|

ໃນລະຫວ່າງວັນທີ 13-14 ມີນາ 2008 ນີ,
ຢູ່ທີ່ເຮືອນພັກແຄມງື່ມ (ທ່າລາດ) ແຂວງວຽງຈັນ
ໄດ້ຈັດກອງປະຊຸມຜ່ານ
ແຜນຍຸດທະສາດການພັດທະນາ ແລະ
ຄຸ້ມຄອງອ່າງໂຕ່ງ
ສຳລັບອ່າງໂຕ່ງຍ້ອຍນ້ຳແຈ້ງຂອງໂຄງການພັດທະນາ
ອ່າງຮັບນ້ຳ - ນ້ຳງື່ມຂື້ນ ໂດຍເປັນປະທານຂອງທ່ານ
ຈັນທີ ໄຊພະສິນທຳ ຮອງເຈົ້າເມືອງແກ້ວອຸດົມ ເຊິ່ງມີທ່ານ
ເຈົ້າເມືອງ-ຮອງເຈົ້າເມືອງໂພນໂຮງ
ວຽງຄຳ ແກ້ວອຸດົມ ແລະ ທຸລະຄົມ
ຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ
ຫ້ອງການແຜນການເມືອງ
ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ
ທ້ອງຖິ່ນເຂົ້າຮ່ວມຢ່າງ
ພ້ອມພຽງ.
ກອງປະຊຸມດັ່ງກ່າວໃນຄັ້ງນີ້ ໄດ້ແບ່ງອອກເປັນ
2 ພາກ ຄື:
ມື້ທຳອິດແມ່ນໄດ້ປຶກສາຫາລືພາກວິຊາການ ເຊິ່ງໄດ້ຄົ້ນຄວ້າ
ປັບປຸງແຜນຍຸດທະສາດການພັດທະນາຕ່າງໆ
ເປັນເທື່ອສຸດທ້າຍ ແລະ ມື້ທີ 2 ແມ່ນໄດ້ພ້ອມກັນຮັບຟັງການຜ່ານບົດ
ລາຍງານເອກະສານທີ່ສຳຄັນ
ແລະ ຜ່ານແຜນຍຸດທະສາດການພັດທະນາຕ່າງໆ
ທີ່ກ່ຽວພັນກັບຜົນປະໂຫຍດ ການພັດທະນາອ່າງຮັບນ້ຳ-ນ້ຳງື່ມ
ເຊິ່ງຈຸດປະສົງແມ່ນເພື່ອແນໃສ່ປຶກສາຫາລືແລກປ່ຽນຄວາມຄິດເຫັນແບບສ້າງສັນ
ກ່ຽວກັບແຜນພັດທະນາໂຄງການ
ດັ່ງກ່າວ ເຊິ່ງປະກອບດ້ວຍ 4
ຕົວເມືອງທົ່ງພຽງ ຄື: ເມືອງໂພນໂຮງ, ວຽງຄຳ,
ແກ້ວອຸດົມ ແລະ ທຸລະຄົມ ນອກນີ້ ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລືຊອກຊ່ອງທາງທີ່ເໝາະສົມກັບສະພາບ
ການຕົວຈິງ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນສຳເລັດ
ແລະ ມີປະສິດທິພາບສູງ.
ຕອນທ້າຍຂອງພິທີຍັງໄດ້ມີການມອບ-ຮັບ ແຜນຍຸດທະສາດການພັດທະນາ
ແລະ
ຄຸ້ມຄອງອ່າງໂຕ່ງນ້ຳແຈ້ງຂອງໂຄງການ
ອ່າງຮັບນ້ຳ-ນ້ຳງື່ມໃຫ້ແກ່
4 ເມືອງທີ່ກ່ຽວຂ້ອງຢ່າງເປັນທາງການ ເຊິ່ງໃຫ້ກຽດມອບໂດຍແມ່ນທ່ານ
ທັດເທວາ ສະພັງທອງ
ຫົວໜ້າປະສານງານໜ່ວຍງານວາງແຜນຄຸ້ມຄອງອ່າງໂຕ່ງຂອງໂຄງການພັດທະນາອ່າງຮັບນ້ຳ-ນ້ຳງື່ມ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
18-03-2008 |