ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ການ​ນຳ​ໃຊ້​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ລາຄາ​ນ້ຳມັນ

ໂດຍປະຕິບັດຕາມໃບແຈ້ງການຂອງກົມສ່ວຍສາ ອາກອນ, ກະຊວງການເງິນສະ ບັບເລກທີ 284/ກງ.ກສອ, ລົງ ວັນທີ 6/11/2009 ກ່ຽວກັບ ການນຳໃຊ້ອາກອນມູນຄ່າ ເພີ່ມ ທີ່ເລີ່ມປະຕິບັດແຕ່ວັນທີ 1/01/2010 ເປັນຕົ້ນໄປ, ໂຄງ ສ້າງລາຄານ້ຳມັນເຊື້ອໄຟກໍ່ໄດ້ ມີການປ່ຽນແປງຈາກອາກອນ ຕົວເລກທຸລະກິດ (ອຕທ) 5% ມາເປັນອາກອນມູນຄ່າ ເພີ່ມ (ອມພ)​10% ເຊິ່ງໄດ້ເລີ່ມປະຕິ ບັດແຕ່ວັນທີ 8/1/2010 ເປັນ ຕົ້ນມາ.

ຕໍ່ການປັບຂຶ້ນລາຄານ້ຳມັນ ຄັ້ງຫລ້າສຸດທີ່ຜ່ານມານີ້ ເຫັນວ່ານ້ຳມັນເຊື້ອໄຟທີ່ຂາຍ ພາຍໃນປະເທດມີລາຄາຂ້ອນຂ້າງ ສູງສົມຄວນ ເຊິ່ງມີສາເຫດ ມາຈາກນ້ຳມັນທີ່ນຳເຂົ້າມີລາ ຄາແພງຂຶ້ນຕາມລາຄາຕະ ຫລາດໂລກ ຍ້ອນການຊົມໃຊ້ ນ້ຳມັນເພີ່ມຂຶ້ນໃນສະພາບອາ ກາດຫນາວຜິດປົກກະຕິໃນ ເຂດເອີຣົບ ແລະ ອາເມລິກາ ບວກກັບການປ່ຽນແປງຈາກ ອຕທ 5% ມາເປັນ ອມພ 10%, ຕົວຢ່າງ ສົມທຽບລາຄາ ນ້ຳມັນທີ່ປັບຄັ້ງວັນທີ 25/12/ 2009 ຈຸດນະຄອນຫລວງວຽງ ຈັນ, ລາຄາຂ່າຍຍ່ອຍນ້ຳມັນ ແອັດຊັງພິເສດ 8.970 ກີບ/ ລິດ ໃນນັ້ນມີ ອຕທ 419 ກີບ; ນ້ຳມັນແອັດຊັງທຳມະດາ 8.050 ກີບ/ລິດ ມີ ອຕທ 376 ກີບ ແລະ ນ້ຳມັນກາຊວນ 6.650 ກີບ/ລິດ ອຕທ 310 ກີບ, ຕາມໂຄງສ້າງລາຄານ້ຳມັນທີ່ປັບຂຶ້ນໃນວັນທີ 8/01/2010ເຊິ່ງໄດ້ປ່ຽນແປງຈາກ ອຕທ ມາເປັນ ອມພ ສົ່ງຜົນ ໃຫ້ລາຄາຂາຍຍ່ອຍນ້ຳມັນ ແອັດຊັງພິເສດ ປັບຂຶ້ນເປັນ 9.650 ກີບ/ລິດ; ນ້ຳມັນແອັດ ຊັງທຳມະດາ 8.863 ກີບ/ລິດ ແລະ ນ້ຳມັນກາຊວນ 7.140 ກີບ/ລິດ ຊຶ່ງໃນນັ້ນມີ ອມພ ນ້ຳ ມັນແອັດຊັງພິເສດ 863 ກີບ, ນ້ຳມັນແອັດຊັງທຳມະດາ 771 ກີບ ແລະ ນ້ຳມັນກາຊວນ 635 ກີບ ຕາມລຳດັບ.

ສະນັ້ນສະມາຄົມນ້ຳມັນ ເຊື້ອໄຟ ແລະ ອາຍແກ໊ສ (ສນ ກ) ໃນນາມເປັນຜູ້ປະສານສົມ ທົບລະຫວ່າງພາກສ່ວນ ມະຫາ ພາກທີ່ກ່ຽວຂ້ອງ, ບໍລິສັດນ້ຳ ມັນ ແລະ ຜູ້ຊົມໃຊ້ ຈຶ່ງຂໍຊີ້ແຈງ ເພື່ອໃຫ້ສັງຄົມໄດ້ຮັບຊາບ ແລະ ມີຄວາມ ເຂົ້າໃຈຕາມນີ້ ດ້ວຍ

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 01-02-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564