະນົມເປັນ,
ຣາຊະອານາຈັກກຳປູເຈຍ,
ກອງປະຊຸມສຸດຍອດເປັນສະຖານທີ່ສຳຄັນສຳລັບບັນດາຜູ້ນຳເພື່ອການປຶກສາຫາລື
ແລະ
ຕົກລົງກັນໃນບັນດາກິດຈະກຳທີ່ເປັນບູລິມະສິດໃນແຜນງານການຮ່ວມມື
GMS.
ກອງປະຊຸມສຸດຍອດຄັ້ງທີ
2
ໄດ້ຈັດຂຶ້ນທີ່ຄຸນຫມິງ,
ແຂວງຢູນນານ,
ສປ ຈີນ ໃນເດືອນກໍລະກົດ
2005.
ກອງປະຊຸມສຸດຍອດ
GMS
ຄັ້ງທີ
3
ທີ່ຈະໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ,
ສປປ ລາວ ໃນວັນທີ
3031
ມີນາ
2008
ນີ້,
ມີຫົວຂໍ້ວ່າ ເພີ່ມທະວີຄວາມສາມາດແຂ່ງຂັນດ້ວຍການຂະຫຍາຍການເຊື່ອມຕໍ່.
ບັນດາຜູ້ນຳທັງ
6
ປະເທດຄື: ພະນະທ່ານນາຍົກລັດຖະມົນຕີ ບົວສອນ
ບຸບຜາວັນ ແຫ່ງ ສປປ ລາວ,
ພະນະທ່ານນາຍົກລັດຖະມົນຕີ ຮຸນເຊັນ ແຫ່ງຣາຊະອານາຈັກກຳປູເຈຍ,
ພະນະທ່ານນາຍົກລັດຖະມົນຕີ ເວີນ ເຈຍປາວ ແຫ່ງ
ສາທາລະນະລັດ ປະຊາຊົນຈີນ,
ພະນະທ່ານນາຍົກລັດຖະມົນຕີ ທຽນຊຽນ ແຫ່ງສະຫະພາບມຽນມາ,
ພະນະທ່ານນາຍົກລັດຖະມົນຕີ ສະຫມັກ
ສູນທອນຣາເວດ ແຫ່ງ ຣາຊະອານາຈັກໄທ ແລະ
ພະນະທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແຫ່ງ
ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມປະທານ
ADB
ທ່ານ ຣາຣຸຮີໂກະ ຄູໂຣດະ
ຈະໄດ້ປຶກສາຫາລືກັນກ່ຽວກັບ
ວິທີທາງຕ່າງໆທີ່ຈະຂະຫຍາຍທາງເລິກຂອງການຮ່ວມມືດ້ານເສດຖະກິດ
ເພື່ອຄວາມຮຸ່ງເຮືອງວັດທະນາຮ່ວມກັນ.
ບັນດາຜູ້ນຳຈະປຶກສາຫາລືກັນຈະເຮັດແນວໃດຈຶ່ງຈະໃຫ້ການປັບປຸງການເຊື່ອມຕໍ່ສາມາດຊ່ວຍຂະຫຍາຍຕະຫລາດ,
ປັບປຸງການເຂົ້າເຖິງການບໍລິການດ້ານສັງຄົມ
ແລະ
ປົກປັກຮັກສາສິ່ງແວດລ້ອມ.ພິທີຕ່າງໆທີ່ຈະເປັນສັນຍາລັກຂອງ
ຄວາມຄືບຫນ້າຕ່າງໆພາຍໃນແຜນງານການຮ່ວມມື
GMS
ຈະໄດ້ຈະຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດ
ຊຶ່ງລວມມີ: ພິທີເປີດເສັ້ນທາງ
R3
ສ່ວນທີ່ຜ່ານ ສປປ ລາວ ຂອງແລວເສດຖະກິດເຫນືອ
ໃຕ້ ຈາກຄຸນຫມິງ ໄປຍັງບາງກອກ
ພິທີເຊັນສັນຍາກ່ຽວກັບການຄ້າພະລັງງານ ແລະ
ພິທີເປີດໂຄງການເສັ້ນທາງດ່ວນຂໍ້ມູນຂ່າວສານສຳລັບ
6
ປະເທດ.
ນອກນັ້ນຍັງຈະມີການພົບປະລະຫວ່າງບັນດາຜູ້ນຳກັບຜູ້ຕາງຫນ້າຊາວຫນຸ່ມ
GMS
ແລະ ບັນດານັກທຸລະກິດໃນ
6
ປະເທດ.ນັບແຕ່ປີ
2007,
ການລົງທຶນເຂົ້າໃນ
34
ໂຄງການ
GMS
ມີມູນຄ່າເຖິງ
US$ 10
ຕື້ ເຊິ່ງໃນນັ້ນ,
ADB
ໄດ້ປະກອບ
3,4
ຕື້ໂດລາສະຫະລັດ,
ບັນດາລັດຖະບານທັງ
6
ປະເທດ
3
ຕື້ ແລະ ຄູ່ຮ່ວມພັດທະນາຕ່າງໆ
3,5
ຕື້ໂດລາສະຫະລັດ. ນອກຈາກນັ້ນ,
ຍັງມີໂຄງການຊ່ວຍເຫລືອດ້ານວິຊາການຈຳນວນ
146
ໂຄງການທີ່ມີມູນຄ່າ
US$ 166
ລ້ານ ທີ່ກຳລັງດຳເນີນການ ຫລື
ສຳເລັດໄປແລ້ວໃນການເຮັດບົດສຶກສາຄວາມເປັນໄປໄດ້,
ຍົກລະດັບຄວາມ
ສາມາດ ແລະ
ສະຫນັບສະຫນູນການສຶກສາກ່ຽວກັບການຮ່ວມມືພາກພື້ນ
*
ຄັດຈາກ: ຫນັງສືພິມວຽງປະຊາຊົນ, ສະບັບວັນທີ
27-03-2008 |