|
ສປປ ລາວ ໄດ້ມີການສະເຫນີ ການເຄື່ອນໄຫວ
ໃນດ້ານຕ່າງໆ ເປັນ ຕົ້ນແມ່ນ ດ້ານກົດບັດ
ຊີເກມ ແລະ ການແພດ ຕໍ່ຄະນະຊີເກມ
ຈາກ 11 ປະເທດຕໍ່ກອງປະຊຸມ ກິລາ ແລະ
ລະບຽບກະຕິກາ ຫລື Sports and Rules
Committee ທີ່ໄດ້ມີຂຶ້ນ ໃນວັນທີ 22 ເມສາ
ມານີ້ ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫລວງວຽງຈັນ
ໂດຍ ການເປັນປະທານຂອງ ທ່ານ ສຸວັນນະລາດ
ໄຊຍະວົງ, ຮອງປະທານໂອລິມ ປິກແຫ່ງຊາດ,
ຫົວຫນ້າກອງເລຂາຊີເກມ ໂດຍມີ ຄະນະນຳກິລາ
ຈາກ 11 ປະເທດ ຂອງກຸ່ມ ອາຊຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້
ທ່ານ ສຸວັນນະລາດ ໄຊຍະວົງ ໄດ້ໃຫ້ຮູ້ວ່າ:
ກອງປະຊຸມ ຄັ້ງນີ້ ໄດ້ສະເຫນີ 2 ບັນຫາຫລັກຄື:
1 ສະເຫນີບັນດາກົດບັດ ຊີເກມ ດ້ານກົດລະບຽບຕ່າງໆທີ່ໄດ້ປະຕິບັດມາໃນຊີເກມ
ຫລາຍຄັ້ງຜ່ານມາ ກໍ່ຄືການນຳສະເຫນີ
ບາງຂໍ້ກຳນົດໃຫມ່ຂອງເຈົ້າ ພາບຈັດງານຊີເກມ
ເພື່ອໃຫ້ແທດເຫມາະກັບສະພາບຕົວຈິງຂອງປະເທດລາວ.
2 ສະເຫນີປະເພດການແຂ່ງຂັນກິລາຕ່າງໆ
ເຊິ່ງໃນເບື້ອງຕົ້ນ ໄດ້ກຳນົດເອົາ 22
ປະເພດ; ໃນນີ້ ແບ່ງອອກເປັນ 3 ພາກໃຫຍ່ຄື:
ປະເພດກິລາ ພາກບັງຄັບ, ປະເພດກິລາ ທີ່ບັນຈຸໃນໂອລິມປິກ
ແລະ ເອຊຽນເກມ ແລະ ປະເພດກິລາອື່ນໆ.
ໃນເບື້ອງຕົ້ນ ກອງປະ ຊຸມໄດ້ເຫັນດີເຫັນພ້ອມກັນໃນການກຳນົດບັນດາກົດບັດຊີເກມໃຫມ່ທີ່
ສປປ ລາວ ສະເຫນີ ແລະ ການກຳນົດເອົາປະເພດກິລາແຕ່ລະປະເພດ,
ແຕ່ເພື່ອເຮັດໃຫ້ຫລາຍພາກສ່ວນໄດ້ມີສິດປະກອບຄຳຄິດຄຳເຫັນຫລາຍກວ່າເກົ່າ
ເພື່ອເຮັດໃຫ້ ຊີເກມ ຄັ້ງທີ 25 ສຳເລັດລົງດ້ວຍດີ,
ແຕ່ລະປະເທດ ຍັງສາ ມາດສົ່ງຂໍ້ຄິດເຫັນມາທາງກອງເລຂາຊີເກມ
ຄັ້ງທີ 25 ເພື່ອນຳມາພິຈາລະ ນາຕາມຄວາມເຫມາະສົມ.
ໃນວັນດຽວກັນ ຍັງໄດ້ຈັດກອງປະຊຸມຄະນະກຳມະການ
ການແພດ ຂຶ້ນ ໂດຍການເປັນປະທານຂອງ
ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ, ຜູ້
ອຳນວຍການ ໂຮງຫມໍ ມິດຕະພາບ 105 ຕຽງ. ໃນກອງປະຊຸມ
ກໍ່ໄດ້ມີການປຶກສາຫາລື ແລະ ກະກຽມຮອງຮັບ
ທາງດ້ານສຸຂະພາບ ເປັນຕົ້ນແມ່ນ ການປ້ອງກັນການນຳໃຊ້ສານກະຕຸ້ນ
ໃນຕົວນັກກິລາ, ການປ້ອງກັນພະ ຍາດ,
ກາຍະບຳບັດ, ຄວາມສະອະອາດຂອງ ອາຫານ
ແລະ ນ້ຳ. ພິເສດ ໃນຊີເກມ ຄັ້ງທີ 25 ແມ່ນຈະໃຫ້ເປັນການແຂ່ງຂັນທີ່ປອດຄວັນຢາສູບແລະ
ມີໂຄງການລະດົມການຕ້ານເອດຕື່ມອີກ.
