ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ທ່ານດຣ. ສິນລະວົງ ຄຸດໄພທູນ ລົງໂອ້ລົມຊາວຄ້າຕະຫຼາດໜອງຈັນ

ວັນທີ 17 ມີນາ 2008 ນີ້, ທ່ານດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງພົບປະຢ້ຽມຢາມ
ພໍ່ຄ້າຊາວຂາຍຕະຫຼາດໜອງຈັນ ໂດຍມີ ທ່ານນາງ ວັນດີ ວົງຄຳມະນີ ເຈົ້າເມືອງສີສັດຕະນາກ ຮອງເຈົ້າເມືອງ ບັນດາ
ຫົວໜ້າ ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງ ຄະນະກຳມະການກວດກາ ແລະ ຊາວຄ້າຂາຍຈຳນວນ 400 ກວ່າຮ້ານເຂົ້າຮ່ວມ.

ໃນພິທີທ່ານ ທອງດຳ ໄຊພະກັສສາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂື້ນລາຍງານ
ສະພາບຄວາມຫຍຸ້ງຍາກ ແລະ ຂໍ້ສະດວກໃນການພັດທະນາຕະຫຼາດໜອງຈັນ ໃຫ້ເປັນຕະຫຼາດໃຈກາງນະຄອນຫຼວງ
ວຽງຈັນ ແລະ ຄວາມບໍ່ເປັນເອກະພາບໃນການຍົກຍ້າຍຊາວຄ້າຂາຍມາຢູ່ຕະຫຼາດໜອງຈັນຊົ່ວຄາວ ພ້ອມກັນນັ້ນຍັງໃຫ້
ໂອກາດແມ່ຄ້າ ແລະ ຊາວຄ້າຂາຍປະກອບຄຳຄິດເຫັນ ເພື່ອໃຫ້ຂັ້ນເທິງນຳໄປຄົ້ນຄວ້າ ແລະ ພິຈາລະນາໃນການຍົກຍ້າຍ
ມາຢູ່ຕະຫຼາດໜອງຈັນຊົ່ວຄາວ.

ໃນຕອນທ້າຍ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ໃຫ້ທິດຊີ້ນຳ ຊຶ່ງຍາມໃດພັກ ແລະ ລັດຖະບານກໍໃຫ້ຄວາມສຳຄັນ
ໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນພັດທະນາຕະຫຼາດໃຫຍ່ ພາຍໃນນະຄອນຫຼວງວຽງຈັນ ໃຫ້ຄວາມ
ສວຍງາມ ເພື່ອຕ້ອນຮັບງານແຂ່ງຂັນກິຊາຊີແກມ ຄັ້ງທີ 25 ທີ່ລາວເປັນເຈົ້າພາບ ແລະ ວັນສຳຄັນຕ່າງໆຂອງຊາດ ສະນັ້ນ ຕ້ອງໄດ້ຮຽກຮ້ອງມາຍັງຊາວຄ້າຂາຍຈົ່ງໄດ້ພ້ອມໃຈກັນສ້າງສາເສດຖະກິດ ໃຫ້ມີຄວາມເຂັ້ມແຂງ ແກ້ໄຂຊີວິດ
ການເປັນຢູ່ໃຫ້ດີຂື້ນເລື້ອຍໆ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 18-03-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4