ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ປກສ ​ແຂວງ ຫຼວງ​ພະ​ບາງ​ມອບ​ເງິນ​ສົມທົບ​ທຶນ​ກໍ່ສ້າງ​ອານຸສອນ​ສະຖານ​ ທ່ານ ປະທານ ສຸພາ​ນຸວົງ ທີ່​ໂຮງຮຽນ ມະຫາວິທະຍາ​ໄລ ສຸພາ​ນຸວົງ

ຕອນ​ແລງ ຂອງ​ວັນ​ທີ່ 20 ມີນາ 2008 ​ແລ້ວ​ນີ້ ທາງ​ກອງ​ບັນຊາ​ການ ປກສ ​ແຂວງ ຫຼວງ​ພະ​ບາງໄດ້​ນຳ​ເອົາ​ເງິນ ຈຳນວນ 17.345.000 ກີບ ( ສິບ​ເຈັດ​ລ້ານ​ສາມ​ແສນ​ສີ່​ສິບ​ຫ້າ​ພັນ​ກີບ) ​ໄປ​ມອບ​ໃຫ້ ​ໂຮງຮຽນມະຫາວິທະຍາ​ໄລ ສຸພາ​ນຸວົງ ​ເພື່ອ​ປະກອບສ່ວນສ້າງ ອານຸສອນ​ສະຖານ ທ່ານ ປະທານ ສຸພາ​ນຸວົງ.
 ຕາງໜ້າ ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ ປກສ ​ແຂວງຫຼວງ​ພະ​ບາງ ​ແມ່ນ ທ່ານ ພັນ​ໂທ ບຸນ​ໂຮມ ວົງສາ​ຄອນ ຮອງຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ ປກສ ​ແຂວງ ຫຼວງ​ພະ​ບາງ ​ເປັນ​ຜູ້​ກ່າວມອບ ​ແລະ ກ່າວ​ຮັບ ​ໂດຍ ທ່ານ
ອານຸພູນ ຕາງໜ້າ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ມະຫາວິທະຍາ​ໄລ ສຸພາ​ນຸວົງ ​ໂດຍ​ຊ້ອງ​ໜ້າ ພະນັກ
ງານ ວິຊາ​ການ ທັງ​ສອງ​ພະ​ແນ​ກການ ຈຳນວນ​ໜຶ່ງ.

      ​ເງິນ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ເພື່ອ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳຂອງ​ທ່ານ​ເຈົ້າ​ແຂວງໆ​ ຫຼວງພະ​ບາງ
ສະບັບ​ເລກ​ທີ່ 03/ຈຂຫຼບ. ລົງ​ວັນ​ທີ່ 8/1/08 ​ແລະ ຕາມ​ການ​ຄົ້ນຄວ້າ​ເຫັນ​ດີ​ເປັນ​ເອກະ​ພາບ ຂອງ​ຄະນະ​ພັກ-
ຄະນະ​ບັນຊາ ກອງ​ບັນຊາ​ການ ປກສ ​ແຂວງຫຼວງ​ພະ​ບາງ ຄັ້ງ​ວັນ​ທີ່ 30/1/08 ວ່າ​ດ້ວຍ​ການ​ຕັດ​ເງິນ​ເດືອນ​ຂອງ
ພະນັກງານ-ນັກຮົບ ​ໃນ​ກຳລັງ ປກສ ​ແຂວງ ຫຼວງ​ພະ​ບາງ ​ເພື່ອ​ປະກອບສ່ວນໃນ​ການ​ກໍ່ສ້າງອານຸສອນ​ສະຖານ
ທ່ານ ປະທານ ສຸພາ​ນຸວົງ ຢູ່​ທີ່ ​ໂຮງຮຽນ​ມະຫາ ວິທະຍາ​ໄລ ສຸພາ​ນຸວົງ. ທາງ​ນີ້ ກໍ​ເພື່ອ​ເປັນ​ການ​ປະກອບສ່ວນ
ແລະ ຮູ້​ບຸນຄຸນ, ຄຸນງາມຄວາມດີ ຂອງ​ທ່ານ ປະທານ ສຸພາ​ນຸວົງ ທີ່​ໄດ້​ອຸທິດ​ຊີວິດ, ສະຫຼະ​ຄວາມສຸກ​ສ່ວນ​ຕົວ
ເພື່ອ​ອຸດົມ​ການປະຕິວັດ, ​ເພື່ອ​ປະ​ເທດ​ຊາດ ຢ່າງ​ລົ້ນ​ເຫຼືອ ຫາ​ສິ່ງ​ປຽບ​ບໍ່​ໄດ້.

* ຈາກ: ນັກຂ່າວ ປກສ ແຂວງຫລວງພະບາງ, ສົມບູນ ແສງມົງ, ວັນທີ 28-03-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564