|

ໃນວັນທີ 6-7 ມີນາ, 2008, ທີ່ໂຮງແຮມລາວພລາຊາ,
ສະຖາບັນໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ
ຮ່ວມກັບໂຄງການຄຸ້ມຄອງສິ່ງແວດລ້ອມຕົວເມືອງ
ໃນເຂດອາຊີຕາເວັນອອກສຽງໃຕ້
ທີ່ມີສູນກາງຢູ່ສະຖາບັນເຕັກໂນໂລຊີ ແຫ່ງເອເຊຍ
ໄດ້ຮ່ວມກັນຈັດກອງປະຊຸມໂຕະມົນ ແລະ
ສົນທະນາປຶກສາຫາລືໃນຫົວຂໍ້ວ່າດ້ວຍການບໍລິຫານຄຸ້ມຄອງ
ຂີ້ເຫຍື້ອ ແລະ ນ້ຳເສຍ.

ໂດຍການກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ,
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ
ສປປ ລາວ,
ພ້ອມດ້ວຍບັນດາສາດສະດາຈານທີ່ມາຈາກພະແນກສຶກສາ
ດ້ານການບໍລິຫານຄຸ້ມຄອງສິ່ງແວດລ້ອມຕົວເມືອງ,
ສະຖາບັນ ເອໄອທີ, ປະເທດໄທ ແລະ
ບັນດາຜູ້ຊ່ຽວຊານທາງດ້ານສະພາບແວດລ້ອມຈາກກະຊວງໂຍທາທິການ
ແລະ ຂົນສົ່ງ ສປປ ລາວ.

ເປົ້າໝາຍຂອງການປຶກສາຫາລືໃນສອງວັນນັ້ນ, ແມ່ນເພື່ອໃຫ້ການສະໜັບສະໜູນແກ່
ສປປ ລາວ ໃນການຮ່າງຍຸດທະ
ສາດ ຂອງການບໍລິຫານຈັດການຂີ້ເຫຍື້ອ ໃນລະດັບຊາດ
ແລະ ເປັນການເປີດໂອກາດໃຫ້ກັບນັກວິຊາການໃນລະດັບ
ທ້ອງຖິ່ນ ໄດ້ນຳສະເໜີຫົວຂໍ້ ແລະ
ບັນຫາທີ່ກ່ຽວຂ້ອງກັບນ້ຳເສຍ ແລະ ສຸຂະອະນາໄມ
ເຊັ່ນ: ການລະບາຍນ້ຳ, ສຸຂະອະນາໄມຊຸມຊົນ ແລະ
ການບຳບັດນ້ຳເສຍ.
ພ້ອມກັນນັ້ນຍັງໄດ້ເນັ້ນໜັກເຖິງ
ພາລະໜ້າທີ່ບົດບາດຂອງ ຍິງຊາຍ
ທີ່ຢູ່ໃນເລື່ອງຂອງ ຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອສ້າງຄວາມສາມັກຄີ
ຮ່ວມກັນເປັນເຈົ້າການ ເບິ່ງແຍງຄຸນນະພາບຊີວິດການເປັນຢູ່ໃຫ້ມີລັກສະນະສຸຂະອະນາໄມ
ປາດສະຈາກເຊື້ອໂລກ ເພື່ອຄວາມຜາສຸກຂອງຄອບຄົວ
ແລະ ລູກຫຼານ ທີ່ຢູ່ໃນຕົວເມືອງ ແລະ ເຂດຊຸມຊົນ.
|
ຄະນະເຈົ້າເມືອງຕ່າງໆ
ພ້ອມດ້ວຍຕົວແທນໂຄງການຄຸ້ມຄອງສິ່ງແວດລ້ອມ
ລົງຢ້ຽມຢາມ ບ້ານໜອງດ້ວງທົ່ງ |
ເວລາ: 9:30-12:30 ໂມງ, ຂອງວັນທີ
6-03-2008,
ທາງຄະນະຮັບຜິດຊອບໂຄງການຄຸ້ມຄອງສິ່ງແວດລ້ອມໃນຕົວເມືອງ
ພ້ອມດ້ວຍເຈົ້າເມືອງຕ່າງໆ ແລະ ໜ່ວຍງານຕ່າງໆ
ໄດ້ລົງມາຢ້ຽມຢາມເຂດຊຸມຊົນ ບ້ານໜອງດ້ວງທົ່ງ
ເຊິ່ງເປັນບ້ານ
ທີ່ໄດ້ຮັບການຊ່ວຍເຫລືອ ແລະ
ປະຕິບັດເປັນບ້ານຕົວຢ່າງໃນໂຄງການຄຸ້ມຄ້ອງສິ່ງແວດລ້ອມໃນຕົວເມືອງ

ຈຸດປະສົງຂອງການຢ້ຽມຢາມ ແມ່ນເພື່ອອະທິບາຍການປະຕິບັດວຽກໃນໄລຍະຜ່ານມາ
ວ່າໄດ້ຮັບຜົນດີຄືແນວໃດ, ເປັນຕົ້ນ ແມ່ນການມີສ່ວນຮ່ວມຂອງຊຸມຊົນເອງ
ເຂົາເຈົ້າໄດ້ຕອບສະໜອງຫຍັງແດ່?
ມີສ່ວນຮ່ວມກັບໂຄງການແນວໃດ?, ໂດຍ
ສະເພາະການສ້າງວິດຖ່າຍສາທາລະນະ,
ການສ້າງລະບົບຮ່ອງລະບາຍນ້ຳ ແລະ ເກັບມ້ຽນຂີ້ເຫຍື້ອ,
ໂຄງການດັ່ງກ່າວ
ສາມາດເອົາໄປມູນໃຊ້ ແລະ
ຜັນຂະຫຍາຍໃນພື້ນທີ່ອື່ນໄດ້ບໍ່?

ໃນນັ້ນ ກະມີຜູ້ແທນເຂົ້າຮ່ວມ ເຊິ່ງໄດ້ມາຈາກຫລາຍພາກສ່ວນໃນທົ່ວປະເທດ
(ມີຈຳນວນ 67 ທ່ານ), ໃນນັ້ນມີທ່ານ
ຮອງເຈົ້າເມືອງ, ຫົວໜ້າພະແນກ ໂຍທາທິການ ແລະ
ຂົນສົ່ງ, ອົງການພັດທະນາ ແລະ
ບໍລິຫານຕົວເມືອງວຽງຈັນ,
ອົງການຈັດຕັ້ງສາກົນປະຈຳລາວ,
ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນອື່ນໆ
ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງ
ສິ່ງແວດລ້ອມຕົວເມືອງ.

ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ປະຊາຊົນຊາວບ້ານໜອງດ້ວງທົ່ງ
ພ້ອມດ້ວຍອຳນາດການປົກຄອງບ້ານ ເລຂາພັກບ້ານ
ຫົວໜ້າຈຸ ຫົວໜ້າໜ່ວຍ ແລະ
ສະຫະພັນແມ່ຍິງບ້ານ.
*
ຈາກ: ທີມງານມະຫາສານ - PTI, LAO PDR, ວັນທີ
12-03-2008 |