|

ພະນະທ່ານ ວອງກັນເຊັງ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີວ່າການກະຊວງພາຍໃນແຫ່ງ
ສາທາລະນະລັດ ສິງກະໂປ
ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການຕາມຄຳເຊີນຂອງພະນະທ່ານ
ທອງບັນ ແສງອາພອນ
ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ.
ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນຄວາມສະຫງົບໃນວັນທີ
12
ມີນາ
2008
ໂດຍມີທ່ານ ທອງບັນ ແສງອາພອນ
ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ,
ພະນະທ່ານ ເວຢາລາ ເບັນຈາມິນວິວລຽມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ
ສາທາລະນະລັດ ສິງກະໂປ ປະຈຳລາວ
ພ້ອມດ້ວຍພະນັກງານ
ຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບໃຫ້ການຕ້ອນຮັບຢ່າງອົບອຸ່ນ.ຫລັງຈາກນັ້ນ
ຄະນະຜູ້ແທນທັງສອງຝ່າຍ
ກໍ່ໄດ້ພົບປະເຮັດວຽກ ແລະ ແລກປ່ຽນຄຳຄິດເຫັນເຊິ່ງກັນ
ໂດຍເນັ້ນໃສ່ບັນຫາການຮ່ວມມືໃນການຕ້ານອາຊະຍາກຳ
ຂ້າມຊາດ
ເປັນຕົ້ນການກໍ່ການຮ້າຍ,
ອາຊະຍາກຳທາງຄອມພິວເຕີ,
ການຟອກເງິນ,
ການຄ້າຂາຍ ຢາເສບຕິດ ແລະ
ວັດຖຸອອກລິດຕໍ່ປະສາດລວມທັງສານເຄມີຕ່າງໆ,
ການປອມແປງເອກະສານເດີນທາງ ແລະ
ອື່ນໆ.ຫລັງຈາກນັ້ນ
ທັງສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ,
ຈຸດປະສົງກໍ່ເພື່ອເພີ່ມທະວີມິດຕະພາບ ແລະ
ການຮ່ວມມືລະຫວ່າງ
ສອງປະເທດ ເວົ້າສະເພາະສອງກະຊວງໃນຂົງເຂດການປ້ອງກັນ,
ການສຶກສາ ແລະ ການຕ້ານອາຊະຍາກຳຕ່າງໆ,
ການແລກປ່ຽນວິຊາການທາງດ້ານຕຳຫລວດມອດໄຟເຕັກໂນໂລຢີຂອງຕຳຫລວດ
ແລະ ການຄຸ້ມຄອງການຈະລາຈອນ.
ໂອກາດຢ້ຽມຢາມລາວຄັ້ງນີ້,
ຄະນະຜູ້ແທນດັ່ງກ່າວຍັງໄດ້ເຂົ້າຢ້ຽມຂຳ່ນັບພະນະທ່ານ
ບົວສອນ ບຸບຜາວັນ ນາຍົກ
ລັດຖະມົນຕີແຫ່ງ ສປປ ລາວ,
ຢ້ຽມຢາມພື້ນຖານການຜະລິດ ແລະ
ສະຖານທີ່ທ່ອງທ່ຽວວັດທະນະທຳຢູ່ນະຄອນຫລວງ
ວຽງຈັນ
ຫລາຍແຫ່ງໃນລະຫວ່າງການຢ້ຽມຢາມລາວ
3
ວັນ.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
17-03-2008 |