ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຫຼິ້ນບຸນປີໃໝ່ໃຫ້ສອດຄ່ອງກັບຮີດຄອງປະເພນີລາວ

   
(ທ່ານ ຄຳຕັນ ພົນສົງຄາມ, ຮອງຫົວໜ້າຖະແຫລງຂ່າວ ແລະ ວັດທະນະທຳ)

    ຍັງອີກບໍ່ເທົ່າໃດວັນບຸນປີໃຫມ່ ລາວ ພ.ສ 2551 ຫລືເອີ້ນວ່າ ບຸນກຸດສົງການ ເຊິ່ງເປັນບຸນປະເພນີທີ່ເຄີຍສືບ
ທອດກັນມາແຕ່ບູຮານນະການ ກໍຈະໄດ້ຫມູນວຽນມາເຖິງອີກວາລະຫນຶ່ງ ບຸນປີໃຫມ່ລາວ ປະກອບມີຫລາຍກິດຈະກຳ
ເປັນຕົ້ນ ສົງນ້ຳ ຕົບພະທາດຊາຍ ແລະ ບາສີສູ່ຂວັນ ເຊິ່ງສິ່ງເຫລົ່ານີ້ ຊາວພຸດເຮົາໄດ້ພ້ອມກັນປະຕິບັດມາເປັນປະຈຳ
ທຸກໆປີ ຕໍ່ຄວາມຫມາຍຄວາມສຳຄັນຂອງບຸນປີໃຫມ່ລາວນີ້ ທ່ານ ສຸຕັນ ພົນສົງຄາມ ຮອງຫົວຫນ້າພະແນກຖະແຫລງ
ຂ່າວ ແລະ ວັດທະນະທຳ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການສະຫລອງປີໃຫມ່ລາວ ປີ ພ.ສ 2551 (ຄ.ສ 2008) ນີ້
ແມ່ນມີຄວາມຫມາຍສຳຄັນຍິ່ງ ເພາະເປັນປີທີ່ປວງຊົນລາວທັງຊາດພວມເບີກບານມ່ວນຊື່ນຕໍ່ກັບຜົນງານທີ່ຍາດມາໄດ້
ໃນແຕ່ລະດ້ານ ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ ເຊິ່ງເປັນປີທີ່ອອກແຮງແຂ່ງຂັນກັນສ້າງຜົນງານຂ່ຳນັບ
ຮັບຕ້ອນວັນຄົບຮອບນະຄອນຫລວງວຽງຈັນ 450 ປີ ແລະ ເຫດການອື່ນໆອີກ.

     ການລະຫລິ້ນບຸນປີໃຫມ່ລາວ ໃນແຕ່ລະປີກໍມີການສົງນ້ຳ ຫຼື ຫົດນ້ຳ ບຸນສົງນ້ຳຕາມປະເພນີທີ່ນິຍົມແລ້ວ
ແມ່ນຈະເຮັດຢູ່ໃນລະຫວ່າງເດືອນ 5 ລາວ ໂດຍກຳນົດເວລາ 1 ເດືອນ ນັບແຕ່ຂຶ້ນ 15 ຄ່ຳເດືອນ 5 ເຖິງ 15 ຄ່ຳເດືອນ 6
ແຕ່ອີງໃສ່ການພັດທະນາເສດຖະກິດ-ສັງຄົມ ແລະ ເງື່ອນໄຂຄວາມເຫມາະສົມ ມາຮອດປັດຈຸບັນການຫຼິ້ນບຸນປີໃຫມ່ລາວ
ແມ່ນໃຊ້ເວລາ 3 ມື້ໃນແຕ່ລະປີ ເຊິ່ງປີ 2008 ນີ້ ຈະເລີ່ມແຕ່ວັນທີ 13-15 ເມສາ 2008.

    ບຸນສົງນ້ຳທີ່ຊາວລາວເຮົາເຮັດຢູ່ທຸກວັນນີ້ ຄື: ສົງນ້ຳພຣະພຸດທະຮູບ ສົງນ້ຳພະສົງ ຫົດສົງຜູ້ໃຫຍ່ທີ່ເຄົາລົບນັບ
ຖື ແລະ ຫົດສົງລະຫວ່າງມວນຊົນດ້ວຍກັນ.

    ຈຸດປະສົງຂອງການຫົດນ້ຳ ເພື່ອເປັນການເຊີດຊູພະພຸດທະສາດສະໜາ ເພື່ອເປັນສິລິມຸງຄຸນ ຄື: ຄວາມສົມບູນ
ຢູ່ດີມີແຮງ ແລະ ເຊື່ອມໄມຕີຈິດມິດຕະພາບ ຄວາມສາມັກຄີຮັກແພງກັນ ເພາະນ້ຳເປັນຂອງເຢັນ ຈຶ່ງໄດ້ເອົານ້ຳມາຫົດ
ອວຍພອນເຊິ່ງກັນ ແລະ ກັນ ເປັນສັນຍາລັກຢູ່ຊຸ່ມກິນເຢັນ ແລະ ຄວາມມັ່ງຄັ່ງສົມບູນພູນສຸກ ຫາຍທຸກຮ້ອນຕະຫຼອດປີ
ໃຫມ່.