ໃນໂອກາດນີ້ ທ່ານ ອາລົງກອນ ເພັງສະຫວັນ,
ເລຂາຄະນະກຳມະການແພດຊີເກມ, ຫົວຫນ້າອະ
ນຸກຳມະການ ຄວບຄຸມ ສານກະຕຸ້ນໃນຊີເກມ
ຄັ້ງທີ 25 ໃຫ້ຮູ້ວ່າ: “ພວກເຮົາຈະໄດ້
ຝຶກອົບຮົມ ເປັນເວລາ 4-5 ມື້ ແກ່ຄະນະນັກກິລາ
ກໍ່ຄື ບັນດານັກກິລາ ໃຫ້ເຂົ້າໃຈຢ່າງລະອຽດກ່ຽວກັບສານກະຕຸ້ນ
ແລະ ຄວນຫລີກເວັ້ນ ການດື່ມ ການກິນ ເຄື່ອງບໍລິໂພກທຸກປະເພດ
ທີ່ປະສົມສານກະຕຸ້ນລົງໄປ.
ຄຽງຄູ່ກັນນີ້
ພວກເຮົາ ຍັງມີຫລາຍຫນ່ວຍງານໄວ້ຄອຍບໍລິການດ້ານສຸ
ຂະພາບແກ່ນັກກິລາຕື່ມອີກ ໂດຍກຳ ນົດເອົາ
ໂຮງຫມໍ ມະໂຫສົດ ຮອງຮັບການປິ່ນປົວຂອງແຂກລະດັບສູງ,
ໂຮງຫມໍເສດຖາທິລາດ ສຳລັບຜູ້ນຳກິ ລາ
ແລະ ໂຮງຫມໍ ມິດຕະພາບ 105 ຕຽງ ສຳລັບນັກກິລາທົ່ວໄປ,
ສ່ວນໃນມື້ເປີດ-ປິດ ແມ່ນຈະມີຫນ່ວຍງານປະ
ຈຳຢູ່ສະຫນາມ ໂດຍມີຈຳນວນພົນຄື:
ທ່ານຫມໍ 100 ທ່ານ, ນາງພະຍາບານແລະ ນັກກາຍະບຳບັດ
150 ທ່ານ. ຜູ້ກວດກາອະນາໄມ 70 ຄົນ,
ຜູ້ເກັບນ້ຳປັດສະວະນັກກິລາໄປກວດຫາສານກະຕຸ້ນ
70 ຄົນ. ນອກຈາກນີ້ ຢູ່ແຂວງ ຫລວງພະບາງ
ແລະ ແຂວງຈຳປາສັກ ກໍ່ຈະມີທ່ານຫມໍປະຈຳຢູ່
ແຂວງລະ 30 ທ່ານ ແລະ ມີຜູ້ກວດກາດ້ານອານາໄມ
ແລະ ກວດສານກະຕຸ້ນ ແຫ່ງລະ 20 ຄົນ.”
ຢ່າງໃດກໍ່ດີ ສຳລັບ ວັນທີ 23 ເມ ສານີ້
ຕາມແຜນແມ່ນຈະຈັດໃຫ້ມີ ກອງປະຊຸມ ຄະນະບໍລິຫານ
ຊີເກມ ຄັ້ງທີ 25 ຂຶ້ນອີກ ເພື່ອຄົ້ນຄວ້າປຶກສາຫາລືຫລາຍບັນຫາກ່ຽວຂ້ອງ
ອັນຈະນຳມາຊຶ່ງຄວາມເປັນເອກະພາບໃນດ້ານຕ່າງໆໃນການ
ຈັດການແຂ່ງຂັນກິລາ ຊີເກມຄັ້ງທີ
25 ທີ່ ສປປລາວ ຈະເປັນເຈົ້າພາບໃນປີ
2009
*
ຄັດຈາກ: ຫນັງສືພິມຂ່າວສານປະເທດລາວ, ສະບັບວັນທີ
12-05-2008 |