ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ເປີດໂຮງງານຜະລິດແປ້ງມັນຕົ້ນລາວອິນໂດໄຊນາ ຈຳກັດ

ພິທີເປີດໂຮງງານຜະລິດແປ້ງມັນຕົ້ນລາວອິນໂດໄຊນາ ຈຳກັດ ໄດ້ຈັດຂຶ້ນວັນທີ 19 ມິຖຸນາ 2008 ນີ້ ໂດຍການເຂົ້າຮ່ວມ ຕັດແຖບຜ້າຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານສະພາແຫ່ງຊາດ, ທ່ານ ພູເພັດ ຄຳພູນວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ທ່ານ ແສງມະນີ ແສງວັດທະນາ ປະທານບໍລິສັດ ລາວອິນໂດໄຊນາ ຈຳກັດ, ບັນດາທ່ານຫົວໜ້າພະແນກ, ເຈົ້າເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແສງມະນີ ແສງວັດທະນາ ປະທານບໍລິສັດ ລາວອິນໂດໄຊນາ ຈຳກັດ ກ່າວວ່າ: ໂຮງງານຜະລິດແປ້ງມັນຕົ້ນລາວ ອິນໂດໄຊນາ ຈຳກັດ ເປັນໂຮງງານແຫ່ງທຳອິດຂອງ ສປປ ລາວ ຊຶ່ງໄດ້ຮັບອະນຸຍາດລົງທຶນໃນວັນທີ 5/3/2008 ຕາມທະບຽນເລກທີ 393/ ອ.ຄ.ນ.ວ ເປັນຫົວໜ່ວຍທຸລະກິດເອກະຊົນພາຍໃນລົງທຶນ 100%, ດ້ວຍທຶນຈົດທະບຽນ 5 ລ້ານໂດລາສະຫະລັດ ເຊິ່ງມີສະຖານທີ່ຕັ້ງຢູ່ກິໂລແມັດທີ່ 47 ເສັ້ນທາງ 13 ໃຕ້ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ມີເນື້ອທີ່ທັງໝົດ 8 ເຮັກຕາກ່ວາ, ໄດ້ເລີ່ມຕົ້ນບຸກເບີກເນື້ອທີ່ກໍ່ສ້າງອາຄານສະຖານທີ່ ແລະ ຕິດຕັ້ງລະບົບໂຮງງານ ແຕ່ວັນທີ 2/7/2007 ແລະ ສຳເລັດໃນເດືອນ 5 ປີ 2008 ໂດຍໄດ້ນຳເອົາເຄື່ອງຈັກທີ່ທັນສະໄໝຈາກ ສ.ປ ຈີນ.

 ໂຮງງານໄດ້ເລີ່ມຕົ້ນຜະລິດທົດລອງແຕ່ເດືອນ 5 ປີ 2008.ໂຮງງານມີຄວາມຕ້ອງການມັນຕົ້ນດິບວັນລະ 200-300 ໂຕນ ສາມາດແປຮູບເປັນແປ້ງໄດ້ວັນລະ 50100 ໂຕນ ໃນປະຈຸບັນນີ້ມີວັດຖຸດິບມັນຕົ້ນສາມາດເຂົ້າໂຮງງານໄດ້ 200 ໂຕນຕໍ່ມື້, ໂຮງງານມີພະນັກງານທັງໝົດ 110 ຄົນ, ມີຕຶກອາຄານໂຮງງານ 1 ຫລັງ, ມີຫ້ອງວິໄຈແປ້ງມັນຕົ້ນ, ມີລະບົບອ່າງບຳບັດນຳ້ເສຍ, ມີລະບົບນຳ້ປະປາທີ່ແລ່ນທໍ່ມາຈາກນ້ຳງື່ມ ເພື່ອຮັບໃຊ້ໃນໂຮງງານຢ່າງພຽງພໍ.