    ປະເພນີລາວເຮົາໃນການຫົດນ້ຳ ແມ່ນເປັນການທຳບຸນໃຫ້ທານກັນ ອີກເທື່ອຫນຶ່ງ ເຊິ່ງເອີ້ນວ່າ ບຸນເດືອນ 5
ຫຼື ບຸນປີໃຫມ່ລາວ ແລະ ສົງນ້ຳນີ້ເອີ້ນອີກຢ່າງຫນຶ່ງວ່າກຸດສົງການ ຄຳວ່າ ກຸດ ແປວ່າ ໝົດ ຫຼື ສ້ຽງ ຫມາຍຄວາມວ່າເຖິງ
ປີເກົ່າ ຄຳວ່າສົງການ ແປວ່າ ການຍ້າຍທີ່ໄປ ສະນັ້ນ ກຸດສົງການ ຈຶ່ງຫມາຍຄວາມວ່າ ການທີ່ປີເກົ່າຫມົດສ້ຽງໄປ ແລ້ວ
ຍ້າຍເຂົ້າສູ່ປີໃຫມ່ ກຳນົດໃນທາງສຸລິຍະຄະຕິໃນລະຫວ່າງ 3 ວັນ ແຕ່ບໍ່ກາຍວັນທີ 16 ເມສາຂອງທຸກໆປີ ເວົ້າກັນວ່າ
ເປັນການປ່ຽນພຸດທະສັກກະຣາດ.

    ໃນໂອກາດປີໃຫມ່ລາວນີ້ ກໍຈະມີຫຼາຍກິດຈະກຳທີ່ເກີດຂຶ້ນ ເຊັ່ນ: ການຕົບພະທາດຊາຍ ການບາສີສູ່ຂວັນ ສູດ
ລົດນ້ຳ ເຮັດບຸນເຮືອນ ແລະ ອື່ນໆ ສິ່ງເຫຼົ່ານັ້ນລ້ວນແຕ່ເປັນການສະແດງເຖິງການປະຕິບັດຮີດສິບສອງ ຄອງສິບສີ່ ເປັນ
ການເຕົ້າໂຮມຄວາມສາມັກຄີ ເປັນການສະຫລຸບຜົນງານໃນຫນຶ່ງປີຜ່ານມາ ທັງເປັນການຖອດຖອນບົດຮຽນ ສິ່ງທີ່ເຮັດ
ໄດ້ ແລະ ຂໍ້ຄົງຄ້າງ ເພື່ອສືບຕໍ່ແກ້ໄຂປັບປຸງໃຫ້ດີຂຶ້ນກ່ວາເກົ່າ.

    ເນື່ອງໃນໂອກາດປີໃໝ່ນີ້ ເພື່ອຮັກສາໄວ້ຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດ ທ່ານ ສຸຕັນ ພົນສົງຄາມ
ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໄດ້ເອົາໃຈໃສ່ ພ້ອມກັນຫຼິ້ນບຸນປີໃໝ່ໃຫ້ຖືກຕ້ອງສອດຄ່ອງ ໂດຍສະເພາະລູກຫຼານ
ໄວຫນຸ່ມ ການຫຼິ້ນນ້ຳ ກໍໃຫ້ລະມັດລະວັງ ນ້ຳທີ່ນຳມາຫົດສົງຕ້ອງເປັນນ້ຳທີ່ສະອາດ ລວມໄປເຖິງການນຸ່ງຖືກໍໃຫ້ຮັກສາ 
ໄວ້ໃຫ້ຖືກຮີດຖືກຄອງປະເພນີ ຖ້າເປັນຜູ້ຍິງກໍຈະຕ້ອງນຸ່ງສີ້ນ ແຕ່ງກາຍໃຫ້ເຫມາະສົມ ເວລາເຂົ້າວັດວາ ຜູ້ຊາຍກໍຕ້ອງ
ນຸ່ງຖືສຸພາບຮຽບຮ້ອຍ ແລະ ສິ່ງທີ່ຫຼີກລ້ຽງທີ່ສຸດກໍຄືການນຳເອົານ້ຳສີ ແກ່ນອີ່ຕູ່ ລິບສະຕິກ ແປ້ງ ຂີ້ໝີ້ນໝໍ້ມາແຕ້ມ ແລະ
ທາໃສ່ກັນ ເຊິ່ງສິ່ງເຫຼົ່ານັ້ນມັນເປັນການບົ່ງບອກເຖິງການນຳເອົາສິ່ງເປື້ອນເປິະມາອວຍພອນແຕ້ມທາໃສ່ຜູ້ອື່ນທີ່ບໍ່ຈົບ
ງາມ.

    ທ່ານຮອງຫົວຫນ້າພະແນກ ຖ.ວ ຍັງໄດ້ເນັ້ນໃຫ້ການຈັດຕັ້ງທຸກຂັ້ນ ລວມເຖິງພໍ່ແມ່ປະຊາຊົນຊາວນະຄອນ
ຫຼວງວຽງຈັນ ໂດຍສະເພາະຕາມສະຖານທີ່ຕ່າງໆ ຄວນຫຼີກລ້ຽງການເປີດເພງຕ່າງປະເທດ ຄວນເປີດເພງ ແລະ ຂັບລຳ
ລາວ ເພື່ອຮັກສາໄວ້ເຊິ່ງວັດທະນະທຳ ເພາະພວກເຮົາຫຼິ້ນປີໃຫມ່ລາວ ສິ່ງທີ່ເປັນຂອງລາວໆກໍຄວນຈະຮັກສາ ແລະ ສົ່ງ
ເສີມພັດທະນາໃຫ້ມັນດີຂຶ້ນ ເພາະນະຄອນຫຼວງວຽງຈັນ ກໍປຽບດັ່ງໃບຫນ້າໃບຕາຂອງປະເທດຊາດ ເພາະແຂກຕ່າງດ້າວ
ທ້າວຕ່າງແດນເຂົ້າມາໃນນະຄອນຫຼວງວຽງຈັນ ໃນແຕ່ລະປີແມ່ນນັບມື້ເພີ່ມຂຶ້ນ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 10-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564