ເພື່ອເຮັດໃຫ້ມີວັດຖຸດິບປ້ອນໃຫ້ໂຮງງານໄດ້ພຽງພໍນັ້ນ ໃນໄລຍະຜ່ານມາ ທາງບໍລິສັດກໍ່ໄດ້ຮ່ວມກັບທະນາຄານ ນະໂຍບາຍໄດ້ລົງຊຸກຍູ້ໃຫ້ປະຊາຊົນແຕ່ລະທ້ອງຖິ່ນປູກ.

 ມາຮອດປະຈຸບັນ ທະນາຄານພັດທະນາລາວ ໄດ້ປ່ອຍສິນເຊື່ອໃຫ້ແກ່ຊາວກະສິກອນດຳເນີນທຸລະກິດປູກມັນຕົ້ນແລ້ວ
ຕົກເປັນເງິນ
10 ກ່ວາຕື້ກີບ ໃນເນື້ອທີ່ 1.500 ເຮັກຕາ. ມາຮອດກາງເດືອນ 6 ປີ 2008ນີ້, ຊາວກະສິກອນຜູ້ປູກມັນຕົ້ນ ໂດຍສະເພາະແມ່ນສະມາຊິກໃນໂຄງການປູກມັນຕົ້ນຂອງບໍລິສັດໄດ້ປູກມັນຕົ້ນສຳເລັດແລ້ວຈຳນວນ 3.500 ເຮັກຕາ ແລະ ຍັງມີປະຊາຊົນກຳລັງສືບຕໍ່ປູກອີກຈຳນວນຫລາຍຮ້ອຍເຮັກຕາ. ສະເພາະ 3 ຕົວເມືອງຄື: ເມືອງຮົ່ມ ແຂວງວຽງຈັນ ໄດ້ປູກສຳເລັດແລ້ວ 400 ເຮັກຕາ, ເມືອງສັງທອງ ນະຄອນຫລວງວຽງຈັນ 554 ເຮັກຕາ ແລະ ເມືອງບໍລິຄັນ ແຂວງບໍລິຄຳໄຊ 350 ເຮັກຕາ ແລະ ຄາດວ່າໃນສົກປີ 2008-2009 ນີ້ ຈະມີປະຊາຊົນປູກມັນຕົ້ນປ້ອນໂຮງງານ ບໍ່ຕ່ຳກ່ວາ 5.660 ເຮັກຕາ ແລະ ຈະສາມາດເກັບກູ້ຜົນຜະລິດມັນຕົ້ນສະໜອງໃຫ້ໂຮງງານໄດ້ຢ່າງພຽງພໍ ໃນເງື່ອນໄຂ ທີ່ມີທະນາຄານນະໂຍບາຍ ໄດ້ປ່ອຍສິນເຊື່ອໃນອັດຕາດອກເບັ້ຍຕ່ຳ ແລະ ໄດ້ຮັບການຝຶກອົບຮົມທາງດ້ານເຕັກນິກ ໃນການປູກ, ວິທີວາງແຜນ, ການເຂົ້າມາຂອງແຫລ່ງທຶນໃນການດຳເນີນທຸລະກິດຈາກທະນາຄານພັດທະນາລາວ ແລະ ສິ່ງສຳຄັນທີ່ຮອງຮັບຜົນຜະລິດຂອງຊາວກະສິກອນກໍ່ຄື: ໂຮງງານຜະລິດແປ້ງມັນຕົ້ນເປັນຜູ້ຮັບຊື້ໃນລາຄາທີ່ຄ້ຳປະກັນ 3 ແສນກີບຕໍ່ໂຕນ, ແຕ່ມາຮອດມື້ນີ້ ໂຮງງານໄດ້ຮັບຊື້ 4 ແສນກີບຕໍ່ໂຕນ. ທັງນີ້ກໍ່ຍ້ອນວ່າບໍລິສັດມີ 2 ຕະຫລາດໃຫຍ່ຢູ່ ສປ ຈີນ ທີ່ຮອງຮັບຊື້ແປ້ງມັນຕົ້ນ.

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 20-06-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564